ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດຕົວປື້ມ “60 ປີ ການພົວພັນການທູດ ລາວ-ຈີນ” ຢ່າງເປັນທາງການ

 

Lao-Chn60BookOpening1

Lao-Chn60BookOpening3

Lao-Chn60BookOpening4

 

ໃນຕອນເຊົ້າຂອງວັນທີ 01 ທັນວາ 2021, ສະຖາບັັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັັດ ພິທີເປີດຕົວປື້ມ 60 ປີ ການພົວພັນການທູດ ລາວ-ຈີນ ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວໂດຍຄະນະນຳກະຊວງການຕ່າງປະເທດ, ຄະນະບັນນາທິການກິດຕິມະສັກທີ່ປະກອບດ້ວຍທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, , ທ່ານ ວິຈິດ ຊິນດາວົງ, ອະດີດຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ, ອະດີດເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ຜູ້ຕ່າງໜ້າຈາກຄະນະພົວພັນຕ່າງປະ ເທດສູນກາງພັກ, ຄະນະກໍາມະການຮ່ວມມື ລາວ-ຈີນ, ສະມາຄົມມິດຕະພາບລາວ-ຈີນ, ຫົວໜ້າກົມ, ຮອງກົມພາຍໃນກະຊວງການຕ່າງປະເທດ, ຄະນະສະຖາບັນການຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 40 ທ່ານ.

ພິທີເປີດຕົວປຶ້ມ 60 ປີ ການພົວພັນການທູດ ລາວ-ຈີນ ແມ່ນໜຶ່ງໃນກິດຈະກໍາເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ- ຈີນ ຄົບຮອບ 60 ປີ (25 ເມສາ 1961-25 ເມສາ 2021), ປີມິິດຕະພາບ ລາວ-ຈີນ ພ້ອມທັງເປັນການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ ແລະ ການເປີດນໍາໃຊ້ເສັ້ນທາງລົດໄຟທີ່ທັນສະໄໝຂອງ ລາວ-ຈີນ ທີ່ີມີຄວາມໝາຍທາງດ້ານປະຫວັດສາດ. ປຶ້ມດັ່ງກ່າວ ແມ່ນຜົນງານການຮຽບຮຽງຂອງສະຖາບັນການຕ່າງປະເທດ ທີ່ໄດ້ສັງລວມເອົາບັນດາໝາກຜົນ ແລະ ຜົນງານອັນໂດດເດັ່ນຂອງການພົວພັນ ແລະ ຮ່ວມມື ລາວ-ຈີນ ໃນຂະແໜງການຕ່າງໆຂອງທັງສອງພັກ-ສອງລັດ, ສະພາແຫ່ງຊາດ ແລະ ສາມອົງການຈັດຕັ້ງມະຫາຊົນໃນໄລຍະກ່ອນ ແລະ ຫຼັງສະຖາປະນາ ສປປ ລາວ, ເຊິ່ງໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງຢ່າງບໍ່ຢຸດຢັ້ງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ບົນພື້ນຖານມູນເຊື້ອການພົວພັນຮ່ວມມືອັນດີລະຫວ່າງ ລາວ-ຈີນ, ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊະຕາກໍາລາວ-ຈີນ, ຈີນ-ລາວ.

ປຶ້ມ 60 ປີ ການພົວພັນການທູດ ລາວ-ຈີນ ໄດ້ເລີ່ມລົງມືຄົ້ນຄວ້າຮຽບຮຽງມາແຕ່ທ້າຍປີ 2020, ພາຍໃຕ້ຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຈາກຄະນະນໍາກະຊວງການຕ່າງປະເທດ ກໍຄື ຄະນະບັນນາທິການກິດຕິມະສັກ, ນັກການທູດອາວຸໂສ ແລະ ຄະນະບັນນາທິການຂອງສະຖາບັນການຕ່າງປະເທດທີ່ມີປະສົບການ ແລະ ເຄີຍເຮັດວຽກຕົວຈິງໃນການສົ່ງເສີມການພົວພັນຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ, ໂດຍໄດ້ຮັບການຮ່ວມມືຈາກບັນດາກະຊວງ, ອົງການຈັດຕັ້ງທີ່ກ່ຽວຂ້ອງໃນການສະໜອງຂໍ້ມູນຕ່າງໆ. ການຈັດພິມປື້ມ 60 ປີ ການພົວພັນການທູດ ລາວ-ຈີນ ໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໃນຂອບຂອງໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ ທີ່ມີໜ່ວຍງານຕັ້ງຢູ່ສະຖາບັນການຕ່າງ ປະເທດ ສົມທົບກັບງົບປະມານຂອງກະຊວງການຕ່າງປະເທດ ເຊິ່ງເຮັດໃຫ້ການຮຽບຮຽງເນື້ອໃນຂອງປຶ້ມດັ່ງກ່າວ ມີຜົນສຳເລັດຢ່າງຈົບງາມ ແລະ ສາມາດຈັດພິມຄັ້ງທໍາອິດ ຈໍານວນ 1.000 ຫົວ ອອກສູ່ສາຍຕາຜູ້ອ່ານ. ປຶ້ມຫົວດັ່ງ ກ່າວ ຈະເປັນແຫຼ່ງຂໍ້ມູນທີ່ເປັນປະໂຫຍດສໍາລັບນັກການທູດ, ນັກຄົ້ນຄວ້າ, ນັກຮຽນຮູ້ປັນຍາຊົນ ກໍຄື ຜູ້ອ່ານທົ່ວໄປທີ່ມີຄວາມສົນໃຈ ກ່ຽວກັບປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງການພົວພັນ ລາວ-ຈີນ ແນໃສ່ເປັນບ່ອນອີງທີ່ສໍາຄັນໃນການສຶກສາ ແລະ ຄົ້ນຄວ້າວິໃຈ ເພື່ອສົ່ງເສີມການພົວພັນຮ່ວມມືລາວ-ຈີນ ໃນຕໍ່ໜ້າ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ຍັງໄດ້ມີການເປີດຕົວປຶ້ມ ການເຊື່ອມໂຍງຂອງສອງຊາດ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ ຢ່າງເປັນທາງການ, ເຊິ່ງແມ່ນຜົນງານການຄົ້ນຄວ້າຮຽບຮຽງ ຂອງໜ່ວຍງານຄົ້ນຄວ້າ, ໂຄງການຄົ້ນຄວ້າຮ່ວມລາວ-ຈີນ ທີ່ໄດ້ຄົ້ນຄວ້າ-ວິໄຈ ຜົນປະໂຫຍດດ້ານຕ່າງໆທີ່ຈະໄດ້ຮັບຈາກການນຳໃຊ້ເສັ້ນທາງລົດໄຟ, ພ້ອມດຽວກັນນັ້ນ ຍັງໄດ້ສຶກສາກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆຂອງ ສປປ ລາວ ໂດຍສະເພາະແມ່ນບາງແຂວງທີ່ມີເສັ້ນທາງລົດໄຟແລ່ນຜ່ານທັງໃນໄລຍະກ່ອນ ແລະ ຫລັງເປີດນຳໃຊ້ເສັ້ນທາງລົດໄຟ ເພື່ອນຳເອົາຜົນປະໂຫຍດອັນສູງສຸດມາສູ່ ສປປ ລາວໃນການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485520
ມື້ນີ້25
ມື້ວານ196
ອາທິດນີ້556
ເດືອນນີ້4825