ໃນວັນທີ 17 ພະຈິກ 2021, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມໂຕະມົນລະດັບສູງຄັ້ງທີ 13 ຜ່ານທາງອອນລາຍ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເປັນຄູ່ຮ່ວມເພື່ອຍົກສູງປະສິດທິຜົນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ແນ່ໃສ່ເລັ່ງລັດການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນໄລຍະຟື້ນຟູຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19”.
ໃນກອງປະຊຸມດັ່ງກ່າວນີ້, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ອາຄິມ ສະໄຕເນີ (Achim Steiner) ຮອງປະທານກຸ່ມພັດທະນາແບບຍືນຍົງ ຂອງ ອົງການສະຫະປະຊາຊາດ ແລະ ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດ ເພື່ອການພັດທະນາ ໄດ້ໃຫ້ກຽດ ກ່າວເປີດ ກອງປະຊຸມຢ່າງເປັນທາງການ, ຊຶ່ງຈຸດປະສົງຂອງກອງປະຊຸຸມຄັ້ງນີ້, ແນໃສ່ປືກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຂອງ ສປປ ລາວ ໃນແຕ່ລະໄລຍະ ແລະ ທິດທາງການສືບຕໍ່ຮ່ວມມືໃນຕໍ່ໜ້າ ລະຫວ່າງລັດຖະບານ ແລະ ຄູ່ຮ່ວມພັດທະນາ. ເພື່ອປະກອບສ່ວນໃຫ້ແກ່ກອງປະຊຸມດັ່ງກ່າວ, ພະນະທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ກະຊວງການຕ່າງປະເທດ ນໍາສະເໜີບົດກ່ຽວກັບບົດລາຍງານແຫ່ງຊາດແບບສະໝັກໃຈສະບັບທີ 2 ໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ໂດຍໄດ້ລົງເລິກກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ປພຍ ໃນໄລຍະ 5ປີ ທີ່ຜ່ານມາ ພ້ອມທັງຂະບວນການສ້າງບົດລາຍງານ, ສິ່ງທ້າທາຍຕ່າງໆ ແລະ ທິດທາງໃນຕໍ່ໜ້າ. ພ້ອມນີ້, ກໍໄດ້ນຳສະເໜີບົດກ່ຽວກັບ ຍຸດທະສາດຂ້າມຜ່ານການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາແບບໂລ່ງລ່ຽນ ເພື່ອຮັບປະກັນໃນການຫຼຸດພົ້ນອອກຈາກສະຖານພາບປະເທດດ້ອຍພັດທະນາຢ່າງມີປະສິດທິພາບ ແລະ ຍືນຍົງ ໂດຍໄດ້ເນັ້ນໜັກໃສ່ການຄາດຄະເນຜົນກະທົບ ແລະ ສິ່ງທ້າທາຍ ໃນຂົງເຂດຕ່າງໆ ເພື່ອເປັນການກະກຽມໃຫ້ແກ່ຂະບວນການສ້າງຍຸດທະສາດຂ້າມຜ່ານໃຫ້ສຳເລັດພາຍໃນປີ 2022 ນີ້.
ການປະກອບສ່ວນຂອງກະຊວງການຕ່າງປະເທດໃນກອງປະຊຸມຄັ້ງນີ້ ແມ່ນໃນຖານະກອງເລຂາ ປພຍ ແຫ່ງຊາດ ແລະ ຄະນະຊີ້ນຳລະດັບຊາດເພື່ອຈັດຕັ້ງປະຕິບັດແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ເພື່ອສະແດງໃຫ້ບັນດາຄູ່ຮ່ວມພັດທະນາ ແລະ ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນ ໄດ້ຮັບຮູ້ເຖິງບັນດາຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກງານ ປພຍ ແລະ ແຜນການກະກຽມຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດພັດທະນາ ທີ່ໄດ້ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 (2021-2025) ໃຫ້ໄດ້ຢ່າງມີປະສິດທິຜົນ, ເພື່ອເປັນການສ້າງພື້ນຖານທີ່ເຂັ້ມແຂງໃນການຫຼຸດຜ່ອນຜົນກະທົບຂອງ ພະຍາດໂຄວິດ-19,ການຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ກ່ຽວຂ້ອງ ແລະ ການກຽມຄວາມພ້ອມໃຫ້ແກ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030.