ທ່ານ ບົວແກ້ວ ພູມວົງໄຊ, ຫົວຫນ້າກົມການຂ່າວ, ກະຊວງການຕ່າງປະເທດ ເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປູເຈຍ
ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ໂອຕຣິດ
ທ່ານ ຄຳອິນ ຄິດຈະເດດ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຝຣັ່ງ
ທ່ານ ສິນໃຈ ມະນີວັນ, ຫົວໜ້າຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ອົດສະຕຣາລີ
ໃນວັນທີ 14 ທັນວາ 2021, ທີ່ ສະພາແຫ່ງຊາດລາວ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງໃຫ້ບັນດາທ່ານ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຕ່າງປະເທດ ດັ່ງນີ້: ທ່ານ ບົວແກ້ວ ພູມວົງໄຊ, ຫົວຫນ້າກົມການຂ່າວ, ກະຊວງການຕ່າງປະເທດ ໄປດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປູເຈຍ;ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ໂອຕຣິດ;ທ່ານ ຄຳອິນ ຄິດຈະເດດ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຝຣັ່ງ ແລະ ທ່ານ ສິນໃຈ ມະນີວັນ, ຫົວໜ້າຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ອົດສະຕຣາລີ.
ໂອກາດດັ່ງກ່າວ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານເອກອັກຄະລັດຖະທູດ ທັງ 4 ທ່ານ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການທູດທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.