ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນການເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13

 

ASEM131

ASEM132

ASEM133

ASEM134

 

ໃນລະຫວ່າງວັນທີ 25-26 ພະຈິກ 2021 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 13 ຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ຫົວຂໍ້: ສ້າງຄວາມເຂັ້ມແຂງການຮ່ວມມືຫຼາຍຝ່າຍ ເພື່ອການຈະເລີນເຕີບໂຕຮ່ວມກັນ. ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໂດຍການເປັນປະທານຂອງ ພະນະທ່ານ ສົມເດັດ ຮຸນເຊັນ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊາອານາຈັກ ກຳປູເຈຍ ແລະ ຈະມີບັນດາຜູ້ນຳຈາກຄູ່ຮ່ວມມື 51 ປະເທດ ແລະ 2 ອົງການຈັດຕັ້ງສາກົນ ຈາກພາກພື້ນອາຊີ ແລະ ເອີຣົບ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ໂດຍໄດ້ຍົກເອົາຫຼາຍຫົວຂໍ້ຂຶ້ນມາປຶກສາຫາລືຮ່ວມກັນ ໂດຍສະເພາະ ໝາກຜົນຂອງການຮ່ວມມືອາຊີ-ເອີຣົບ ໃນໄລຍະຜ່ານມາ ທີ່ໄດ້ນໍາເອົາຜົນປະໂຫຍດມາສູ່ສອງພາກພື້ນອາຊີ-ເອີຣົບ ໂດຍຜ່ານບັນດາໂຄງການ ແລະ ແຜນງານຕ່າງໆ ທີ່ບັນດາປະເທດຄູ່ຮ່ວມມືໄດ້ຮ່ວມກັນຈັດຕັ້ງປະຕິບັດ. ພ້ອມດຽວກັນນັ້ນ, ບັນດາຜູ້ນໍາ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ເພື່ອວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮ່ວມມືໃນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມຮອບດ້ານ ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ສາມາດປັບໂຕໄດ້ເຂົ້າກັບສະພາບວິຖີຊີວິດແບບໃໝ່ໄດ້ຢ່າງມີປະສິດທິຜົນ.

ໃນກາລະໂອກາດດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ກໍໄດ້ປະກອບຄຳເຫັນໃນຫົວຂໍ້: ການພັດທະນາ ແລະ ການຟື້ນຟູເສດຖະກິດ-ສັງຄົມ ພາຍຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ເຊິ່ງໄດ້ເນັ້ນເຖິງຄວາມສຳຄັນຂອງການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງສອງພາກພື້ນອາຊີ-ເອີຣົບ ເພື່ອແກ້ໄຂຜົນກະທົບຂອງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດ-ສັງຄົມ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວໂດຍໄວ ໂດຍແນ່ໃສ່ເພີ່ມທະວີການຊ່ວຍເຫຼືອດ້ານເຕັກນິກວິທະຍາສາດ, ການແລກປ່ຽນຂໍ້ມູນຂ່າວສານການແພດ ແລະ ການສ້າງຄວາມເຂັ້ມແຂງດ້ານສາທາລະນະສຸກ ເພື່ອຮັບປະກັນໃຫ້ປະຊາຊົນສາມາດເຂົ້າເຖິງລະບົບສາທາລະນະສຸກທີ່ທັນສະໄໝ ລວມທັງ ການເຂົ້າເຖິງຢາປົວພະຍາດ ແລະ ການສະໜອງວັກຊິນໃຫ້ພຽງພໍ ແລະ ທົ່ວເຖິງ. ນອກຈາກນີ້້, ພະນະທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນເຖິງຄວາມສຳຄັນການຮ່ວມມືດ້ານລະບົບຂົນສົ່ງທີ່ທັນສະໄໝ ເພື່ອຟື້ນຟູການໄປມາຫາສູ່ກັນ ລະຫວ່າງປະຊາຊົນ, ຟື້ນຟູຕ່ອງໂສ້ເສດຖະກິດໂລກ, ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການຊ່ວຍເຫຼືອບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີຄວາມເຂັ້ມແຂງ ໃຫ້ສາມາດເຂົ້າເຖິງຕະຫລາດ ແລະ ແຫຼ່ງທຶນ ແລະ ການຮ່ວມມືດ້ານເສດຖະກິດດີຈີຕອນ ໂດຍໝູນໃຊ້ເຕັກໂນໂລຊີ ແລະນະວັດຕະກໍາທັນສະໄໝ ເພື່ອອໍານວຍຄວາມສະດວກດ້ານການຄ້າ-ການລົງທຶນ ແລະ ການໄປມາຫາສູ່ຂອງປະຊາຊົນ ຂອງສອງພາກພື້ນ.

ກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13 ໄດ້ຮັບຮອງເອົາ 3 ເອກະສານສໍາຄັນຄື: 1) ຖະແຫຼງການຂອງປະທານກອງປະຊຸມສຸດຍອດອາເຊັມ ຄັ້ງທີ 13; 2) ຖະແຫຼງການພະນົມເປັນ ວ່າດ້ວຍ ການຟື້ນຟູເສດຖະກິດ-ສັງຄົມ ຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19; ແລະ 3) ເອກະສານການເຊື່ອມຈອດອາເຊັມ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດຜັນຂະຫຍາຍຄວາມໝາຍໝັ້ນຂອງການຮ່ວມມືອາຊີ-ເອີຣົບໃຫ້ເກີດປະສິດທິຜົນ ແລະ ນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນ ຂອງສອງພາກພື້ນອາຊີ ແລະ ເອີຣົບ ໃນຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480266
ມື້ນີ້96
ມື້ວານ157
ອາທິດນີ້664
ເດືອນນີ້6497