ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການພົບປະ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ

 

20210809 Lao-Viet-1

20210809 Lao-Viet-2

20210809 Lao-Viet-3

 

ໃນວັນທີ 9 ສິງຫາ 2021, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ບຸ່ຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດທີ່ ສະຫາຍ ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຕິດຕາມ ສະຫາຍ ຫງວຽນ ຊວັນ ຟຸກ, ກໍາມະການກົມການເມືອງສູນກາງ ພັກຄອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ໄດ້​ເດີນທາງ​ມາ​ຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ຢູ່ ສປປ ​ລາວ, ​ໃນວັນ​ທີ 9-10 ສິງຫາ 2021.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ການປະສານງານກັນຢ່າງໃກ້ຊິດ ຂອງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ເຮັດໃຫ້ການຢ້ຽມຢາມ ສັນຖະວະໄມຕີ ຢ່າງເປັນທາງການ ຄັ້ງນີ້ຂອງ ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ປະສົບຜົນສໍາເລັດຢ່າງຈົບງາມ, ມີເນື້ອໃນຄົບຖ້ວນ, ມີຄວາມອຸດົມສົມບູນທາງດ້ານພິທີການ ແລະ ໄດ້ມີການລົງນາມສັນຍາຫຼາຍສະບັບ. ພ້ອມນີ້, ສອງຝ່າຍໄດ້ສະແດງຄວາມເປັນເອກະພາບກັນ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຊຶ່ງເຫັນວ່າ ມີການຮ່ວມມືອັນສະໜິດແໜ້ນ ແລະ ມີປະສິດທິພາບສູງ. ສະເພາະ ປີ 2020-2021 ນີ້ ເຖິງວ່າຈະມີການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ລວມທັງໃນລາວ ແລະ ຫວຽດນາມ, ເຮັດໃຫ້ການໄປມາຫາສູ່ກັນລະຫວ່າງສອງປະເທດຫຼຸດລົງ ແຕ່ການເຄື່ອນໄຫວທີ່ສໍາຄັນຂອງສອງປະເທດຍັງມີບໍ່ຂາດ, ທັງການຢ້ຽມຢາມ, ການໂອ້ລົມຜ່ານທາງໂທລະສັບ, ກອງປະຊຸມທາງໄກ ແລະ ການແລກປ່ຽນສານຊົມເຊີຍຊຶ່ງກັນແລະກັນ ຂອງການນໍາທັງສອງປະເທດ, ຊຶ່ງໝາກຜົນດັ່ງກ່າວກໍ່ມີການປະກອບສ່ວນ ຂອງສອງກະຊວງການຕ່າງປະເທດ ເຖິງວ່າການໄປມາຫາສູ່ຈະມີຂໍ້ຈໍາກັດ, ແຕ່ການປະສານງານຂອງສອງກະຊວງ ຍັງເປັນປົກກະຕິ.

ໃນໂອກາດດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກັນ ກ່ຽວກັບການພົວພັນຮ່ວມມືໃນຕໍ່ໜ້າຂອງສອງກະຊວງ ເປັນຕົ້ນ: ສືບຕໍ່ຕິດຕາມຊຸກຍູ້ ຄະນະກໍາມະການຮ່ວມມືສອງຝ່າຍ ກໍຄືບັນດາກະຊວງ, ຂະແໜງການ ແລະ ບັນດາແຂວງ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເອກະສານລົງນາມຕ່າງໆທີ່ສອງຝ່າຍມີຮ່ວມກັນໃຫ້ມີປະສິດທິຜົນສູງສຸດ; ສືບຕໍ່ຊຸກຍູ້ບັນດາກົມຕ່າງໆ ໃນກະຊວງການຕ່າງປະເທດ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ສັນຍາການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນໄລຍະປີ 2021-2025 ແລະ ການຈັດຕັ້ງປະຕິບັດ POA ກ່ຽວກັບການຮ່ວມມືດ້ານການທູດເສດຖະກິດ ທີ່ລົງນາມຮ່ວມກັນໃນທ້າຍປີ 2019; ກະກຽມການຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດການທົດລອງ ຮູບແບບການກວດກາປະຕູດຽວ, ຄັ້ງດຽວ ຢູ່ດ່ານສະຫວັນ-ລາວບາວ; ສືບຕໍ່ປະສານງານກ່ຽວກັບວຽກງານໃຫ້ສັນຊາດ ຂອງປະຊາຊົນ ທີ່ອາໄສຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ; ກະກຽມໃຫ້ແກ່ການເປີດນໍາໃຊ້ ດ່ານດາກຕາອອກ (ແຂວງເຊກອງ) - ນາມຢາງ (ແຂວງກວາງນາມ) ທີ່ຖືກເລື່ອນມາແຕ່ຕົ້ນປີ 2021; ກະກຽມໃຫ້ແກ່ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ, ໃນຄັ້ງນີ້ແມ່ນ ສປປ ລາວ ເປັນເຈົ້າພາບ ຊຶ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນສິງຫານີ້ ຜ່ານລະບົບກອງປະຊຸມທາງໄກ; ປຶກສາຫາລື ເພື່ອກະກຽມໃຫ້ແກ່ ການເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 8 ລະຫວ່າງ ສອງກະຊວງການຕ່າງປະເທດລາວ-ຫວຽດນາມ ໃນທ້າຍປີ 2021 ນີ້, ພ້ອມທັງຈະຖືເອົາໂອກາດດັ່ງກ່າວ ປຶກສາຫາລືກັນ ເພື່ອກະກຽມໃຫ້ແກ່ການຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງປີມິດຕະພາບ 2022 ແລະ ສອງວັນປະຫວັດສາດ ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ມີຄວາມຟົດຟື້ນ ແລະ ມີເນື້ອໃນຄວາມໝາຍອັນເລິກເຊິ່ງ.

ໃນຕອນທ້າຍ, ສອງລັດຖະມົນຕີ ກໍໄດ້ໃຫ້ຄໍາໝັ້ນສັນຍາຮ່ວມກັນວ່າ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍມູນເຊື້ອ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບຂຽວສົດງົດງາມ, ເກີດດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ພ້ອມນີ້, ສອງຝ່າຍ ຍັງໄດ້ອວຍພອນຊຶ່ງກັນແລະກັນ ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວກງານອັນສູງສົ່ງຂອງຕົນ ເພື່ອສືບຕໍ່ນໍາພາກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ເພື່ອຊື່ສຽງ ແລະ ບົດບາດຂອງສອງປະເທດ ໃຫ້ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

****************************

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480342
ມື້ນີ້172
ມື້ວານ157
ອາທິດນີ້740
ເດືອນນີ້6573