ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 76

 

Un1

Un2

ໃນຕອນເຊົ້າຂອງ ວັນທີ 25 ກັນຍາ 2021 ຢູ່ທີ່ສຳນັກງານໃຫຍ່ອົງການ ສປຊ, ນະຄອນ ນິວຢອກ, ເຊິ່ງເປັນມື້ທີ 5 ຂອງການດຳເນີນພາກອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76, ທ່ານ   ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວບົດປາໄສ ໂດຍຜ່ານການບັນທຶກວິດີໂອ ໂດຍສະແດງຄວາມຊົມເຊີຍຕໍ່ທ່ານ ອັບດູລາ ຊາຮິດ (Abdulla Shahid) ທີ່ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 76 ແລະ ທ່ານໂວລກັນ ໂບສ໌ເກຍ (Volkan Bozkir) ທີ່ໄດ້ປະຕິບັດໜ້າທີ່ເປັນປະທານກອງປະຊຸມສະມັດຊາໃຫຍ່ສປຊ ສະໄໝທີ 75 ດ້ວຍຜົນສໍາເລັດອັນຈົບງາມ.

ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕະຫຼອດໄລຍະ 2 ປີທີ່ຜ່ານມາ ພ້ອມທັງຖືໂອກາດນີ້, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງວົງຄະນະຍາດສາກົນ, ບັນດາປະເທດເພື່ອນມິດ ລວມທັງອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນແຕ່ລະດ້ານເພື່ອການສະກັດກັ້ນ ແລະ ຄວບຄຸມການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ໄດ້ຮຽກຮ້ອງໃຫ້ວົງຄະນະຍາດສາກົນ, ລວມທັງ ບັນດາປະເທດທີ່ມີຄວາມກ້າວໜ້າທາງດ້ານວິທະຍາສາດການແພດ, ນັກຄົ້ນຄວ້ານັກວິທະຍາສາດໃນທົ່ວໂລກເພີ່ມທະວີການສຶກສາຄົ້ນຄວ້າ ເພື່ອວາງມາດຕະການຕອບໂຕ້ຮ່ວມກັນ ເປັນຕົ້ນແມ່ນການຄົ້ນຄວ້າພັດທະນາ ແລະ ຜະລິດຢາວັກແຊັງ, ຢາປິ່ນປົວ, ສືບຕໍ່ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອເອົາຊະນະກັບວິກິດການດ້ານສຸຂະພາບດັ່ງກ່າວ.ພະຍາດໂຄວິດ-19 ໄດ້ທໍາລາຍລະບົບຕ່ອງໂສ້ເສດຖະກິດໂລກ, ເຮັດໃຫ້ທຸກປະເທດໃນໂລກ ປະເຊີນກັບເສດຖະກິດທີ່ຖົດຖອຍ ແລະ ຢຸດສະງັກ, ເຊິ່ງໄດ້ສ້າງຜົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງທຸກປະເທດ, ໂດຍສະເພາະແມ່ນປະເທດກຳລັງພັດທະນາ ແລະ ດ້ອຍພັດທະນາ ລວມທັງ ສປປ ລາວ ແມ່ນໄດ້ຮັບຜົນກະທົບຫລາຍກວ່າຫມູ່ ໃນການບັນລຸເປົ້າຫມາຍການພັດທະນາແບບຍືນຍົງ ພ້ອມທັງຮຽກຮ້ອງໃຫ້ວົງຄະນະຍາດສາກົນ, ໂດຍສະເພາະປະເທດພັດທະນາແລ້ວ ຈົ່ງໄດ້ໃຫ້ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ໃນການເພີ່ມທະວີການຊ່ວຍເຫຼືອໃຫ້ແກ່ປະເທດກຳລັງພັດທະນາ ແລະ ປະເທດດ້ອຍພັດທະນາໃຫ້ສາມາດແກ້ໄຂຜົນກະທົບຈາກການແຜ່ລະບາດຈາກພະຍາດໂຄວິດ-19 ນີ້.

ໃນຊຸມປີຜ່ານມາ ລັດຖະບານລາວ ຈະໄດ້ເອົາໃຈໃສ່ ແລະ ວາງມາດຕະການທັງໄລຍະສັ້ນ ແລະ ໄລຍະຍາວ, ເປັນຕົ້ນແມ່ນການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ກໍ່ຄື ຍຸດທະສາດການພັດທະນາ 2025 ແລະ ວິໄສທັດ 2030, ຕັ້ງຫນ້າປະຕິບັດໃຫ້ໄດ້ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 (2021-2025) ທີ່ ສະພາແຫ່ງຊາດລາວ ໄດ້ຮັບຮອງໃນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນດໍາເນີນງານອິສຕັນບູນວ່າດ້ວຍປະເທດດ້ອຍພັດທະນາ ໂດຍມີເປົ້າໝາຍສູ້ຊົນໃຫ້ ສປປ ລາວ ສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຢ່າງມີຄວາມຍືນຍົງ. ຈາກການປະເມີນຂອງ ອົງການ ສປຊ, ເຖິງແມ່ນວ່າ ສປປ ລາວ ສາມາດປະຕິບັດໄດ້ 3 ເງື່ອນໄຂໃນການສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ພາຍຫຼັງການທົບທວນຄັ້ງທີ2 ໃນເດືອນ ກຸມພາ 2021 ທີ່ຜ່ານມານີ້ແລ້ວກໍ່ຕາມ, ແຕ່ເຫັນວ່າ ສປປ ລາວ ອາດຈະບໍ່ສາມາດຮັກສາໄວ້ລະດັບມາດຖານຂອງທັງ 3 ເງື່ອນໄຂທີ່ກໍານົດໄວ້ນັ້ນໄດ້ ເນື່ອງຈາກຍັງສືບຕໍ່ໄດ້ຮັບຜົນກະທົບຮອບດ້ານຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ສປປ ລາວ ໄດ້​ເຂົ້າ​ຮ່ວມ ແລະ ປະກອບສ່ວນຢ່າງຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບສູງ ໃນຂອບການຮ່ວມມືພາກພື້ນ, ໂດຍສະເພາະໃນ​ອາຊຽນ ເຊິ່ງຖືເອົາ ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການຮ່ວມມືເພື່ອການພັດທະນາ ຂອງບັນດາປະເທດສະມາຊິກ ເປັນບູລິມະສິດ.ນອກນີ້, ສປປ ລາວ ໄດ້ສືບຕໍ່ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ ເພື່ອຮອງຮັບການເຊື່ອມໂຍງເສດຖະກິດ​ເຂົ້າ​ກັບພາກພື້ນ ​ແລະ ອະນຸ​ພາກ​ພື້ນ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າໂດຍຜ່ານຂອບການຮ່ວມມືຕ່າງໆ, ອັນສໍາຄັນອັນໜຶ່ງ ແມ່ນການກະກຽມເປີດການນໍາໃຊ້ເສັ້ນທາງລົດໄຟຄວາມໄວສູງ ເຊື່ອມຕໍ່ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນທ້າຍປີ 2021 ນີ້ ເຊິ່ງຈະເປັນເສັ້ນທາງລົດໄຟສາຍທຳອິດຂອງ ສປປ ລາວ ແລະ ຈະເປັນການໄຂສັງກາດໃໝ່ ພາຍໃຕ້ວິໄສທັດ ການສ້າງປະເທດ ຈາກບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ ເພື່ອການສົ່ງເສີມການພົວພັນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ໄປມາ ຫາສູ່ ລະຫວ່າງປະຊາຊົນ ຢູ່ໃນພາກພື້ນໃຫ້ມີຄວາມສະດວກວ່ອງໄວຂື້ນກວ່າເກົ່າ.  

ສປປ ລາວ ໄດ້ສືບຕໍ່ຍຶດໝັ້ນໃນແນວທາງການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື ກໍ່ຄື ຫຼັກການແກ້ໄຂບັນຫາດ້ວຍສັນຕິວິທີ ແລະ ບໍ່ແຊກແຊງກິດຈະການພາຍໃນເຊິ່ງກັນແລະກັນ ພ້ອມທັງ ເຫັນວ່າ ການໂດດດ່ຽວ, ການປະເຊີນໜ້າ ແລະ ນໍາໃຊ້ມາດຕະການຂວໍ້າບາດຝ່າຍດຽວຕໍ່ປະເທດໃດໜຶ່ງ ຍິ່ງຈະບໍ່ນໍາຜົນປະໂຫຍດໃດໆ ມາສູ່ປະເທດທີ່ກ່ຽວຂ້ອງ ກໍຄື ວົງຄະນະຍາດສາກົນໂດຍລວມ. ນອກນີ້, ຍັງໄດ້ຍົກໃຫ້ເຫັນບັນຫາຂໍ້ຂັດແຍ່ງຢູ່ພາກພື້ນຕາເວັນອອກກາງ ທີ່ແກ່ຍາວມາຫຼາຍທົດສະວັດ ແລະ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ພະຍາຍາມຫັນໜ້າເຂົ້າຫາກັນ ເພື່ອປຶກສາຫາລື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈກັນ ໃນການແກ້ໄຂບັນຫາດັ່ງກ່າວ ໂດຍສັນຕິວິທີ. ເພື່ອຮ່ວມກັນແກ້ໄຂ ວິກິດການດ້ານດິນຟ້າອາກາດ, ສປປ ລາວ ຮຽກຮ້ອງມາຍັງທຸກປະເທດໃນໂລກ ຈົ່ງເພີ່ມທະວີການຈັດຕັ້ງປະຕິບັດ ບັນດາພັນທະ ແລະ ເປົ້າໝາຍຂອງສັນຍາ ປາຣີ ໃຫ້ປະກົດຜົນເປັນຈິງ ແນໃສ່ສະກັດກັ້ນ ແລະ ຫລຸດຜ່ອນການເກີດໄພພິບັດທໍາມະຊາດທີ່ຮ້າຍແຮງ ແລະ ສ້າງຜົນກະທົບທີ່ໜັກ  ໜ່ວງຕໍ່ໂລກຂອງພວກເຮົາໃນປັດຈຸບັນ.ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ບັນຫາດັ່ງກ່າວ ໂດຍໄດ້ຜັນຂະຫຍາຍເອົາບັນດາເປົ້າໝາຍຂອງ ສັນຍາ ປາຣີ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ຍຸດທະສາດແຫ່ງຊາດ ວ່າດ້ວຍການເຕີບໂຕສີຂຽວ.ພ້ອມດຽວກັນນັ້ນ, ລັດຖະບານລາວ ຍັງໄດ້ສະເຫນີແຜນງານແຫ່ງຊາດກ່ຽວກັບການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ(NDC)ໃຫ້ອົງການສະຫະປະຊາຊາດເຊິ່ງໄດ້ວາງຄາດຫມາຍຫຼຸດຜ່ອນປະລິມານການປ່ອຍທາດອາດພິດເຮືອນແກ້ວໃຫ້ໄດ້ ເຖິງ 60 % ພາຍໃນ ປີ 2030.

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງຕໍ່ທີ່ປະຊຸມວ່າ ສປປ ລາວ ພວມສະໝັກເປັນສະມາຊິກຂອງສະພາເສດຖະກິດ-ສັງຄົມ ສປຊ ສຳລັບສົກປີ 2023-2025, ເຊິ່ງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈສູງ ແລະ ຄວາມພ້ອມ ຂອງ ສປປ ລາວ ໃນການປະກອບສ່ວນຢ່າງຕັ້ງໜ້າ ແລະ ຫ້າວຫັນ ເຂົ້າໃນພາລະກິດອັນມີກຽດຂອງອົງການ ສປຊ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຈາກບັນດາປະເທດສະມາຊິກ ສປຊ. ໃນມື້ທີ 5 ຂອງກອງປະຊຸມ ໄດ້ມີບັນດາຜູ້ນໍາຂັ້ນຫົວໜ້າລັດຖະບານ ແລະ ລັດຖະມົນຕີຂອງ26 ປະເທດ ຜັດປ່ຽນກັນ ຂຶ້ນກ່າວບົດປາໄສ ໃນຮູບແບບມາຮ່ວມດ້ວຍຕົນເອງ ແລະ ຜ່ານການບັນທຶກວິດີໂອ. ພາກອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ ສປຊ ນີ້ ຍັງຈະດຳເນີນໄປເຖິງ ວັນທີ 27 ກັນຍາ 2021.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485584
ມື້ນີ້89
ມື້ວານ196
ອາທິດນີ້620
ເດືອນນີ້4889