ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມ ຂອບການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ ສປຊ ສົກປີ 2022-2026

 

9

8

 

ໃນວັນທີ 16 ພະຈິກ2021, ທີ່ ກະຊວງການຕ່າງປະເທດ, ລັດຖະບານແຫ່ງ ສປປ ລາວຕາງໜ້າໂດຍ ທ່ານ ສະເຫຼີມໄຊ ກົມມະສິດ,ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າອົງການ ສປຊ, ທ່ານ ນາງ ຊາຣາ ເຊເກັນເນສ (Ms. Sara Sekkenes), ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ໄດ້ຮ່ວມລົງນາມ ຂອບການຮ່ວມມືລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ສົກປີ 2022-2026 ຢ່າງເປັນທາງການ (Lao PDR-United Nations Sustainable Development Cooperation Framework ຫຼື ເອີ້ນຫຍໍ້ວ່າ UNSDCF).

ພິທີລົງນາມໃນຄັ້ງນີ້ຈັດຂຶ້ນ ວັນ ທີ່ ກະຊວງການຕ່າງປະເທດ ກ່ອນການຈັດກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13, ດ້ວຍມາດຕະການຈຳກັດຜູ້ເຂົ້າຮ່ວມຈາກທັງສອງຝ່າຍ ໂດຍຄຳນຶງເຖິງການລະບາດຂອງພະຍາດໂຄວິດ-19 ທີ່ກຳລັງເພີ່ມຂຶ້ນຢູ່ ນະຄອນຫຼວງວຽງຈັນ ໃນປັດຈຸບັນ. ຂອບການຮ່ວມມື UNSDCF ສົກປີ 2022-2026 ແມ່ນແຜນງານສະບັບໃໝ່ນັບແຕ່ມີການປະຕິຮູບລະບົບຂອງ ອົງການສະຫະປະຊາຊາດ ອີງຕາມຍັດຕິຂອງເລຂາທິການໃຫ່ຍ ສປຊ ສະບັບເລກທີ 72/279 ທີ່ຖືກຮັບຮອງເອົາໃນປີ 2018, ເຊິ່ງມີເປົ້າໝາຍຕົ້ນຕໍໃນການປະຕິຮູບກົນໄກການປະຕິບັດງານຂອງ ອົງການ ສປຊ ໃຫ້ມີການປະສານງານທີ່ໂລ່ງລຽນ, ສອດຄ່ອງ, ມີປະສິດທິພາບ ແລະ ສ້າງຜົນປະໂຫຍດດ້ານການພັດທະນາໃຫ້ຫຼາຍທີ່ສຸດ.

ການຈັດຕັ້ງປະຕິບັດການປະຕິຮູບ ອົງການ ສປຊ ໂດຍຜ່ານຂອບການຮ່ວມມື UNSDCF ແມ່ນອີງໃສ່ ແນວທາງການສ້າງແຜນງານດັ່ງກ່າວ ໃຫ້ສອດຄ່ອງກັບກັບບູລິມະສິດດ້ານການພັດທະນາແຫ່ງຊາດລວມທັງບູລິມະສິດຍຸດທະສາດທີ່ຮອບດ້ານ ແລະ ເຊື່ອມໂຍງເຊິ່ງກັນ ແລະ ກັນເຊິ່ງເປັນໂຄງຮ່າງທີ່ຫຼັກການຜົນໄດ້ຮັບຕົວຈິງ (result-based management principles), ແລະ ມີກົນໄກການປະສານງານທີ່ໄດ້ຮັບການປັບປຸງ ແລະ ມີຂອບວຽກການຕິດຕາມ ແລະ ການປະເມິນຜົນ ແລະ ມີຄາດໝາຍຕົວຈິງ.

ໂດຍສືບຕໍ່ ຂອບການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ສະບັບປັດຈຸບັນ ສົກປີ 2017-2021, ຂອບການຮ່ວມມື UNSDCF ສົກປີ 2022-2026 ນີ້ແມ່ນເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ເພື່ອແກ້ໄຂຄວາມຕ້ອງການດ້ານການພັດທະນາ ແລະ ສິ່ງທ້າທາຍຢູ່ໃນປະເທດ ໂດຍສອດຄ່ອງກັບທິດທາງລວມ ແລະ ຫົກເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ ຄັ້ງທີ IX ສົກປີ 2021-2025. ຂະບວນການສ້າງຂອບການຮ່ວມມືສະບັບໃໝ່ນີ້ ແມ່ນຖືກສ້າງຂື້ນໂດຍຜ່ານຂະບວນການປຶກສາຫາລືຢ່າງກວ້າງຂວາງ ພ້ອມທັງການແລກປ່ຽນກັນຫຼາຍຄັ້ງ ລະຫວ່າງ ໜ່ວຍງານ ສປຊຮ່ວມກັບໂຕແທນຈາກ ລັດຖະບານ ສປປ ລາວຄູ່ຮ່ວມພັດທະນາອົງການຈັດຕັ້ງທາງສັງຄົມ ເພື່ອສົ່ງເສີມການມີສ່ວນຮ່ວມໃນການປະກອບຄໍາເຫັນ, ທັດສະນະ ແລະ ແຮງບັນດານໃຈໃນການພັດທະນາຮ່ວມກັນ.

ຂອບການຮ່ວມມືສະບັບໃໝ່ ແມ່ນໄດ້ກຳນົດເອົາ 4 ຂົງເຂດບຸລິມະສິດຍຸດທະສາດ ຄື:1.)ຊີວິການເປັນຢູ່ທີ່ດີຂອງປະຊາຊົນ2.)ຄວາມຈະເລີນຮຸ່ງເຮືອງທົ່ວເຖິງສໍາລັບໝົດທຸກຄົນ3.)ການບໍລິຫານລັດ ແລະ ການປົກຄອງດ້ວຍກົດໝາຍ4.) ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ຄວາມທົນທານຕໍ່ໄພພິບັດ, ເຊິ່ງນີ້ຈະກາຍເປັນເອກະສານທີ່ສໍາຄັນໃນການວາງແຜນ, ຈັດຕັ້ງປະຕິບັດໂຄງການລະດັບຊາດ, ລວມທັງຫັນປ່ຽນແນວທາງການປະຕິບັດງານຂອງ ອົງການ ສປຊ ໂດຍຜ່ານການປະສານງານທີ່ສອດຄ່ອງ, ​ກົມກຽວ ແລະ ມີປະສິດທິພາບຍິ່ງຂຶ້ນ ແລະ ຍົກລະດັບວຽກງານການຮ່ວມມື ແລະ ສະໜັບສະໜູນຂອງບັນດາເຄືອຂ່າຍອົງການ ສປຊ ຢູ່ ສປປ ລາວ ນັບແຕ່ປີ 2022-2026, ແນໃສ່ການບັນລຸບູລິມະສິດດ້ານການພັດທະນາຂອງ ສປປ ລາວ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄປຄຽງຄູ່ກັບເປົ້າໝາຍຂອງສາກົນ ກໍ່ຄື ວາລະ 2030 ເພື່ອການພັດທະນາແບບຍືນຍົງ.

ໃນໂອກາດສໍາຄັນດັ່ງກ່າວນີ້ທ່ານ ສະເຫຼີມໄຊ ກົມມະສິດ,​ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຮ່ວມມື,​ ສະໜັບສະໜູນຊ່ວຍເຫລືອຂອງ ອົງການ ສປຊ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ,ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ອົງການ ສປຊ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ໃນຕໍ່ໜ້າໂດຍສະເພາະ ໃນວຽກງານການຮັບມື ແລະ ຟື້ນຟູ ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງດິນຟ້າອາກາດການພັດທະນາແບບຍືນຍົງ ແລະ ຊ່ວຍສະໜັບສະໜູນ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານນະພາບປະເທດດ້ອຍພັດທະນາ ແລະ ວຽກການພັດທະນາອື່ນໆທີ່ກ່ຽວຂ້ອງ.

ເພື່ອໃຫ້ສາມາດບັນລຸເປົ້າໝາຍເຫຼົ່ານີ້ໄດ້, ທີມງານ ສປຊ ປະຈຳ ສປປ ລາວ ຈະເຮັດວຽກຮ່ວມກັນໃນທົ່ວທັງ ຂົງເຂດບຸລິມະສິດຍຸດທະສາດ, ໂດຍການນຳເອົາໜ່ວຍງານ, ກອງທຶນ ແລະ ແຜນງານຕ່າງໆທີ່ມີຄວາມຊຳນິຊຳນານອັນສະເພາະ ເພື່ອມາຊ່ວຍຄູ່ຮ່ວມງານລະດັບຊາດ ໃນການສ້າງຄວາມຄືບໜ້າດ້ານການພັດທະນາ ແລະ ແກ້ໄຂບັນຫາທ້າທາຍທີ່ກີດຂວາງການພັດທະນາຂອງ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480401
ມື້ນີ້59
ມື້ວານ172
ອາທິດນີ້799
ເດືອນນີ້6632