ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

 

PMvisitViet1PMvisitViet2

PMvisitViet4PMvisitViet5PMvisitViet6PMvisitViet7

 

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຟ້າມ ມິງ ຈິງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ພັນຄຳ ວິພາວັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 08-10 ມັງກອນ 2022, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫລວງຮ່າໂນ້ຍໃນຕອນເຊົ້າວັນທີ 08 ມັງກອນ 2022 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ສະຫາຍ ຟ້າມ ມິງ ຈິງນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ, ທີ່ສຳນັກງານປະທານປະເທດ. ຫລັງຈາກສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ສະ ຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍການນຳຂັ້ນສູງຂອງ ສສຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍ ກັບ ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວທີ່ ຫ້ອງວ່າການລັດຖະບານ.

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະ ມົນຕີ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນຫວຽດນາມ, ເຊິ່ງເປັນການຢ້ຽມຢາມທາງການຄັ້ງທໍາອິດ ພາຍຫລັງທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງນາຍົກລັດຖະມົນຕີ ແລະ ຍັງເປັນການພົບປະແບບເຊິ່ງໜ້າກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ຄັ້ງທໍາອິດ, ສະແດງ ໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດ ນາມ ອ້າຍນ້ອງຢ່າງແທ້ຈິງ.

ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈຕໍ່ບັນດາຜົນສຳເລັດອັນສຳຄັນ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ​​ທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ​​ພາຍໃຕ້ການນຳພາອັນຖືກຕ້ອງສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ຕະຫລອດໄລຍະຜ່ານມາ ເຮັດໃຫ້ທົ່ວປະເທດມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ການຮ່ວມມືສອງຝ່າຍ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ ກໍຄືການຕົກລົງຂອງການນຳຂັ້ນສູງ ຂອງສອງປະເທດ ໃນທຸກໆດ້ານຕະຫລອດໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ. ສອງຝ່າຍຮ່ວມກັນຕີລາຄາສູງ ບັນດາການຮ່ວມມື ຮອບດ້ານໃນໄລຍະຜ່ານມາ ເຖິງວ່າຈະມີການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງໃນທົ່ວໂລກ ແລະ ໃນສອງປະເທດ ແຕ່ການພົວພັນສອງຝ່າຍພວກເຮົາໄດ້ມີ ການຂະຫຍາຍຕົວເປັນປົກກະຕິ, ການພົວພັນຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກ ແໜ້ນ, ໝັ້ນທ່ຽງ, ມີຫລາຍຮູບ, ຫລາຍແບບ, ສ້າງໄດ້ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃນລະດັບສູງ, ມີການໄປມາ ລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ. ນອກນັ້ນ, ຍັງມີການຕິດຕໍ່ທາງໂທລະສັບ, ປະຊຸມທາງໄກນໍາກັນ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ໃກ້ຊິດສະໜິດສະໜົມທັນການ. ການຮ່ວມມືດ້ານເສດຖະກິດ ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ນັບມື້ນັບໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາ, ບັນດາຂໍ້ຫຍຸ້ງຍາກຕ່າງໆ ແມ່ນໄດ້ຮັບຄວາມເອົາໃຈໃສ່ແກ້ໄຂຈາກທັງສອງຝ່າຍ ເຮັດໃຫ້ສາມາດຜ່ານຜ່າໄປໄດ້ດ້ວຍດີ. ການຮ່ວມມື ລະຫວ່າງບັນດາກະຊວງ, ຂະ ແໜງການ ແລະ ທ້ອງຖິ່ນ ນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດທິຜົນ.

ໃນໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍໄດ້ຕາງໜ້າພັກ-ລັດຖະ ບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດການປະຕິວັດລາວມາໂດຍຕະຫລອດ. ອັນທີ່ພົ້ນເດັ່ນເປັນ ຄວາມເອກອ້າງທະນົງໃຈ ກໍ່ແມ່ນໂຄງການຕຶກຫໍສະພາແຫ່ງຊາດ ທີ່ມີມູນຄ່າສູງເຖິງ 111,75 ລ້ານໂດລາສະຫະລັດ ທີ່ເປັນຂອງຂວັນອັນລໍ້າຄ່າຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ. ນອກນີ້, ເຖິງແມ່ນວ່າ ປະຊາຊົນຫວຽດນາມອ້າຍນ້ອງ ກໍ່ຍັງພົບຄວາມຫຍຸ້ງຍາກ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍ່ໄດ້ບິແບ່ງການຊ່ວຍເຫລືອອັນລ້ຳຄ່າ ດ້ວຍການສົ່ງທີມແພດໝໍ ແລະ ອຸປະກອນການແພດມາຊ່ວຍພວກຂ້າພະເຈົ້າ ຢ່າງທັນການ ແລະ ມີປະສິດທິຜົນ, ເຮັດໃຫ້ ສປປ ລາວ ສາມາດຄວບຄຸມແລະ ແກ້ໄຂການແຜ່ລະບາດຂອງ ພະຍາດດັ່ງກ່າວຢ່າງມີປະສິດທິຜົນ ແລະ ອື່ນໆ. ໃນໂອກາດການຢ້ຽມຢາມຄັ້ງນີ້, ຫວຽດນາມ ຍັງໄດ້ຊ່ວຍເຫລືອວັກຊິນຈໍານວນ 1.000.000 ໂດສ ເພື່ອຊ່ວຍລາວ ຮັບມືກັບການແຜ່ ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນ.

ສອງຝ່າຍເຫັນດີຮ່ວມກັນຈັດຕັ້ງສະເຫລີມສະຫລອງ ປີສາມັກຄີມິດຕະພາບ ໃນປີ 2022 ຄື ສະ ເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ຢ່າງແໜ້ນແຟ້ນ, ມີຫົວຄິດປະດິດສ້າງ, ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍ ເພື່ອໃຫ້ຄົນຮຸ້ນໜຸ່ມ ທີ່ເປັນຜູ້ສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ສາຍພົວພັນພິເສດສອງປະເທດ. ພາຍຫລັງສໍາເລັດການພົບປະ, ສະ ຫາຍ ນາຍົກລັດຖະມົນຕີທັງສອງ ໄດ້ເປັນສັກຂີພິຍານໃນການລົງນາມເອກະ ສານຮ່ວມມືສອງຝ່າຍ ຈຳ ນວນ 8 ສະບັບ. ພາຍຫລັງສໍາເລັດພິທີລົງນາມເອກະສານ ສະຫາຍ ນາຍົກລັດຖະມົນຕີທັງສອງ ກໍ່ໄດ້ເຂົ້າຮ່ວມພິທີເປີດປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ.

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ  ຫງວຽນ ຟູ ຈອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ; ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ; ພົບປະກັບ ສະຫາຍ ເວືອງ ດິງ ເຫ໋, ປະ ທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ. ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເຈິນ ວັນ ຕຸ໋ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ. ພ້ອມນັ້ນ, ກໍ່ໄດ້ເຂົ້າວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ ແລະ ວາງພວງມາລາ ທີ່ ສຸສານ ປະທານ ໂຮ່ ຈິມິນ.

ໃນການຢ້ຽມຢາມຄັ້ງນີ້, ສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຍັງຈະໄດ້ເຂົ້າເປັນປະທານຮ່ວມໃນກອງປະຊຸມຄະນະກໍາມາທິການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 44 ທີ່ ຫໍປະຊຸມສາກົນ ໃນວັນທີ 10 ມັງກອນ 2022.

 

 

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483897
ມື້ນີ້21
ມື້ວານ183
ອາທິດນີ້335
ເດືອນນີ້3202