ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກ ລະຫວ່າງ ກະຊວງການຕ່າງປະເທດ ກັບ ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ ຕ່າງປະເທດ

 

 20211119-video

 

ໃນວັນທີ 18 ພະຈິກ 2021, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າແຫ່ງ ສປປ ປະຈໍາ ຢູ່ ຕ່າງປະເທດ ເປັນຄັ້ງທຳອິດ ພາຍໃຕ້ການເປັນ ປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກງານພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຄະນະນຳກະຊວງ, ຄະນະກົມ, ບັນດາທ່ານ ເອກອັກຄະລັດຖະທູດ, ກົງສຸນໃຫຍ່ ແລະ ພະນັກງານຫຼັກແຫຼ່ງ ຂອງ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ທັງໝົດ 40 ແຫ່ງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຂອງບັນດາຫົວໜ້າສໍານັກງານ ກ່ຽວກັບ ສະພາບການທີ່ພົ້ນເດັ່ນຂອງປະເທດ ຫຼື ຂົງເຂດທີ່ສຳນັກງານຮັບຜິດຊອບ, ສະພາບການເຄື່ອນໄຫວ, ຂໍ້ສະດວກ, ຂໍ້ຫຍຸງຍາກ ແລະ ຂໍ້ສະເໜີຂອງສຳນັກງານ. ຫຼັງຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ຍົກໃຫ້ເຫັນບາງສະພາບການພົ້ນເດັ່ນ ຂອງການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດໃນປະຈຸບັນ, ບັນດາຜົນສຳເລັດທີ່ພົ້ນເດັ່ນ, ບັນດາຂໍ້ຫຍຸ້ງຍາກ, ບັນດາແຜນວຽກຈຸດສຸມທີ່ເປັນບຸລິມະສິດຂອງພັກ ແລະ ລັດຖະບານ ກໍຄືທິດທາງຕໍ່ໜ້າ ໃນການແກ້ໄຂສະພາບຫຍຸ້ງຍາກ ແລະ ຟື້ນຟູເສດຖະກິດຈາກຜົນກະທົບຂອງການລະບາດ ຂອງພະຍາດ ໂຄວິດ-19. ທ່ານລັດຖະມົນຕີໄດ້ໃຫ້ທິດຊີ້ນຳຕໍ່ບັນດາສຳນັກງານກ່ຽວກັບການປະຕິບັດ ແນວທາງນະໂຍບາຍການຕ່າງປະເທດຂອງພັກ ໃນສະພາບການຂອງໂລກທີ່ພວມປ່ຽນແປງຢ່າງໄວວາ, ເລິກ​ເຊິ່ງ ແລະ ຫຼໍ່ແຫຼມຄື ປະຈຸບັນ, ໄດ້ເນັ້ນໜັກໃຫ້ບັນດາຄະນະພັກ-ຄະນະນຳ ຂອງ ບັນດາສຳນັກງານຕາງໜ້າ ແຫ່ງ ສປປ ລາວ ຢູ່ ຕ່າງປະເທດ ກໍ່ຄື ບັນດາກົມພາຍໃນກະຊວງການຕ່າງປະເທດ ສືບຕໍ່ເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຄວາມຮັບຜິດຊອບ ເປັນຕົ້ນແມ່ນ ວຽກງານການສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນການເຮັດວຽກການເມືອງແນວຄິດຕໍ່ພະນັກງານ ໂດຍສະເພາະໃນສະພາບຄວາມຫຍຸ້ງຍາກຂອງການລະບາດຂອງພະຍາດ ໂຄວິດ-19 ແລະ ຄວາມຫຍຸ້ງຍາກທາງເສດຖະກິດ-ການເງິນ ທີ່ຈະສົ່ງຜົນກະທົບຮອບດ້ານຕໍ່ການເຄື່ອນໄຫວວຽກງານການຕ່າງປະເທດ ກໍ່ຄື ກະທົບຕໍ່ແນວຄິດຈິດໃຈຂອງພະນັກງານ ພ້ອມທັງການຍົກສູງຄຸນະພາບການເປັນເສນາທິການໃຫ້ແກ່ຂັ້ນເທິງ, ເອົາໃຈໃສ່ເຄື່ອນໄຫວການທູດເສດຖະກິດ, ການທູດວັກຊີນຢ່າງມີປະສິດທິຜົນ ແລະ ປັບປຸງແບບແຜນວິທີເຮັດວຽກຕາມສະພາບປົກກະຕິແບບໃໝ່.

ກອງປະຊຸມທາງໄກ ລະຫວ່າງ ກະຊວງ ກັບບັນດາສຳນັກງານຄັ້ງນີ້ມີ ຖືວ່າເປັນຂໍ້ລິເລີ່ມໃໝ່ຂອງກະຊວງການຕ່າງປະເທດ ເພື່ອແນໃສ່ປັບປຸງຮູບແບບການເຮັດວຽກຕາມທິດທັນສະໄໝເທື່ອເທື່ອລະກ້າວ ໂດຍສະເພາະແມ່ນປັບຕົວເຂົ້າກັບສະພາບປົກກະຕິແບບໃໝ່ຈະເປັນກົນໄກໃໝ່ໃນການເຮັດວຽກ, ການປະສານງານ ແລະ ການຊີ້ນໍານໍາພາ ລະຫວ່າງ ກະຊວງການຕ່າງປະເທດ ກັບ ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໃຫ້ມີຄວາມສະດວກວ່ອງໄວ, ໃກ້ຊິດຕິດແທດ ແລະ ມີປະສິດທິຜົນກວ່າເກົ່າ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ຄວາມເປັນຫ່ວງເປັນໃຍ ແລະ ທິດຊີ້ນໍາ ຂອງຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ມາຍັງບັນດາພະນັກງານ-ນັກການທູດ ທີ່ກໍາລັງປະຕິບັດໜ້າທີ່ຢູ່ຕ່າງປະເທດໄດ້ສະແດງຄວາມຊົມເຊີຍບັນດາສຳນັກງານທີ່ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການ ຕ່າງປະເທດຢ່າງມີຜົນສຳເລັດ, ໄດ້ສະເໜີໃຫ້ສຳນັກງານສືບຕໍ່ເຄື່ອນໄຫວວຽກງານຢ່າງເປັນເຈົ້າການເພື່ອຍາດແຍ່ງຜົນປະໂຫຍດມາໃຫ້ປະເທດຊາດຫຼາຍຂຶ້ນ, ຕໍ່ໜ້າສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີຄວາມສັບສົນ ແລະ ສະພາບພາຍໃນປະເທດມີຄວາມຫຍຸ້ງຍາກດັ່ງໃນປະຈຸບັນ, ວຽກງານການຕ່າງປະເທດຍິ່ງມີບົດບາດ ແລະ ການປະກອບສ່ວນທີ່ສໍາຄັນທີ່ສຸດ.ພ້ອມທັງໃຫ້ພະນັກງານຍົກສູງສະຕິໃນການປ້ອງກັນການແຜ່ລະບາດຂອງພະຍາດ ​ໂຄວິດ-19 ເພື່ອໃຫ້ທຸກຄົນປອດໄພຈາກເຊື້ອພະຍາດດັ່ງກ່າວແລະອວພອນໄຊອັນປະເສີດຕໍ່ບັນດາທ່ານຫົວໜ້າສຳນັກງານພະນັກງານທຸກຄົນທີ່ປະຈຳຢູ່ຕ່າງປະເທດຈົ່ງມີສຸຂະພາບແຂງແຮງ ສືບຕໍ່ປະຕິບັດໜ້າທີ່ຢ່າງເປັນເຈົ້າການມີຄວາມຮັບຜິດຊອບ ແລະ ມີຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480242
ມື້ນີ້72
ມື້ວານ157
ອາທິດນີ້640
ເດືອນນີ້6473