ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ

 

30-11-21 LC 1

 

30-11-21 LC 2

 

30-11-21 LC 3

30-11-21 LC 4

30-11-21 LC 5

30-11-21 LC 6

 

ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ພັນຄໍາ ວິພາວັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 29-30 ພະຈິກ 2021.

ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ນໍາໂດຍ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ ໃນວັນທີ 29 ພະຈິກ 2021 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ຢ່າງເຄັ່ງຂຶມ ແລະ ສົມກຽດ ໂດຍ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ທີ່ ຫໍສັນຕິພາບ.

ຫຼັງຈາກສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນທັງສອງ ຝ່ຍ ໄດ້ມີກອງປະຊຸມພົບປະສອງຝ່າຍຮ່ວມກັບ. ໃນໂອກາດດັ່ງກ່າວນີ້, ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນດ້ວຍໄມຕິຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ຂອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ. ການຢ້ຽມຢາມ ກໍາປູເຈຍ ຄັ້ງນີ້ ແມ່ນການເຄື່ອນໄຫວຢ້ຽມຢາມຄັ້ງທໍາອິດ ແລະ ປະເທດທໍາອິດ ນັບແຕ່ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ, ພ້ອມທັງເປັນການຢືນຢັນອີກເທື່ອໜຶ່ງເຖິງຄວາມມຸ່ງໝັ້ນ ແລະ ເຈດຈໍານົງທີ່ສະເໝີຕົ້ນສະເໝີປາຍ ຂອງລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ມູນເຊື້ອສາຍພົວພັນມິດຕະພາບ ຖານເພື່ອນມິດສະໜິດສະໜົມ, ຖານບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ ກໍຄືຄູ່ຮ່ວມມືຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ.

ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງ ສົມເດັດ ເຕໂຈ ຮຸນ ແຊນ ກໍຄືລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມທັງໃຫ້ການຊ່ວຍເຫຼືອຈາກລັດຖະບານ ໃນໄລຍະຜ່ານມາ ທັງອຸປະກອນການແພດ ແລະ ວັກແຊັງພ້ອມທັງປຸກລະດົມ ພາກເອກະຊົນຂອງ ກໍາປູເຈຍ ຊ່ວຍເຫຼືອຕື່ມອີກ.

ສອງຝ່າຍໄດ້ຮ່ວມກັນທົບທວນຄືນການພົວພັນຮ່ວມມື ໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງຮ່ວມ ມືໃນຕໍ່ໜ້າໂດຍສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊຶ້ອຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ລາວ ແລະ ກໍາປູເຈຍ ທີ່ນັບມື້ນັບໄດ້ຮັບການຂະຫຍາຍຕົວແໜ້ນແຟ້ນຍິ່ງໆຂຶ້ນ, ໂດຍສະເພາະ ນັບຕັ້ງແຕ່ສອງປະເທດໄດ້ຍົກລະດັບສາຍພົວການຮ່ວມມື ເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ໃນປີ 2019, ການພົວພັນຮ່ວມມືຂອງສອງປະເທດ ກໍ່ມີບັນຍາກາດອັນໃໝ່ ເຖິງວ່າສະພາບການສາກົນ ແລະ ພາກພື້ນຍັງສືບຕໍ່ມີຄວາມສັບສົນ, ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຕ່ລະປະເທດຍັງມີຄວາມຫຍຸ້ງຍາກ ແຕ່ການພົວພັນຂອງສອງປະເທດ ລາວ-ກໍາປູເຈຍ ຍັງສືບຕໍໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດ, ຊຶ່ງສະແດງອອກຄື: ຜູ້ນໍາສອງປະເທດ ລາວ-ກໍາປູເຈຍ ໄດ້ມີການພົບປະກັນຢ່າງເປັນປົກກະຕິ ທັງໃນໂອກາດເຂົ້າຮ່ວມກອງປະຊຸມສາກົນຕ່າງໆ ແລະ ພົບປະສອງຝ່າຍ ໃນຮູບແບບທາງໄກ. ການພົວພັນຮ່ວມມືຂອງສອງປະເທດໃນດ້ານຕ່າງໆແມ່ນໄດ້ຮັບການເສີມຂະຫຍາຍ, ເປັນຕົ້ນ ການຮ່ວມມືດ້ານການເມືອງແມ່ນຢູ່ໃນລະດັບດີການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງການຄວາມສະຫງົບ ແລະ ວຽກງານຕ້ານຢາເສບຕິດ ກໍ່ມີຄວາມໃກ້ຊິດ ແລະ ໄດ້ຮັບຄວາມເອົາໃຈໃສ່ຈາກການນໍາທັງສອງປະເທດ.

ການຮ່ວມມືດ້ານການລົງທຶນ, ດ້ານເສດຖະກິດ, ວັດທະນະທໍາ-ສັງຄົມສຶກສາ ແລະ ການຮ່ວມມືໃນທ້ອງຖິ່ນ ກໍ່ເຫັນວ່າມີການຂະຫຍາຍ ຕົວເປັນກ້າວໆສອງຝ່າຍສະແດງຄວາມຍິນດີທີ່ເຫັນວ່າ ການຄ້າ ການລົງທຶນ ສອງຝ່າຍ ມີທ່າຂະຫຍາຍຕົວ ດີຂຶ້ນ, ການລົງທຶນຂອງກໍາປູເຈຍຢູ່ລາວ ແລະ ຂອງນັກລົງທຶນ ລາວ ຢູ່ ກໍາປູເຈຍ ກໍ່ນັບມື້ນັບເພີ່ມຂຶ້ນ, ພ້ອມທັງ ຢືນຢັນຈະຮ່ວມກັນສືບຕໍ່ ສ້າງເງື່ອນໄຂສະດວກ ໃຫ້ແກ່ ການສົ່ງເສີມ ການຮ່ວມມືດ້ານເສດຖະກິດສອງຝ່າຍ ໃຫ້ນັບມື້ນັບຫຼາຍຂຶ້ນ.ພິເສດແມ່ນ ເສີມຂະຫຍາຍການຮ່ວມມືດ້ານພະລັງງານ ຊຶ່ງສອງຝ່າຍ ທີລາວມີທ່າແຮງໃນການສົ່ງອອກ ແລະ ກໍາປູເຈຍກໍ່ມີຄວາມຕ້ອງການສູງ. ນອກນີ້, ສອງຝ່າຍຍັງໄດ້ແຈ້ງໃຫ້ເຊິ່ງກັນ ແລະ ກັນ ຊາບກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການສະກັດກັ້ນການແຜ່ ລະບາດຂອງພະຍາດໂຄວິດ-19. ສອງຝ່າຍໄດ້ສະເໜີໃຫ້ມີການປຶກສາຫາລືກັນກ່ຽວກັບການຟື້ນຟູ ເສດຖະກິດ ຫຼັງໂຄວິດ ໃນນັ້ນມີການຟື້ນຟູການທ່ອງທ່ຽວ ຫຼັງການແຜ່ລະບາດ ຂອງພະຍາດໂຄວິດ-19.

ສອງຝ່າຍ ຈະສືບຕໍ່ຮ່ວມກັນເຮັດໃຫ້ສໍາເລັດແຜນແມ່ບົດການຈັດຕັ້ງປະຕິບັດ ຄູ່ຮ່ວມຍຸດທະສາດຮອບ ດ້ານໝັ້ນຄົງຍາວນານ ເພື່ອຈະເປັນບ່ອນອີງ ໃນການຈັດຕັ້ງຜັນຂະຫຍາຍ ໃຫ້ເປັນຮູບປະທໍາພ້ອມທັງຮ່ວມກັນ ຊຸກຍູ້ໃຫ້ມີການພົບປະກັນຫຼາຍຂຶ້ນຕື່ມ ລະຫວ່າງ ຂະແໜງການ ກ່ຽວຂ້ອງ ບົນພື້ນຖານ ກົນໄກ ທີ່ທັງສອງຝ່າຍ ມີແລ້ວ ເປັນຕົ້ນ JC, JBC ແລະອື່ນໆແນໃສ່ປຶກສາຫາລືແລະຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ການນໍາຂອງສອງປະເທດໄດ້ລົງນາມແລະຕົກລົງເປັນເອກະພາບກັນແລ້ວລວມທັງບັນຫາຊາຍແດນລະຫວ່າງ 2 ປະເທດ.

ໃນໂອກາດດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຖືໂອກາດນີ້ເຊື້ອເຊີນສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນ ພ້ອມດ້ວຍພັນລະຍາ ໄປຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.

ໃນມື້ຕໍ່ມາ, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພຣະບາດ ສົມເດັດ ພຣະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ເຈົ້າຊີວິດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພົບປະກັບ ສົມເດັດ ອັກຄະ ມະຫາ ໂປເນຍ ຈັກໄກຣ ເຮັງ ຊໍາຣິນ, ປະທານສະພາແຫ່ງຊາດ ແລະ ສົມເດັດ ວິບຸນ ເສນາ ພຽກໄດ ຊາຍ ຊຸມ, ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ນອກນີ້, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ ແລະ ອານຸສາວະລີເຈົ້າໂນໂຣດົມ ສີຫານຸ.

ໃນໂອກາດການຢ້ຽມຢາມຄັ້ງນີ້ລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ໄດ້ມອບເງິນສົດເພື່ອຊ່ວຍ ສປປ ລາວ ໃນການຕ້ານໂຄວິດ-19 ຈໍານວນ 3.000.000 ໂດລາສະຫະລັດ ວັກແຊງ 500,000 ໂດສ ລົດຂົນສົ່ງ ວັກແຊງອີກ 2 ຄັນນອກນີ້ ພາກເອກະຊົນຂອງກໍາປູເຈຍ ຫຼາຍບໍລິສັດກໍ່ໄດ້ມອບເງິນສົມທົບເພີ່ມອີກ 10.000.000 ໂດລາສະຫະລັດ ລວມເປັນ 13,000,000 ໂດລາສະຫະລັດ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480420
ມື້ນີ້78
ມື້ວານ172
ອາທິດນີ້818
ເດືອນນີ້6651