ໃນຕອນເຊົ້າ ຂອງວັນທີ 25 ພະຈິກ 2021, ທີ່ ກະຊວງການຕ່າງປະເທດ, ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ນໍາພາຄະນະ ຈາກສະຖານທູດ ຫວຽດນາມ ເຂົ້າມອບກະຕ່າດອກໄມ້ອວຍພອນ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 46 ປີ.