ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຍີ່ປຸ່ນ ສົນທະນາຜ່ານທາງໂທລະສັບ

 

LAO-JAPAN 2

LAO-JAPAN 5

 

ໃນວັນທີ 11 ມັງກອນ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບກັບ ທ່ານ ຮາຢາຊິ ໂຢຊິມາສະ, ລັດຖະມົນຕີການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ, ຖານເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.

ໃນການສົນທະນາທາງໄກຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ທ່ານ ຮາຢາຊິ ໂຢຊິມາສະ, ໃນໂອກາດທີ່ທ່ານໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ຄົນໃຫມ່ ໃນເດືອນພະຈິກ 2021 ຜ່ານມາ, ພ້ອມທັງສະແດງຄວາມພ້ອມທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ, ໂດຍສະເພາະແມ່ນ ສອງກະຊວງການຕ່າງປະເທດ ລາວ-ຍີ່ປຸ່ນ ກໍ່ຄື ການເປັນຄູ່ຮ່ວມຍຸດທະສາດ ໃຫ້ນັບມື້ກວ້າງຂວາງ ແລະ ແໜ້ນແຟ້ນຍິ່ງຂຶ້ນ, ລວມທັງການຜັນຂະຫຍາຍແຜນການຮ່ວມມື (Action Plan) ຂອງ ສອງປະເທດ ທີ່ໄດ້ຮັບການຮັບຮອງໂດຍ ສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໃນເດືອນເມສາ 2021 ຜ່ານມາ. ສອງຝ່າຍ ເຫັນດີເປັນເອກະພາບກັນຕີລາຄາສູງຕໍ່ຫມາກຜົນຂອງການພົວພັນ ແລະ ຮ່ວມມື ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ, ທັງໃນຂອບສອງຝ່າຍ, ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ, ເຊິ່ງໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງຂຶ້ນ, ເຖິງວ່າ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈະເປັນອຸປະສັກ ໃຫ້ການໄປມາຫາສູ່ກັນຂອງທັງສອງປະເທດກໍ່ຕາມ. ພ້ອມນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ, ສືບຕໍ່ຊຸກຍູ້ແລກປ່ຽນການພົບປະ ແລະ ຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ ລວມທັງ ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ຍີ່ປຸ່ນ ໃຫ້ເປັນປົກກະຕິ ພາຍຫລັງສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຜ່ອນຄາຍລົງ, ສືບຕໍ່ຊຸກຍູ້ການລົງທຶນຂອງຍີ່ປຸ່ນ ຢູ່ ສປປ ລາວ ແລະ ການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ ລາວ-ຍີ່ປຸ່ນ, ການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບ ໃຫ້ແກ່ ສປປ ລາວ ແລະ ອື່ນໆ. ພ້ອມດຽວກັນນີ້, ສອງກະຊວງການຕ່າງປະເທດ ຈະຮ່ວມກັນເຮັດວຽກຢ່າງໃກ້ຊິດ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງ ການພົວພັນ ອາຊຽນ-ຍີ່ປຸ່ນ ໃນປີ 2023 ແລະ ການກະກຽມເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສໍາເລັດຕາມຄາດຫມາຍ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຂອງລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ໃນໄລຍະຜ່ານມາ, ເຊິ່ງເປັນການຊ່ວຍເຫຼືອທີ່ມີປະສິດທິພາບ, ປະສິດທິຜົນ ແລະ ແທດເຫມາະກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງ ສປປ ລາວ, ລວມທັງການຊ່ວຍເຫຼືອໃນການເກັບກູ້ລະເບີດບໍ່ທັນແຕກ (UXO Clearance), ອັນໄດ້ເປັນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວໆ, ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດ້ານອຸປະກອນການແພດ ແລະ ວັກຊິນ ໃຫ້ແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນໄລຍະຜ່ານມາ; ຍີ່ປຸ່ນ ຍັງເປັນປະເທດອັນດັບຕົ້ນ ທີ່ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ ແລະ ຫວັງວ່າ ລັດຖະບານ ຍີ່ປຸ່ນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ຕື່ມໃນອະນາຄົດ.

ການສົນທະນາຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດຂອງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ໄດ້ຮັບການເພີ້ມພູນຄູນສ້າງໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480402
ມື້ນີ້60
ມື້ວານ172
ອາທິດນີ້800
ເດືອນນີ້6633