ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ແມ່ຍິງ ເອີຣົບ-ອາຊີ” ຄັ້ງທີ 3 ໃນຮູບແບບທາງໄກ

 

VPSJoinMeeting1

 

VPSJoinMeeting2

 

ໃນຕອນຄໍ່າຂອງວັນທີ 14 ຕຸລາ 2021, ທີ່ ສໍານັກງານປະທານປະເທດ,ທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນເຂົ້າຮ່ວມ ແລະ ກ່າວບົດປາໄສໃນຮູບແບບທາງໄກ ໃນກອງປະຊຸມເວທີປຶກສາຫາລື ແມ່ຍິງເອີຣົບ-ອາຊີຄັ້ງທີ 3 ພາຍໃຕ້ຫົວຂໍ້: ແມ່ຍິງກັບພາລະກິດໂລກໃນຄວາມເປັນຈິງອັນໃໝ່, ໂດຍການເປັນປະທານຂອງ ທ່ານນາງວາເລນຕີນາມັດວຽນໂກ, ປະທານສະພາສູງ ແຫ່ງ ສະຫະພັນ ຣັດເຊຍ, ເຊິ່ງຈັດຂຶ້ນໃນວັນທີ 13-15 ຕຸລາ 2021, ທີ່ ນະຄອນຫຼວງ ຊັງປີເຕີສະເບີກ, ສ.ຣັດເຊຍ.

 

ໃນໂອກາດດັ່ງກ່າວ,ທ່ານຮອງປະທານປະເທດ ໄດ້ສະແດງຄວາມຊົມເຊີຍແລະຕີລາຄາສູງຕໍ່ການກະກຽມ ແລະ ດຳເນີນກອງປະຊຸມທີ່ມີຄວາມໝາຍສຳຄັນໃນຄັ້ງນີ້ ໃນທ່າມກາງປະຊາຊາດໃນໂລກທີ່ພວມປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງສົ່ງຜົນສະທ້ອນໂດຍກົງຕໍ່ການພັດທະນາເສດຖະກິດ-ສັງ ຄົມຂອງບັນດາປະເທດໃນໂລກ. ພ້ອມນັ້ນ, ທ່ານກໍຍັງໄດ້ຍົກໃຫ້ເຫັນ ກ່ຽວກັບ ການປ່ຽນແປງທາງສັງຄົມ 2030 ແລະ ພາລະກິດຂອງແມ່ຍິງເພື່ອບັນລຸການພັດທະນາແບບຍືນຍົງກວມລວມ, ເຊິ່ງສະພາບການດັ່ງກ່າວ, ລັດຖະ ບານລາວ ໄດ້ໃຫ້ຄວາມສໍາຄັນຕໍ່ການພັດທະນາແບບຍືນຍົງ, ກວມລວມ ແລະ ຖືນະໂຍບາຍດັ່ງກ່າວ ເປັນເປົ້າໝາຍ ເພື່ອນໍາເອົາປະເທດຊາດຫຼຸດພົ້ນອອກຈາກສະພາວະດ້ອຍພັດທະນາ. ຜ່ານການຈັດຕັ້ງປະຕິບັດບັນດາແຜນຍຸດທະສາດດັ່ງກ່າວ, ລັດຖະບານໄດ້ເອົາໃຈໃສ່ໃນການປະກາດໃຊ້ຫຼາຍນິຕິກໍາ ທີ່ເປັນເຄື່ອງມືຄຸ້ມຄອງລັດ, ຮັບປະກັນການສົ່ງເສີມ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ. ຄຽງຄູ່ກັນນັ້ນ, ລັດຖະບານກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ່ອົງການສະຫະປະຊາຊາດວາງອອກ ແລະ ຜ່ານການປະເມີນຜົນ ຄັ້ງທີ 2 ໃນຕົ້ນປີ 2021 ຂອງອົງການສະຫະປະຊາຊາດ ກ່ຽວກັບການຈັດຕັ້ງປະຕິບັດ 3 ເງື່ອນໄຂ ເພື່ອຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ (LDC), ສປປ ລາວ ເປັນໜຶ່ງໃນເປົ້າໝາຍທີ່ສາມາດປະຕິບັດໄດ້ທັງ 3 ຂອງເງື່ອນໄຂຄື:​ ດັດສະນີລາຍໄດ້ສະເລ່ຍແຫ່ງຊາດ (GNI), ດັດສະນີຊັບສິນມະນຸດ (HAI) ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ (EVI), ແຕ່ຍ້ອນຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ 19 ອາດຈະໃຊ້ເວລາອີກໄລຍະໜຶ່ງ ເພື່ອໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍດັ່ງກ່າວ ຢ່າງມີຜົນສໍາເລັດ, ຊື່ງ 3 ເງື່ອນໄຂ ດັ່ງກ່າວລ້ວນແຕ່ໄດ້ເຊື່ອມສານເຂົ້າໃນນະໂຍບາຍຄວາມສະເໝີພາບຍິງ-ຊາຍ ຂອງລັດຖະບານ ແລະ ລັດຖະບານກໍ່ໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດມີຜົນສໍາເລັດເປັນກ້າວໆມາ ເຮັດໃຫ້ແມ່ຍິງສາມາດປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ຄວາມຮຸ້, ຄວາມສາມາດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນຫຼາຍຂົງເຂດວຽກງານ ນັບມື້ນັບເພີ່ມຂຶ້ນ ເຊິ່ງສະແດງອອກໃນຕົວເລກໃນອັດຕາສ່ວນແມ່ຍິງ ເຂົ້າຮ່ວມໃນອົງການນິຕິບັນຍັດ, ອົງການລັດຖະບານ ແລະ ອຳນາດການປົກຄອງຂັ້ນທ້ອງຖິ່ນ. ພິເສດ, ໃນປີ 2021 ສປປ ລາວ ໄດ້ຖືກຈັດຢູ່ໃນອັນດັບທີ 37 ຂອງໂລກ ແລະ ອັນດັບທີ 2 ຂອງອາຊຽນ ໃນດ້ານບົດບາດຂອງແມ່ຍິງໃນເວທີການເມືອງ.

ໃນການເຊື່ອມໂຍງສາກົນແມ່ຍິງຍັງມີສິ່ງທ້າທາຍ ເຊິ່ງຈະຕ້ອງໄດ້ຮ່ວມກັນເພື່ອແກ້ໄຂບັນຫາດັ່ງກ່າວເຊັ່ນ: ການໃຊ້ຄວາມຮູນແຮງໃນຄອບຄົວ, ສຸຂະພາບ, ການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ, ການເຂົ້າເຖິງແຫຼ່ງທຶນ, ການສົ່ງເສີມ MSME, ການຄ້າມະນຸດ ແລະ ອື່ນໆ ລວມທັງການແກ້ໄຂຜົນກະທົບຂອງລະເບີດຍັງບໍ່ທັນແຕກທີ່ສົງຄາມປະຖິ້ມໄວ້ ໃນຫຼາຍທົດສະວັດ. ພ້ອມກັນນັ້ນ, ທ່ານຮອງປະທານປະເທດ ປານີ ຢາທໍ່ຕູ້ຍັງໄດ້ສະແດງຄວາຂອບໃຈຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໃຫ້ການສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ. ພິເສດ ແມ່ນການຊ່ວຍເຫຼືອທາງດ້ານວັດຖຸອຸປະກອນ ແລະ ວັກແຊັງ ເພື່ອແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນລາວ, ພ້ອມທັງຊຸກຍູ້ໃຫ້ປະຊາຄົມໂລກ ສືບຕໍ່ໃຫ້ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ເພື່ອເຮັດໃຫ້ໂລກມີສັນຕິພາບ, ສະຖຽນລະພາບ, ການຮ່ວມມືແບບຍືນຍົງຕາມທິດສີຂຽວ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຢູ່ດີກິນດີຂອງປະຊາຊົນ.

ກອງປະຊຸມເວທີປຶກສາຫາລືແມ່ຍິງ ເອີຣົບ-ອາຊີ ໃນຄັ້ງນີ້ ຖືເປັນໂອກາດອັນດີໃຫ້ແກ່ບັນດາຜູ້ນຳຍິງ ໃນພາກພື້ນ ໄດ້ແລກປ່ຽນຄຳຄິດຄຳເຫັນ ເພື່ອຊອກຫາຊ່ອງທາງໃນການຊຸກຍູ້, ເສີມຂະຫຍາຍການພົວພັນຮ່ວມມືເພື່ອການພັດທະນາ, ດ້ວຍຄວາມຮ່ວມແຮງຮ່ວມໃຈກັນ ເພື່ອໃຫ້ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຕາມວາລະ 2030 ໄປພ້ອມກັນ.

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480393
ມື້ນີ້51
ມື້ວານ172
ອາທິດນີ້791
ເດືອນນີ້6624