ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ - ສສ ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

 

FMvisitedVT1FMvisitedVT2

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຄັ້ງທີ 8

 

FMvisitedVT3

 ກອງປະຊຸມສາມັນປະຈຳປີ ຄັ້ງທີ XXXI ລະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ

 

FMvisitedVT4

 ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບກວດກາ ປະຕູດຽວ, ຄັ້ງດຽວ ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ)

 

 

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ບຸ່ຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນ ​​ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-29 ທັນວາ 2021. ຈຸດປະສົງຂອງການຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ກໍ່ຄື ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

 

ໃນວັນທີ 28 ທັນວາ 2021, ທີ່ ນະຄອນຫຼວງຮ່າໂນ້ຍ ໄດ້ມີກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຄັ້ງທີ 8 ໂດຍການເປັນປະທານຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ບຸ່ຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ມີຄະນະຜູ້ແທນຈາກບັນດາກົມກ່ຽວຂ້ອງຂອງສອງກະຊວງການຕ່າງປະເທດເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະຜູ້ແທນລາວ ສະແດງຄວາມຂອບໃຈ ຕໍ່ສະຫາຍ ບຸ່ຍ ແທັງ ເຊີນ ກໍ່ຄືການນໍາ ແລະ ພະນັກງານກະຊວງການຕ່າງປະເທດ ຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້. ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມືຂອງສອງປະເທດ ລາວ-ຫວຽດນາມ ເວົ້າລວມກໍ່ຄື ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນໄລຍະ 1 ປີຜ່ານມາ, ຊຶ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດລາວ-ຫວຽດນາມທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໄປສູ່ລວງເລິກ ແລະ ລວງກວ້າງ ໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນທາງດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ວັດທະນະທໍາ-ສັງຄົມ ແລະ ດ້ານອື່ນໆ. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມືໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19, ລວມເຖິງການພື້ນຟູເສດຖະກິດພາຍຫຼັງການເປີດປະເທດ, ຊຶ່ງ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຖືໂອກາດນີ້ ຕາງໜ້າໃຫ້ ພັກ-ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນດຽວກັນ ແຕ່ກໍໄດ້ບິແບ່ງການຊ່ວຍເຫຼືອອັນລໍ້າຄ່າ ດ້ວຍການສົ່ງທີມແພດໝໍ ແລະ ອຸປະກອນການແພດ ມາຊ່ວຍ ສປປ ລາວ, ພ້ອມທັງໄດ້ແຈ້ງໃຫ້ຝ່າຍຫວຽດນາມຊາບ ກ່ຽວກັບ ແຜນການເປີດປະເທດຂອງ ສປປ ລາວ ໂດຍສະເພາະການເປີດຮັບນັກທ່ອງທ່ຽວ ພາຍໃຕ້ການທ່ອງທ່ຽວສີຂຽວ ໃນຕົ້ນປີ 2022 ນີ້. ນອກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ພ້ອມທັງໄດ້ປຶກສາຫາລືເພື່ອສືບຕໍ່ເພີ່ມທະວີການພົວພັນຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນໃນຂອບການຮ່ວມມືຂອງ ສປຊ, ອາຊຽນ, CLV, CLMV, ACMECS, ອາເຊັມ, ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ການຮ່ວມມືໃນຂອບອື່ນໆ.

 

ສອງຝ່າຍ ຍັງຢືນຢັນຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ແນໃສ່ຍົກສູງກົນໄກການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ ໃນຖານະທີ່ເປັນເສນາທິການໃຫ້ການນໍາຂັ້ນສູງຂອງສອງປະເທດ ແລະ ທັງເປັນຫົວຈັກຫຼັກແຫຼ່ງໃນການຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືລະຫວ່າງສອງປະທດ. ໃນ ປີ 2022 ນີ້ ສອງຝ່າຍເຫັນດີເພີ່ມທະວີໃນການພົວພັນຮ່ວມມືເພື່ອຮ່ວມກັນຈັດບັນດາກິດຈະກໍາສະເຫຼີມສະຫຼອງຕ່າງໆ ເນື່ອງໃນໂອກາດປີແຫ່ງການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/7/1977-18/7/2022), ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ ແລະ ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022), ພ້ອມນີ້ກໍ່ຍັງຈະເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຕື່ມອີກ. ນອກນີ້, ກອງປະຊຸມຍັງໄດ້ປຶກສາຫາລືກັນ ກ່ຽວກັບ ບັນດາທິດທາງແຜນການຮ່ວມມືໃນຕໍ່ໜ້າຂອງສອງກະຊວງການຕ່າງປະເທດ ເປັນຕົ້ນ ການສືບຕໍ່ຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມືທີ່ມີຮ່ວມກັນ ລະຫວ່າງ ສອງກະຊວງການຕ່າງປະເທດ ໃຫ້ປະກົດຜົນເປັນຮູບປະທໍາ ທັງການຄົ້ນຄວ້າເອກະສານຕ່າງໆ, ການສ້າງນາຍແປພາສາ, ການຝຶກອົບຮົມນັກການທູດ ແລະ ອື່ນໆ; ສືບຕໍ່ຈັດຕັ້ງປະຕິບັດ ແຜນປະຕິບັດງານ ວ່າດ້ວຍ ການສົ່ງເສີມການທູດເສດຖະກິດ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ປະກົດຜົນເປັນຈິງ ແລະ ສາມາດສືບຕໍ່ຈັດຕັ້ງປະຕິບັດໄດ້ຢ່າງເປັນປົກກະຕິ; ຊຸກຍູ້ໃຫ້ມີການປັບປຸງບາງນິຕິກໍາທາງດ້ານວຽກງານກົງສຸນສອງຝ່າຍ ເພື່ອກະກຽມໃຫ້ແກ່ການເປີດປະເທດໃນອະນາຄົດ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19; ຊຸກຍູ້ເພີ່ມທະວີການເຮັດວຽກເສນາທິການໃຫ້ດີຂຶ້ນ ໃນການຕິດຕາມຊຸກຍູ້ ແກ້ໄຂຂໍ້ຫຍຸ້ງຍາກຂອງການພົວພັນຮ່ວມມືສອງຝ່າຍຂອງສອງປະເທດ ໃຫ້ໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ສອງຝ່າຍຍັງປຶກສາຫາລື ເພື່ອກະກຽມໃຫ້ແກ່ ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຄັ້ງຕໍ່ໄປ ທີ່ຈະຈັດຂຶ້ນຢູ່ທີ່ ສປປ ລາວ, ໃນປີ 2022.

 

ໃນຕອນເຊົ້າຂອງວັນທີ 29 ທັນວາ 2021, ໄດ້ມີກອງປະຊຸມສາມັນປະຈຳປີ ຄັ້ງທີ XXXI ລະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ, ຊຶ່ງຄະນະຜູ້ແທນຊາຍແດນຝ່າຍລາວ ນຳໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ   ນຳໂດຍ ສະຫາຍ ຫງວຽນ ມິງ ຫວູ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີທ່ານຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດເຂົ້າຮ່ວມ. ກອງປະຊຸມ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ XXX ໃນໜຶ່ງປີຜ່ານມາ, ຊຶ່ງສອງຝ່າຍໄດ້ສັງເກດຕີລາຄາຄືນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບ ວຽກງານການຄຸ້ມຄອງຊາຍແດນ, ການພັດທະນາເສດຖະກິດ, ການຄ້າ, ການທ່ອງທ່ຽວຊາຍແດນ ແລະ ການເຊື່ອມຕໍ່ເສັ້ນທາງຄົມມະນາຄົມ. ກອງປະຊຸມຄັ້ງນີ້ສອງຝ່າຍໄດ້ຕີລາຄາສູງ ຕໍ່ການປະຕິບັດໜ້າທີ່ຂອງອົງການຊາຍແດນ ແລະ ເຈົ້າໜ້າທີ່ຊາຍແດນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ ເຮັດໃຫ້ເສັ້ນຊາຍແດນກາຍເປັນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງຕະຫລອດການ. ພ້ອມກັນນີ້, ສອງຝ່າຍຍັງໄດ້ເປັນເອກະພາບກັນວາງທິດທາງແຜນການໃນການຈັດຕັ້ງປະຕິບັດວຽກງານຊາຍແດນໃນຕໍ່ໜ້າ, ບົນພື້ນຖານການປະຕິບັດບັນດາມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19, ໂດຍຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ລະບຽບກົດໝາຍກ່ຽວກັບການຄຸ້ມຄອງຊາຍແດນ; ການປົກປັກຮັກສາບຸລະນະຫຼັກໝາຍຊາຍແດນປະເທດ; ການຄຸ້ມຄອງການເຂົ້າ-ອອກຂ້າມຊາຍແດນ; ການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ; ການລົງທຶນ ແລະ ການຄ້າຜ່ານດ່ານຊາຍແດນ; ການຄຸ້ມຄອງດ່ານຊາຍແດນ ແລະ ເຊື່ອມຕໍ່ເສັ້ນທາງຄົມມະນາຄົມຜ່ານດ່ານຊາຍແດນ.

 

ໃນຕອນບ່າຍຂອງວັນດຽວກັນ, ໄດ້ມີກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບກວດກາ ປະຕູດຽວ, ຄັ້ງດຽວ ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ), ຊຶ່ງຄະນະຜູ້ແທນ​​ຝ່າຍລາວນຳໂດຍສະຫາຍ ສະເຫຼີໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວແລະ ຄະນະຜູ້ແທນຝ່າຍຫວຽດນາມນຳໂດຍສະຫາຍ ບຸ່ຍ ແທງ ເຊິນ,ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ,ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງມີ​​​ທ່ານຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດເຂົ້າຮ່ວມ. ໃນກອງປະຊຸມ ສອງຝ່າຍເຫັນດີເປັນເອກະພາບກັນວ່າ ການຈັດຕັ້ງປະຕິບັດ ຮູບແບບກວດກາ ປະຕູດຽວ, ຄັ້ງດຽວ ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ) ແມ່ນການຕັດສິນໃຈຂອງສອງລັດຖະບານ ເພື່ອແນ່ໃສ່ສ້າງເງື່ອນໄຂອັນສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ, ການຄົມມະນາຄົມໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ແລະ ພາກສ່ວນທຸລະກິດຂອງສອງປະເທດ ກໍ່ຄື ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງໃຫ້ມີຄວາມສະດວກວ່ອງໄວ ແລະ ທັງເປັນການປະຕິບັດຍຸດທະສາດແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ, ໝູນໃຊ້ທ່າແຮງທີ່ເປັນຈຸດໃຈກາງຂອງສູນກາງອາຊຽນໃຫ້ກາຍເປັນແລວທາງເສດຖະກິດຂອງພາກພື້ນ. ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ) ແມ່ນຄູ່ດ່ານສາກົນ ແຫ່ງທໍາອິດ ໃນຈໍານວນ 7 ຄູ່ດ່ານທີ່ໄດ້ຍົກຂຶ້ນໃນສົນທິສັນຍາ ກ່ຽວກັບການສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຜູ້ຄົນໃນການໄປມາຂ້າມຜ່ານຊາຍແດນລະຫວ່າງບັນດາປະເທດ ໃນຂົງເຂດອານຸພາກພື້ນລຸ່ມແມ່ນໍ້າຂອງ (ເອີ້ນຫຍໍ້ວ່າສັນຍາ GMS-CBTA) ກໍ່ຄື ການຈັດຕັ້ງປະຕິບັດຮູບແບບກວດກາ ປະຕູດຽວ, ຄັ້ງດຽວຢູ່ຄູ່ດ່ານ ສາກົນແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ). ວຽກງານດັ່ງກ່າວນີ້ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ, ທັງເປັນໜ້າທີ່ຄວາມຮັບຜິດຊອບຂອງບັນດາປະເທດທີ່ໄດ້ລົງນາມໃນສັນຍາ GMS-CBTA ຊຶ່ງເປັນການປະຕິຮູບວິທີການດຳເນີນເອກະສານຂົງເຂດພາສີ, ພ້ອມທັງເປັນການຖອດຖອນບົດຮຽນການຈັດຕັ້ງປະຕິບັດຮູບແບບກວດກາ ປະຕູດຽວ, ຄັ້ງດຽວ ດັ່ງກ່າວນີ້ ເພື່ອນຳໄປຈັດຕັ້ງປະຕິບັດຢູ່ບັນດາດ່ານຊາຍແດນອື່ນໆ ໃນຂັ້ນຕໍ່ໄປ. ເຖິງແມ່ນວ່າການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາຍັງພົບຄວາມຫຍຸ້ງຍາກ ແລະ ອຸປະສັກບາງປະການ ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ສອງຝ່າຍກໍໄດ້ເອກະພາບກັນ ຈະສືບຕໍ່ເອົາໃຈໃສ່ຮ່ວມມືກັນຢ່າງ     ສະໜິດແໜ້ນ ນັບແຕ່ລະດັບສູນກາງລົງຮອດຂັ້ນທ້ອງຖິ່ນ ເພື່ອແນ່ໃສ່ປັບປຸງຮູບແບບການກວດກາດັ່ງກ່າວໃຫ້ແທດ     ເໝາະກັບສະພາບຕົວຈິງໃນອະນາຄົດ ໂດຍສະເພາະການຊອກຫາວິທີທາງໃນການແກ້ໄຂຂໍ້ຄົງຄ້າງທີ່ມີໃນປັດຈຸບັນ, ປັບປຸງຮູບແບບທີ່ເໝາະສົມທີ່ສຸດໃຫ້ແກ່ຈຸດພິເສດ ແລະ ສະພາບຂອງຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ), ລົງນາມສົນທິສັນຍາລະດັບລັດຖະບານ ກ່ຽວກັບ ການຈັດຕັ້ງປະຕິບັດຮູບແບບກວດກາ ປະຕູດຽວ, ຄັ້ງດຽວ ຢູ່ຄູ່ດ່ານສາກົນ ແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ), ພ້ອມທັງເພີ່ມການລົງທຶນດ້ານພື້ນຖານໂຄງລ່າງ, ປະກອບເຄື່ອງມືອຸປະກອນຮັບໃຊ້ທີ່ທັນສະໄໝ ເພື່ອຍົກລະດັບການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

 

ທັງ 3 ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຊຶ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງຢ່າງບໍ່ຢຸດຢັ້ງ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485657
ມື້ນີ້162
ມື້ວານ196
ອາທິດນີ້693
ເດືອນນີ້4962