ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນການພົບປະທາງໄກ ລະຫວ່າງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ຢ່າງເປັນທາງການ

 

PSLaoChina

 

ໃນວັນທີ 03 ທັນວາ 2021, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ຢ່າງເປັນທາງການ ໃນຮູບແບບທາງໄກ, ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງປະເທດ.

ການປະຊຸມແບບທາງໄກໃນຄັ້ງນີ້ ໄດ້ດຳເນີນໄປ ດ້ວຍບັນຍາກາດອັນດີ ແລະ ສະໜິດສະໜົມ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຈີນ ທີ່ນັບມື້ໄດ້ຮັບການເພີ້ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະກັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ອີກຄັ້ງຫນຶ່ງແລະ ມີຄວາມພາກພູມໃຈທີ່ຈະໄດ້ຮ່ວມກັນ ເປັນສັກຂີພິຍານໃນການເປີດນຳໃຊ້ໂຄງການລົດໄຟ ລາວ-ຈີນ ຢ່າງເປັນທາງການ, ຊຶ່ງຈະກາຍເປັນເຫດການປະຫວັດສາດ ແລະ ໝາກຜົນທີ່ສໍາຄັນໜຶ່ງຂອງການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຈົບງາມຂອງ ກອງປະຊຸມຄົບຄະນະ ຄັ້ງທີ 6 ຂອງ ຄະນະກຳມະການສູນກາງພັກກອມມູນິດຈີນ ສະໄຫມທີ XIX ທີ່ຫາກໍ່ປິດລົງໃນວັນທີ 11 ພະຈິກ ຜ່ານມາ, ສະແດງຄວາມຊົມເຊີຍຕໍ່ການຮັບຮອງເອົາມະຕິສູນກາງພັກກອມມູນິດຈີນ ກ່ຽວກັບ ຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນໄລຍະ 100 ປີຜ່ານມາ ອັນໄດ້ກາຍເປັນຂີດໝາຍປະຫວັດສາດຂອງ ສປ ຈີນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການຈັດກອງປະຊຸມສຸດຍອດສະໄຫມພິເສດ ຈີນ-ອາຊຽນ ຄົບຮອບ 30 ປີ. ພ້ອມນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງປະເທດ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງບໍ່ຢຸດຢັ້ງ. ໃນທ່າມກາງທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ນີ້, ການນໍາຂອງສອງປະເທດ ໃນຫຼາຍລະດັບທັງສູນກາງ ແລະ ທ້ອງຖິ່ນ ກໍ່ໄດ້ພົບປະແລກປ່ຽນປຶກສາຫາລືກັນ ໃນຮູບແບບທາງໄກ ຢ່າງເປັນປົກກະຕິ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ລາວ-ຈີນ, ອັນໄດ້ສ້າງເງື່ອນໄຂທີ່ດີໃຫ້ແກ່ການຈັດຕັ້ງປະຕິບັດປີສາມັກຄີ ລາວ-ຈີນ ກໍ່ຄື ການຮ່ວມກັນສະເຫຼີມສະຫຼອງ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ, ຈີນ-ລາວ, ສືບຕໍ່ໄດ້ຮັບຜົນສຳເລັດໃນການປະຕິບັດບັນດາໂຄງການຮ່ວມມືຕ່າງໆຢ່າງມີປະສິດທິຜົນ ເປັນຕົ້ນ ການເປີດນຳໃຊ້ທາງດ່ວນ ວຽງຈັນ-ວັງວຽງ ແລະ ໂຄງການລົດໄຟ ລາວ-ຈີນ ທີ່ຈະເປີດນຳໃຊ້ໃນວັນດຽວກັນນີ້; ສະແດງຄວາມຍິນດີຕໍ່ການຈັດຕັ້ງປະຕິບັດແຜນແມ່ບົດ ກ່ຽວກັບ ຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ມີຄວາມຄືບໜ້າເປັນກ້າວໆມາ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຈີນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ໃນເວທີ ສະຫະປະຊາຊາດ, ອາຊຽນ, ຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກໍ່ຄື ໃນຂອບອານຸພາກພື້ນອື່ນໆ ເຊິ່ງໄດ້ນຳຜົນປະໂຫຍດຕົວຈິງມາສູ່ສອງປະເທດ ລາວ-ຈີນ, ຈີນ-ລາວ.

ສອງຝ່າຍ ເຫັນດີໃຫ້ສືບຕໍ່ຊຸກຍູ້ການແລກປ່ຽນ ແລະ ພົບປະຂອງການນຳທຸກລະດັບ ຢ່າງເປັນປະຈຳ ດ້ວຍຫລາຍຮູບແບບ, ເຫັນດີສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ກໍ່ຄືແຜນພັດທະນາແລວທາງເສດຖະກິດ ລາວ-ຈີນ, ແລວເສດຖະກິດຕາມແລວທາງລົດໄຟ ລາວ-ຈີນ, ເຂດເສດຖະກິດພິເສດຕ່າງໆ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍການນຳໃຊ້ກົນໄກ ແລະ ທ່າແຮງຂອງສອງປະເທດທີ່ມີໃນປະຈຸບັນ, ສືບຕໍ່ຊີ້ນຳຂະແໜງການກ່ຽວຂ້ອງໃນການປຶກສາຫາລືກັນ ກ່ຽວກັບ ການອຳນວຍຄວາມສະດວກ ໃຫ້ແກ່ກັນ ແລະ ກັນ ໃນການຂົນສົ່ງສິນຄ້າ, ການໄປມາຫາສູ່ກັນ ໂດຍນຳໃຊ້ທ່າແຮງຂອງການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ, ສືບຕໍ່ປະສານສົມທົບກັນ ໃນການຮ່ວມມື ລະດັບພາກພື້ນ ແລະ ສາກົນ ເພື່ອຮັບປະກັນຜົນປະໂຫຍດທຸກດ້ານຂອງສອງປະເທດ ແລະ ຮ່ວມກັນແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງຮຸນແຮງໃນປະຈຸບັນ. ນອກຈາກນີ້, ສອງຝ່າຍ ກໍ່ໄດ້ແຈ້ງໃຫ້ຊາບໂດຍສັງເຂບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ ພ້ອມທັງ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດຽວກັນນີ້, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ກໍ່ໄດ້ຕາງຫນ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ມາຍັງ ພັກ, ລັດ ແລະ ປະຊາຊົນຈີນ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ ໃນໄລຍະຜ່ານມາ, ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມ ລວມທັງການແກ້ໄຂບັນຫາເສດຖະກິດ ແລະ ພ້ອມທັງຊ່ວຍເຫຼືອໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເປັນຕົ້ນແມ່ນ ການສົ່ງຊ່ຽວຊານ, ອຸປະກອນການແພດ ກໍ່ຄື ຢາວັກແຊັງ, ຊຶ່ງທັງຫມົດນີ້ ໄດ້ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດໄດ້ໂດຍພື້ນຖານ. ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ຍັງໄດ້ຢືນຢັນຈະສຶບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມນີ້ສອງຝ່າຍ, ກໍ່ສະແດງຄວາມຍິນດີ ຈະພ້ອມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຈີນ-ລາວ ໃຫ້ເກີດດອກອອກຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງຂອງການຮ່ວມມືມາສູ່ປະຊາຊົນສອງຊາດ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ບົນພື້ນຖານ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ພາຍຫລັງການພົບປະສອງຝ່າຍສຳເລັດລົງ ສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິງ ກໍ່ໄດ້ສືບຕໍ່ເຂົ້າຮ່ວມພິທີເປີດນຳໃຊ້ທາງລົດໄຟ ລາວ-ຈີນ, ຈີນ-ລາວ ຢ່າງເປັນທາງການ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484524
ມື້ນີ້40
ມື້ວານ188
ອາທິດນີ້962
ເດືອນນີ້3829