ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສຳລັບພາກພື້ນອາຊີ-ປາຊີຟິກ ເພື່ອທົບທວນຄືນ ກ່ຽວກັບ ການຈັດຕັ້ງປະຕິບັດແຜນດຳເນີນງານ ອິສ໌ຕັນບູລ໌ ສຳລັບປະເທດດ້ອຍພັດທະນາ.

 

20210830APRR IPoA86

 

ໃນວັນທີ 30 ສິງຫາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມຂັ້ນສູງ ສຳລັບພາກພື້ນອາຊີ-ປາຊິຟິກ ເພື່ອທົບທວນຄືນການຈັດຕັ້ງປະຕິບັດ ແຜນດຳເນີນງານ ອິສ໌ຕັນບູລ໌ ສຳລັບປະເທດດ້ອຍພັດທະນາ (IPoA).

 

ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນຮູບແບບທາງໄກ ໂດຍພາຍໃຕ້ການເປັນເຈົ້າພາບຂອງຫ້ອງການຜູ້ຕາງໜ້າຂັ້ນສູງ ອົງການ ສປຊ ທີ່ຮັບຜິດຊອບປະເທດດ້ອຍພັດທະນາ, ປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ (UN-OHRLLS) ແລະ ຄະນະກຳມາທິການເສດຖະກິດ-ສັງຄົມ ອົງການ ສປຊ ປະຈຳ ພາກພື້ນອາຊີ-ປາຊີຟິກ (UN-ESCAP). ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດ ແຜນດຳເນີນງານ IPoA ສຳລັບໄລຍະ 2011-2020 ຂອງປະເທດດ້ອຍພັດທະນາ (LDCs) ທີ່ຢູ່ໃນພາກພື້ນອາຊີ-ປາຊິຟິກ ເພື່ອແລກປ່ຽນບົດຮຽນ ກ່ຽວກັບ ຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີແນະ ສຳລັບການສ້າງແຜນດຳເນີນງານສະບັບໃໝ່. ພ້ອມກັນນັ້ນ, ກອງປະຊຸມດັ່ງກ່າວ ກໍ່ໄດ້ມີການເຈລະຈາບັນດາເອກະສານຕ່າງໆ ເພື່ອປະກອບສ່ວນເຂົ້າໃນການກະກຽມ ໃຫ້ແກ່ກອງປະຊຸມ ອົງການ ສປຊ ສຳລັບປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ຈະຈັດຂື້້ນໃນເດືອນມັງກອນ 2022, ທີ່ ໂດຮາ, ປະເທດກາຕ້າ, ໂດຍຈະມີການສ້າງແຜນດຳເນີນງານສຳລັບປະເທດດ້ອຍພັດທະນາສະບັບໃໝ່ຂຶ້ນ.

 

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວບົດປາໄສໃນພາກເປິດພິທີຂອງກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງບັນດາຜົນສຳເລັດທີ່ ສປປ ລາວ ສາມາດຍາດມາໄດ້ຈາກການຈັດຕັ້ງປະຕິບັດແຜນດຳເນີນງານ IPoAໃນໄລຍະຜ່ານມາ ທີ່ໄດ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7 ແລະ ຄັ້ງທີ 8 ເຊິ່ງຜົນສຳເລັດອັນພົ້ນເດັ່ນແມ່ນ ສປປ ລາວ ສາມາດຜ່ານການປະເມີນຕາມເກນ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ 2 ຮອບວຽນ ຕິດຕໍ່ກັນ ໃນປີ 2018 ແລະ 2021 ທີ່ປະເມີນໂດຍຄະນະກຳມະການນະໂຍບາຍການພັດທະນາ (CDP) ອົງການ ສປຊ. ເຖິງແນວໃດກໍ່ຕາມ, ຂໍ້ມູນທີ່ນຳໃຊ້ເຂົ້າໃນການປະເມີນດັ່ງກ່າວ ແມ່ນຂໍ້ມູນກ່ອນຈະມີການແຜ່ລະບາດຂອງພະຍາດໂຄວິດ-19ເຊິ່ງອາດບໍ່ສະທ້ອນໃຫ້ເຫັນເຖິງສະພາບຕົວຈິງໃນປັດຈຸບັນ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ກໍ່ໄດ້ຍົກໃຫ້ເຫັນບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຈະຕ້ອງໄດ້ຮັບການແກ້ໄຂ ເພື່ອແນໃສ່ກຽມຄວາມພ້ອມໃຫ້ແກ່ໄລຍະຂ້າມຜ່ານ, ກໍ່ຄື ການສ້າງຍຸດທະສາດ ເພື່ອການຂ້າມຜ່ານຢ່າງໂລ່ງລ່ຽນ ທີ່ ສປປ ລາວ ຈະຮ່ວມກັບ ອົງການ ສປຊ ສ້າງຂຶ້ນໃນອະນາຄົດອັນໃກ້ນີ້. ນອກຈາກນີ້, ທ່ານລັດຖະມົນຕີ ກໍ່ຍັງໄດ້ເນັ້ນຢ້ຳ ກ່ຽວກັບ ບັນດາຫຼັກການພື້ນຖານ ທີ່ໄດ້ກໍານົດໄວ້ຢູ່ໃນແຜນດຳເນີນງານ IPoA ບໍ່ວ່າຈະແມ່ນການຊ່ວຍເຫຼືອທາງດ້ານການເງິນ, ເຕັກນິກວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ແມ່ນຍັງເປັນຫຼັກການທີ່ສຳຄັນພື້ນຖານ ເພື່ອຊ່ວຍເຫຼືອບັນດາປະເທດດ້ອຍພັດທະນາ, ໂດຍສະເພາະຄວາມຈຳເປັນໃນການສ້າງຄວາມເຂັ້ມແຂງ ເພື່ອຟື້ນຟູຈາກຜົນກະທົບຂອງພະຍາດໂຄວິດ-19.

 

ໃນຕອນທ້າຍ, ທ່ານລັດຖະມົນຕີ ໂດຍຕາງໜ້າລັດຖະບານ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນດ້ານຕ່າງໆ ໃຫ້ແກ່ ສປປ ລາວ ຕະຫຼອດມາ ແລະ ຫວັງເປັນຢ່າງຍິ່ງວ່າ ວົງຄະນະຍາດສາກົນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ເພື່ອສາມາດບັນລຸບັນດາຄາດໝາຍແຫ່ງຊາດດ້ານການພັດທະນາ ກໍ່ຄື ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.

 

ສຳລັບ ສປປ ລາວ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງພັກ ແລະ ລັດຖະບານ. ໃນຊຸມປີຜ່ານມາ ລັດຖະບານ ໄດ້ສຸມທຸກຄວາມພະຍາຍາມ ເພື່ອບັນລຸຄາດໝາຍດັ່ງກ່າວ ໂດຍຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ແລະ ຍາດໄດ້ຜົນສຳເລັດໃນຫຼາຍໆດ້ານ. ເຖິງຢ່າງໃດກໍ່ຕາມ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາບໍ່ໄດ້ໝາຍຄວາມວ່າ ປະຊາຊົນລາວ ທຸກຄົນຈະພົ້ນທຸກ ແລະ ກໍ່ບໍ່ໄດ້ໝາຍຄວາມວ່າ ພັກ ແລະ ລັດຖະບານ ຈະຢຸດເຊົາພາລະກິດໃນການລຶບລ້າງຄວາມທຸກຍາກ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດໂດຍລວມອີກບາດກ້າວໜຶ່ງ ໃນຂະບວນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ແລະ ລັດຖະບານ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480416
ມື້ນີ້74
ມື້ວານ172
ອາທິດນີ້814
ເດືອນນີ້6647