ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສະເຫຼີມສະຫຼອງຄົບຮອບ 60 ປີ ຂອງກອງປະຊຸມຄັ້ງປະຖົມມະລຶກຂະບວນການບໍ່ຮ່ວມກຸ່ມ ໃນຮູບແບບທາງໄກ

 

20211011-12 FM-NAM-1

 

20211011-12 FM-NAM-2

 

20211011-12 FM-NAM-3

 

 

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ແລະ ກ່າວບົດປາໄສແບບທາງໄກ ໃນກອງປະຊຸມສະເຫຼີມສະຫຼອງ ຄົບຮອບ 60 ປີ ຂອງກອງປະຊຸມຄັ້ງປະຖົມມະລຶກຂະບວນການບໍ່ຮ່ວມກຸ່ມ (Non-Aligned Movement - NAM) ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Ilham Aliyev, ປະທານາທິບໍດີ ອາແຊັກໄບຊານ ແລະ ທ່ານ Aleksandar Vučić, ປະທານາທິບໍດີ ແຊັກບີ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 11 - 12 ຕຸລາ 2021, ທີ່ ນະຄອນຫຼວງແບນກາດ, ປະເທດແຊັກບີ.

 

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອລະລຶກຄືນເຖິງເຫດການປະຫວັດສາດ ຂອງການສ້າງຕັ້ງຂະບວນການບໍ່ຮ່ວມກຸ່ມ, ກໍ່ຄືການຈັດກອງປະຊຸມຄັ້ງປະຖົມມະລຶກ ທີ່ ເມືອງແບນກາດ, ອະດິດສະຫະພາບຢູໂກສະລາວີ ໃນປີ 1961. ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວບົດປາໄສຢ້ຳຄືນເຖິງຄວາມສຳຄັນ ແລະ ບົດບາດຂອງຂະບວນການບໍ່ຮ່ວມກຸ່ມ ຕະຫລອດໄລຍະ 60 ປີ ໃນການນຳພາປະເທດສະມາຊິກຂ້າມຜ່ານບັນດາສິ່ງທ້າທາຍຕ່າງໆ ໂດຍການຍຶດຖືຫຼັກການຢູ່ຮ່ວມກັນໂດຍສັນຕິ, ຄວາມໝາຍໝັ້ນໃນການຍຶດຖືຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ສົ່ງເສີມການຮ່ວມມືຫຼາຍຝ່າຍ ໂດຍສະເພາະແມ່ນການສະແດງຄວາມຊົມເຊີຍຜົນງານ ທາງປະຫວັດສາດຂອງກຸ່ມ ແລະ ຄວາມສຳຄັນຂອງຫຼັກການບັນດຸງທີ່ເປັນພື້ນຖານໃນການຮ່ວມມືກັນຂອງຂະບວນການບໍ່ຮ່ວມກຸ່ມ.

 

ພ້ອມດຽວກັນນີ້, ເພື່ອສະແດງເຖິງຄວາມເອົາໃຈໃສ່ຂອງ ສປປ ລາວ ໃນນາມທີ່ເປັນສະມາຊິກຂະບວນການບໍ່ຮ່ວມກຸ່ມ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແຕ່ງຕັ້ງ ທ່ານ ສີທົງ ຈິດໂຍທິນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳປະເທດໂອຕຼິດ ໃຫ້ຕາງໜ້າເຂົ້າຮ່ວມແບບເຊິ່ງໜ້າໃນກອງປະຊຸມດັ່ງກ່າວ ລວມທັງກອງປະຊຸມລັດຖະມົນຕີ ຂອງກຸ່ມເພື່ອນມິດເພື່ອການປົກປ້ອງກົດບັດ ສປຊ ຄັ້ງທີ II ແລະ ຮັບຮອງຖະແຫຼງການທາງດ້ານການເມືອງ (Political Declaration) ເພື່ອສະແດງເຖິງເຈດຕະນາລົມທີ່ຢຶດໝັ້ນ ຕໍ່ຫຼັກການສາກົນອັນເປັນພື້ນຖານທີ່ກໍານົດໃນກົດບັດ ສປຊ ແລະ ຢໍ້າຄືນເຖິງຄວາມສຳຄັນ ໃນການສົ່ງເສີມລະບົບການຮ່ວມມືຫຼາຍຝ່າຍ ຮ່ວມກັບປະຊາຄົມສາກົນ ເພື່ອປົກປັກຮັກສາສັນຕິພາບ, ເຄົາລົບຕໍ່ຄວາມເປັນເອກະລາດແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າກິດຈະການພາຍໃນ ແລະ ເພີ່ມທະວີຄວາມເຊື່ອໝັ້ນຕໍ່ພາລະບົດບາດຂອງ ອົງການ ສປຊ ໃນການແກ້ໄຂບັນຫາສິ່ງທ້າທາຍຂອງສາກົນຮ່ວມກັນ.

 

ຂະ​ບວນ​ການ​ບໍ່​ຮ່ວມ​ກຸ່ມ (Non-Aligned Movement – NAM) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນໃນ​ປີ 1961 ​ໂດຍ​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ ​ທີ່​ບໍ່​ຕ້ອງ​ການ​ຮ່ວມ​ກຸ່ມ ຫຼື ເປັນ​ປໍ​ລະ​ປັກ​ກັບ​ຝ່າຍ​ໃດ​ຝ່າຍໜຶ່ງໃນ​ໄລ​ຍະ​ສົງ​ຄາມ​ເຢັນ. ຈຸດ​ປະ​ສົງ​ຫຼັກ​ຂອງກຸ່ມ ແມ່ນ​ເພື່ອ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ, ສະ​ຖ​ຽນ​ລະ​ພາບ, ອະ​ທິ​ປະ​ໄຕ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ສະ​ມາ​ຊິກ ໂດຍ​ການ​ຮ່ວມ​ມື​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ບັນ​ດຸງ (Bandung Principle) ທີ່​ສົ່ງ​ເສີມ​ການ​ຮ່ວມ​ມື ແລະ ສັນ​ຕິ​ພາບ​ຂອງ​ໂລກ ເຊິ່ງ​ປັດ​ຈຸ​ບັນ​ມີ​ປະ​ເທດ​ສະ​ມາ​ຊິກ​ທັງ​ໝົດ 120 ປະ​ເທດ ແລະ 17 ປະເທດສັງເກດການ.

------------//----------

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484481
ມື້ນີ້185
ມື້ວານ273
ອາທິດນີ້919
ເດືອນນີ້3786