ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ

 

20211122 ASEAN-China-2

20211122 ASEAN-China-1

20211122 ASEAN-China-3

 

ໃນຕອນເຊົ້າ ຂອງ ວັນທີ 22 ພະຈິກ 2021, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ ໃນຮູບແບບທາງໄກ, ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ ສົມເດັດ ຊຸນຕານ ຣາຈິ ຮາຊານັນ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ​ແລະ ພະນະ​ທ່ານ ສີ ຈິ້ນຜິ​ງ, ປະທານ​ປະ​ເທດ​ແຫ່ງ ສປ ຈີນ.

 

ກອງປະຊຸມ ໄດ້ທົບທວນຄືນ ແລະ ຕີລາຄາສູງ ຕໍ່ການຮ່ວມມືອາຊຽນ-ຈີນ ຕະຫລອດໄລຍະ 30 ປີ ຜ່ານມາ ເຊິ່ງເຫັນໄດ້ເຖິງການຂະຫຍາຍຕົວ ແລະ ກ້າວເຂົ້າສູ່ຂີດໝາຍສຳຄັນ ໂດຍສະເພາະ ການຍົກລະດັບການພົວພັນຮ່ວມມື ອາຊຽນ-ຈີນ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຢ່າງເປັນທາງການ ທີ່ສ່ອງແສງໃຫ້ເຫັນຄວາມໝາຍໝັ້ນທາງດ້ານການເມືອງ ຂອງ ອາຊຽນ-ຈີນ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ກໍ່​ຄືການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ ໃນພາກພື້ນ ແລະ ໃນໂລກ. ຕະຫຼອດໄລຍະ 3 ທົດສະວັດ ຜ່ານມາ, ອາຊຽນ ແລະ ສປ ຈີນ ໄດ້ປະສົບຜົນສໍາເລັດທີ່ພົ້ນເດັ່ນຫຼາຍ ໂດຍສະເພາະ ມູນຄ່າການຄ້າສອງຝ່າຍ ໄດ້ເພີ່ມຂຶ້ນຫຼາຍກວ່າ 80 ເປີເຊັນ ຖ້າທຽບໃສ່ໃນປີ 1991; ການແລກປ່ຽນວັດທະນະທຳ ແລະ ການໄປມາຫາສູ່ຂອງປະຊາຊົນ ແລະ ການຮ່ວມມືດ້ານອື່ນໆ ກໍ່ໄດ້ຮັບການເສີມຂະຫຍາຍ​ເປັນ​ກ້າວໆ​ມາ.

 

ບັນດາຜູ້ນຳອາຊຽນ ໄດ້ສະແດງຄວາມຍິນດີທີ່ ສປ ຈີນ ​ໄດ້​ໃຫ້​ຄຳ​ໝາຍ​ໝັ້ນ​ທີ່​ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອອາຊຽນ ​ໃນການຮ່ວມມືເພື່ອຕ້ານກັບພະຍາດໂຄວິດ-19, ສືບຕໍ່ໃຫ້ການຊ່ວຍເຫຼືອອາຊຽນໂດຍການປະກອບສ່ວນເຂົ້າໃນກອງທຶນອາຊຽນເພື່ອຮັບມືກັບພະຍາດໂຄວິດ-19; ການຮ່ວມມືດ້ານສາທາລະນະສຸກໂດຍສະເພາະການຄົ້ນຄວ້າຢາປິ່ນປົວ, ການສ້າງບຸກຄະລາກອນດ້ານສາທາລະນະສຸກແບບຄົບຊຸດ. ສືບຕໍ່ການແລກປ່ຽນການຮ່ວມມືດ້ານວັດທະນະທຳ-ສັງຄົມ; ພິຈາລະນາເປີດການໄປມາຫາສູ່ຂອງປະຊາຊົນ, ການໃຫ້ທຶນການສຶກສາສຳລັບນັກຮຽນອາຊຽນ ໄປຮຽນຢູ່ ສປ ຈີນ; ການຮ່ວມມືດ້ານ ຊາວໜຸ່ມ, ແມ່ຍິງ ແລະ ກິລາ.

 

ນອກນັ້ນ, ກອງປະຊຸມຍັງໄດ້ປືກສາຫາລື ກ່ຽວກັບທິດທາງການຮ່ວມມືໃນອານາຄົດ, ໂດຍສະເພາະ ການຟື້ນຟູເສດຖະ ກິດພາກພື້ນ ຜ່ານການເຊື່ອມໂຍງເຊື່ອມຈອດດ້ານການຄ້າ-ການລົງທຶນ ໂດຍການສືບຕໍ່ຈັດຕັ້ງປະຕິບັດຖະແຫຼງການອາຊຽນ-ຈີນ ວ່າດ້ວຍ ການເຊື່ອມສານ ລະຫວ່າງແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງ ແລະ ແລວທາງການຄ້າທາງບົກ-ທາງທະເລສາກົນໃໝ່ຂອງ​ຈີນ; ການສົ່ງເສີມ ແລະ ພັດທະນາຂີດຄວາມສາມາດດ້ານເສດຖະກິດດີຈີຕອນ ​ແລະ ນະ​ວັດຕະ​ກຳ ເປັນຕົ້ນແມ່ນ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນຂົງເຂດການຄ້າ, ການເງິນ, ການທະນາຄານ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຈຸລະວິສາຫະກິດ ແລະ ວິສາຫະກິດຂະ   ໜາດນ້ອຍ-ຂະໜາດກາງ.

 

ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມສຸດຍອດອາຊຽນ-ຈີນ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຈີນ ຄົບຮອບ 30 ປີ (Joint Statement of the ASEAN-China Special Summit to Commemorate the 30th Anniversary of ASEAN-China Dialogue Relations).

-------------------------------------

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484704
ມື້ນີ້15
ມື້ວານ205
ອາທິດນີ້1142
ເດືອນນີ້4009