ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍຜ່ານລະບົບທາງໄກກັບ ຮອງເລຂາທິການໃຫຍ່ ສປຊ, ທັງເປັນ ເລຂາທິການບໍລິຫານງານ ຄະນະກຳມະທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UN-ESCAP)

 

20210820 Lao FM - UN ESCAP - 4

20210820 Lao FM - UN ESCAP - 5

20210820 Lao FM - UN ESCAP - 6

 

ໃນວັນທີ 20 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍຜ່ານລະບົບທາງໄກຮ່ວມກັບ ທ່ານ ນາງ Armida Salsiah Alisjahbana, ຮອງເລຂາທິການໃຫຍ່ ສປຊ, ທັງເປັນ ເລຂາທິການບໍລິຫານງານ ຄະນະກຳມະທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UN-ESCAP).

ຈຸດປະສົງຂອງການພົບປະສົນທະນາໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບ ການຮ່ວມມືລະຫວ່າງ ສປປ ລາວ ແລະ ESCAP, ໂດຍສະເພາະແມ່ນການກະກຽມໃຫ້ແກ່ ກອງປະຊຸມລະດັບສູງເພື່ອທົບທວນຄືນ ແຜນງານອິດສະຕັນບູນ ສຳລັບປະເທດດ້ອຍພັດທະນາ ປະຈໍາພາກພື້ນອາຊີ-ປາຊີຟິກ (High-Level Regional Review of the Istanbul Programme of Action)ທີ່ຈະຈັດຂື້້ນໃນລະຫວ່າງວັນທີ 30 ສິງຫາ - 02 ກັນຍາ 2021 ທີ່ ເຊີແນວ, ປະເທດ ສະວິດ. ບົນຈິດໃຈດັ່ງກ່າວ, ສປປ ລາວ ກໍ່ເປັນປະເທດໜຶ່ງທີ່ມີຄວາມຄືບໜ້າອັນພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນ ສຳລັບປະເທດດ້ອຍພັດທະນາ ເຊິ່ງສະແດງອອກຈາກຜົນສຳເລັດທີ່ ສປປ ລາວ ສາມາດຜ່ານການປະເມີນຮອບວຽນ 3 ປີ ໂດຍ ຄະນະກຳມະການນະໂຍບາຍການພັດທະນາ (CDP) ອົງການ ສປຊ ໃນປີ 2018 ແລະ 2021. ສະນັ້ນ, ESCAPຈຶ່ງຊຸກຍູ້ ສປປ ລາວ ເຂົ້າຮ່ວມໃນກອງປະຊຸມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ໃນຂະບວນການປຶກສາຫາລື ແຜນດຳເນີນງານສຳລັບປະເທດດ້ອຍພັດທະນາ ໃນຕໍ່ໜ້າ. ພ້ອມກັນນັ້ນ, ການເຂົ້າຮ່ວມກອງປະຊຸມດັ່ງກ່າວ ກໍ່ຖືເປັນກາລະໂອກາດອັນດີສຳລັບ ສປປ ລາວ ທີ່ຈະສະແດງໃຫ້ສາກົນໄດ້ເຫັນເຖິງ ບັນດາຜົນສຳເລັດ ແລະ ສິ່ງທ້າທາຍ ຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ເຊິ່ງການເຈລະຈາບັນດາເອກະສານ ແລະ ຜົນຂອງກອງປະຊຸມໃນຄັ້ງນີ້ ຈະປະກອບສ່ວນກະກຽມໃຫ້ແກ່ ກອງປະຊຸມອົງການ ສປຊ ສຳລັບປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ຈະຈັດຂື້້ນໃນເດືອນມັງກອນ 2022, ທີ່ ໂດຮາ, ປະເທດ ກາຕ້າ, ທີ່ຈະມີການສ້າງແຜນດຳເນີນງານ ສຳລັບປະເທດດ້ອຍພັດທະນາ ສະບັບໃໝ່ຂຶ້ນ.

 

*******************

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484640
ມື້ນີ້156
ມື້ວານ188
ອາທິດນີ້1078
ເດືອນນີ້3945