ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດກອງປະຊຸມຄັ້ງທີ 44 ຂອງ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈຳປີ 2021

 

44-1

44-344-2

 

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ຟ້າມ ມິງ ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ, ສະ​ຫາຍ ​ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ພ້ອມດ້ວຍຄະ​ນະຜູ້​ແທນ​ຂັ້ນ​ສູງໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ສ.ສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ​ວັນ​ທີ    8-10 ມັງ​ກອນ 2022,ເພື່ອ​ຮັດ​ແໜ້ນ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ ແລະ ຫວຽດ​ນາມ.

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2022 ທີ່ຫ້ອງປະຊຸມຫ້ອງການລັດຖະບານສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໄດ້ເປັນປະທານຮ່ວມຊີ້ນຳກອງປະຊຸມ ຄັ້ງທີ44ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສ.ສ ຫວຽດນາມ ປະຈໍາປີ2022. ໃນກອງປະຊຸມ ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ43 ກໍຄືຂໍ້ຕົກລົງວ່າດ້ວຍການຮ່ວມມື ປະຈໍາປີ2021ແລະ ພ້ອມກັນປຶກສາຫາລື ທິດທາງແຜນການຮ່ວມມື ໃນປີ2022, ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍການຮ່ວມມື ໃນປີ2021ທີ່ຜ່ານມາເຊິ່ງສາມາດບັນລຸຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ-ການຕ່າງປະເທດ; ດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີມີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກສອງລັດ ຢ່າງເປັນປົກກະຕິການຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງ ກໍໄດ້ຮັບເປີດກວ້າງດ້ວຍຫຼາຍຮູບການປະຈຸບັນ ຈໍານວນນັກສຶກສາລາວ ທີ່ກໍາລັງຄົ້ນຄວ້າຮ່ຳຮຽນ ຢູ່ ສສ. ຫວຽດນາມ ມີຫຼາຍກວ່າ14.000ຄົນ. ສຳລັບທິດທາງແຜນການຮ່ວມມື ໃນປີ2022 ສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຖະແຫຼງການຮ່ວມ ແລະ ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດໃຫ້ເປັນຮູບປະທຳ, ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ,ການປ້ອງກັນຊາ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ; ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ, ສະໜັບສະໜູນ ແລະ ສ້າງຄວາມເຊື້ອໝັ້ນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ;  ສອງຝ່າຍ ສູ້ຊົນ​ຊຸກຍູ້ມູນຄ່າການຄ້າສອງຝ່າຍໃຫ້ເພີ່ມຂື້ນ 10-15% ທຽບໃສ່ປີຜ່ານມາສືບຕໍ່ຜັນຂະຫຍາຍການບົດບັນທຶກຄວາມເຂົ້້າໃຈ ກ່ຽວກັບ ການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງການຮ່ວມມືພັດທະນາບັນດາໂຄງການໄຟຟ້າຢູ່ລາວ,ເຊື່ອມຕໍ່ລະບົບໄຟຟ້າ ແລະ ການຊື້-ຂາຍ ໄຟຟ້າ. ຄຽງຄູ່ກັນນີ້ສອງຝ່າຍ ກໍຈະພ້ອມກັນ ສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງເງື່ອນໄຂເພື່ອເອື້ອອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານການຄ້າການລົງທຶນການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດຂອງສອງປະເທດ ແລະ ການຮ່ວມມືໃນບັນດາຂົງເຂດ ທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ.

ພາຍຫຼັງສຳເລັດ ກອງປະຊຸມ ສອງນາຍົກລັດຖະມົນຕີ ໄດ້ຮ່ວມເປັນສັກຂີພິຍານໃນການລົງນາມ ແລະ ມອບ-ຮັບເອກະສານຮ່ວມມືຂອງບັນດາກະຊວງ ແລະ ພາກທຸລະກິດ ສອງປະເທດ ຈຳນວນທັງຫມົດ09 ສະບັບ, ໃນນີ້ພາກລັດວິສາຫະກິດ 01 ສະບັບ ຄື: ມອບ-ຮັບໃບຢັ້ງຢືນ ຂໍ້ຜູກພັນກ່ຽວກັບການເພີ່ມອັດຕາສ່ວນກຳມະສິດຂອງ ລັດຖະບານລາວຈາກ 20% ຂື້ນເປັນ 60% ຂອງທ່າເຮືອ ຫວຸງອາງ 1,2,3 ທືນຈົດທະບຽນ ໃນບໍລິສັດ ຫຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ.

ຫຼັງຈາກນັ້ນ, ສະຫາຍ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ສະຫາຍ ຫງວຽນ ຈິ ຢູ້ງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ ໄດ້ຮ່ວມກັນຖະແຫຼງຂ່າວຜົນສຳເລັດຂອງກອງປະຊຸມຄັ້ງທີ 44 ຂອງ ຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ເຊິ່ງສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນຂອງກອງປະຊຸມຄັ້ງນີ້ ເຊິ່ງຈະປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ຢູ່ໃນລະດັບສູງຢູ່ແລ້ວ ໃຫ້ນັບມື້ນັບກ້າວສູ່ລວງເລິກຫຼາຍຂຶ້ນ ຊຶ່ງເປັນຂີດໝາຍອັນໃໝ່ ໃນປີ2022. ພິເສດ ສອງຝ່າຍ ຈະໄດ້ຮ່ວມກັນຈັດຕັ້ງການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ໃນປີ 2022ກໍ່ຄືວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມຫມາຍສຳຄັນ ເພື່ອໃຫ້ຄົນຮຸ້ນຫຼັງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ສາຍພົວພັນພິເສດສອງປະເທດ.

ພາຍຫຼັງສຳເລັດກອງປະຊຸມຄະນະກຳມະການຮ່ວມມື ທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັັ້ງທີ 44 ປະຈຳປີ 2022, ໃນຕອນບ່າຍ ຂອງ ວັນດຽວກັນ ໄດ້ມີກອງປະຊຸມ      ພົບປະທຸລະກິດ ລາວ ແລະ ຫວຽດນາມ ໂດຍ ມີ 2 ນາຍົກລັດຖະມົນຕີ ເຂົ້າເປັນປະທານຮ່ວມກອງປະຊຸມດັ່ງກ່າວ ເພື່ອໃຫ້ທຸລະກິດ ສອງຝ່າຍໄດ້ຮ່ວມມືລົງທືນ, ຊຸກຍູ້-ຊອກຫາທາງອອກ, ສ້າງເງື່ອນໄຂຂໍ້ສະດວກ ແລະ ແກ້ໄຂຂໍ້ຫຍຸ້ງຍາກ ຂອງ ບັນດາທຸລະກິດ ຫວຽດນາມ ລົງທຶນ ຢູ່ ລາວ ແລະ ທຸລະກິດລາວ ລົງທຶນ ຢູ່ ຫວຽດນາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484538
ມື້ນີ້54
ມື້ວານ188
ອາທິດນີ້976
ເດືອນນີ້3843