ໃນວັນທີ 9 ກັນຍາ 2021, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນ້ຳຂອງ ຄັ້ງທີ 7 ຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້: "ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການຮ່ວມມືອະນຸພາກພື້ນແມ່ນໍ້າຂອງຄືນໃໝ່ ເພື່ອຮອງຮັບສິ່ງທ້າທາຍໃນທົດສະວັດໃໝ່-GMS Renewed Strength to Face the Challenges of the New Decade"ໂດຍການເປັນປະທານຂອງ ສົມເດັດ ເຕໂຊ ຮຸນເຊັນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໂດຍມີບັນດາຜູ້ນຳລະດັບສູງຈາກ 6 ປະເທດ ສະມາຊິກອະນຸພາກພື້ນແມ່ນ້ຳຂອງ ແລະ ປະທານທະນາຄານພັດທະນາອາຊີ, ເຊິ່ງກອງປະຊຸມ ໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນງານຮ່ວມມືທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 3 ປີຜ່ານມາ ໂດຍສະເພາະການຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 6 ກໍຄື ການຈັດຕັ້ງປະຕິບັດຂອບການລົງທຶນພາກພື້ນ(Regional Investment Framework: RIF) 2018-2022 ແລະ ແຜນຍຸດທະສາດການຮ່ວມມືຶອະນຸພາກພື້ນແມ່ນໍ້າຂອງ 2012-2022 ພ້ອມທັງ ໄດ້ກໍານົດທິດທາງຮ່ວມມືໃນຕໍ່ໜ້າ ໂດຍໄດ້ຮັບຮອງເອົາບັນດາເອກະສານທີ່ສໍາຄັນຄື:
1) ຍຸດທະສາດການຮ່ວມມືທາງດ້ານເສດຖະກິດ ອະນຸພາກພື້ນແມ່ນໍ້າຂອງ 2030 (GMS Strategic Framework 2030), ເຊິ່ງເປັນເອກະສານສໍາຄັນ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ, ກໍານົດທິດທາງ ແລະ ນະໂຍບາຍໃນການຮ່ວມມື ຂອງບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ໂດຍເລັ່ງໃສ່ການສ້າງອະນຸພາກພື້ນແມ່ນໍ້າຂອງ ຕາມນະໂຍບາຍທິດທາງ 3 Cs: 1. ການສ້າງຊຸມຊົນແຫ່ງການຢູ່ຮ່ວມກັນ, 2. ສົ່ງເສີມການເຊື່ອມໂຍງລະຫວ່າງບັນດາປະເທດສະມາຊິກ, ແລະ 3. ຍົກລະດັບຄວາມອາດສາມາດໃນການແຂ່ງຂັນ;
2) ແຜນດໍາເນີນງານການຟື້ນຟູ ແລະ ຕອບໂຕ້ພະຍາດCovid-19 ໃນອະນຸພາກພື້ນແມ່ນໍ້າຂອງ ສໍາລັບ ປີ 2021-2023 (GMS- Covid-19 Response and Recovery Plan 2021-2023) ເຊິ່ງເປັນແຜນງານເພື່ອຊຸກຍູ້ ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ໃນການປ້ອງກັນ, ຕອບໂຕ້ ແລະ ຟື້ນຟູ ເສດຖະກິດ ແລະ ສັງຄົມ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍສຸມໃສ່ 3 ເປົ້າໝາຍຫຼັກຄື: 1. ສະໜັບສະໜູນຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາທາງດ້ານເສດຖະກິດ, 2. ອໍານວຍຄວາມສະດວກໃຫ້ແກ່ການຟື້ນຟູທາງດ້ານເສດຖະກິດໃນພາກພື້ນ, ແລະ 3.ກະກຽມຄວາມພ້ອມໃຫ້ແກ່ ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງໃນການຮັບມືກັບ ການແຜ່ລະບາດຂອງພະຍາດຕ່າງໆທີ່ອາດຈະເກີດຂຶ້ນໃນອະນາຄົດ; ແລະ
3) ຖະແຫຼງການຮ່ວມ ກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 (Joint Summit Declaration).
ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນຂອບGMS ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິ ບັດຂອບການລົງທຶນພາກພື້ນGMS 2018 -2022 ໃນຂົງເຂດການພັດທະນາພື້ນຖານໂຄງລ່າງໃນພາກພື້ນແມ່ນໍ້າຂອງ. ສໍາລັບ ສປປ ລາວ, ການຈັດຕັ້ງປະຕິບັດຫຼາຍໂຄງການ ແມ່ນມີຄວາມຄືບໜ້າ ແລະ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເຊັ່ນ: ການກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ຊຶ່ງເປັນສ່ວນຫນຶ່ງ ຂອງ ໂຄງການທາງດ່ວນ ແຕ່ ນະຄອນຫຼວງວຽງຈັນ ຫາ ຊາຍແດນຈີນ ບໍ່ເຕັນ-ບໍ່ຫານ ໄດ້ສໍາເລັດ ແລະ ເປີດໃຊ້ແຕ່ເດືອນກຸມພາ 2021 ເປັນຕົ້ນມາ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ກໍ່ຈະສໍາເລັດ ແລະ ຈະເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2021 ນີ້. ການພັດທະນາພື້ນຖານໂຄງລ່າງດັ່ງກ່າວ ເປັນການປະກອບສ່ວນສໍາຄັນເຂົ້າໃນການຍົກບົດບາດ ການເປັນໃຈກາງເຊື່ອມຈອດ-ເຊື່ອມໂຍງພາກພື້ນ ແລະ ຕ່ອງໂສ້ການຜະລິດ ຂອງ ພາກພື້ນ ແລະ ສາກົນ. ພ້ອມດຽວກັນນີ້, ພະນະທ່ານນາຍົກລັດຖະມົນຕີ ກໍສະແດງຄວາມດີໃຈທີ່ເຫັນວ່າ ການຈັດຕັ້ງປະຕິບັດບັນດາໂຄງການພັດທະນາທີ່ຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມໃນຂົງເຂດຕ່າງໆ ເຊັ່ນ: ການທ່ອງທ່ຽວ, ກະສິກໍາ, ການຂົນສົ່ງ, ການຄ້າ ແລະ ອື່ນໆ, ມີປະສິດທິຜົນເປັນກ້າວໆ, ເຊິ່ງນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະເທດອະນຸພາກພື້ນແມ່ນໍ້າຂອງນີ້.
ເຖິງແນວໃດກໍຕາມ, ພະນະທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນບັນຫາອັນຮີບດ່ວນທີ່ບັນດາປະ ເທດອະນຸພາກພື້ນແມ່ນໍ້າຂອງ ຈະຕ້ອງໄດ້ມີການຮ່ວມມືກັນແກ້ໄຂຢ່າງສະນິດແໜ້ນ ແລະ ກົມກຽວກັນ ເປັນຕົ້ນແມ່ນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ 19, ບັນຫາການເຄື່ອນຍ້າຍຂອງແຮງງານໃນຂົງເຂດອະນຸພາກພື້ນແມ່ນ້ຳຂອງ, ຜົນກະທົບຈາກ ການປ່ຽນແປງຂອງດິນຟ້າອາກາດ, ຄວາມແຕກໂຕນທາງດ້ານການພັດທະນາ ແລະ ການຟື້ນຟູເສດຖະກິດ-ສັງຄົມ. ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນຍຸດທະສາດ GMS 2030 ກໍຄືແກ້ໄຂຜົນກະທົບທີ່ເກີດຈາກ ໂຄວິດ-19, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ມີບາງຂໍ້ສະເໜີກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ຄື:
ກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 7 ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ບົນພື້ນຖານໄມຕີຈິດມິດຕະພາບ ແລະ ການຮ່ວມມືທີ່ດີກັນໃນຖານະບ້ານໃກ້ເຮືອນຄຽງ ເພື່ອພ້ອມກັນຂ້າມຜ່ານສິ່ງທ້າທາຍໃນອານະຄົດ ແລະ ຮ່ວມກ້າວໄປສູ່ການພັດທະນາແບບຍືນຍົງ.ກອງປະຊຸມສຸດຍອດຜູ້ນໍາອະນຸພາກພື້ນແມ່ນ້ຳຂອງຄັ້ງຕໍ່ໄປ ຈະໄດ້ຈັດຂຶ້ນອີກ ໃນປີ 2024 ໂດຍການເປັນປະທານຂອງ ສປ ຈີນ.