ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ບັນດາທູດຕ່າງປະເທດ ຄົນໃໝ່ ປະຈຳ ສປປ ລາວ

 

JAPAN 13-1-22

MONGOLIA13-1-22

Germany 13-1-22

French13-1-22

ໃນ​ວັນ​ທີ13 ມັງກອນ 2022, ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ​ລັດ​ຖະ​ມົນຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງບັນດາທູດຕ່າງປະເທດ ຄົນໃໝ່ ປະຈຳ ສປປ ລາວ ຄື: ທ່ານ ໂຄບາຢາຊິ ເຄນອິຈິ (KOBAYASHI Kenichi), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດຍີ່ປຸ່ນ; ທ່ານ ບຽມບາຊູເຣນ ຈໍາສ໌ຣັງ (Byambasuren Jamsran), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ປະເທດມົງໂກລີ; ທ່ານ ນາງ ອັນເນັດເຕີ  ໂຄບລັອກ (Annette Knobloch), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ.ເຢຍລະມັນ ແລະ ທ່ານ ນາງ ຊີບ-ແລັງ ຊູຍອອກ (Siv Leng CHHUOR), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຝຣັ່ງ.

          ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ແລະ ຊົມ​ເຊີຍບັນດາທ່ານທູດທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ມາ​ດຳ​ລົງຕຳ​ແໜ່ງ​ເປັນເອກ​ອັກ​ຄະ​ລັດ​ຖະ​ທູດວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ປະເທດ ຍີ່ປຸ່ນ, ມົງໂກລີ, ສສ.ເຢຍລະມັນ ແລະ ສ.ຝຣັ່ງ ປະຈໍາ ສປປ ລາວ, ພ້ອມ​ທັງຕີ​ລາ​ຄາ​ສູງຕໍ່ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍລະ​ຫວ່າງ ລາວ-ຍີ່ປຸ່ນ, ລາວ-ມົງໂກລີ, ລາວ-ເຢຍລະມັນ ແລະ ລາວ-ຝຣັ່ງ ໃນ​ໄລ​ຍະ​​ຜ່ານ​ມາ ເຖິງ ປະ​ຈຸ​ບັນ. ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ, ມົງໂກລີ, ເຢຍລະມັນ ແລະ ຝຣັ່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄື ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນເປັນກ້າວໆ ພ້ອມທັງສະ​ເໜີ​ໃຫ້ບັນດາ​ທ່ານ​ທູດສືບ​ຕໍ່ປະ​ກອບ​ສ່ວນຊຸກ​ຍູ້​ການພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍໃຫ້ຂະ​ຫຍາຍ​ຕົວ​ ແລະ ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນໃນ​ຕໍ່​ໜ້າໂດຍ​ສະ​ເພາະ​ການ​​ຮ່ວມ​ມື​ທາງດ້ານເສດຖະກິດ, ​ການຄ້າ-ການລົງ​ທຶນ, ການພັດທະນາລະບົບພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນໆ. ພິເສດ, ຍັງໄດ້ສະເໜີໃຫ້ບັນດາທ່ານທູດຊຸກ ຍູ້ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ພາຍຫຼັງສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຜ່ອນຄາຍລົງ.

ພ້ອມນັ້ນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລໍ້າຄ່າ ຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ, ເຢຍລະມັນ ແລະ ຝຣັ່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ດ້ວຍການສະໜອງວັກແຊັງ, ອຸປະກອນການແພດ ແລະ ອື່ນໆ ຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ອັນເປັນການປະກອບສ່ວນເຮັດໃຫ້ ສປປ ລາວ ສາມາດຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ຢ່າງມີປະສິດທິຜົນ.ນອກ​ຈາກ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ ​ໄດ້ອວຍ​ພອນ​ໃຫ້ບັນດາທ່ານທູດມີ​ພະ​ລາ​ນາ​ໄມ​ສົມບູນ, ມີຄວາມຜາ​ສຸກ ແລະປະ​ສົບ​ຜົນ​ສຳ​ເລັດໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດອັນສູງ​ສົ່ງ​ຂອງ​ທ່ານ ຢູ່ ສ​ປ​ປ ລາວ.

ນ​ໂອ​ກາດ​ດຽວ​ກັນ​ນີ້, ບັນດາທ່ານທູດກໍໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ ທ່ານ​ລັດ​ຖະ​ມົນ​ຕີ ສະເຫຼີມໄຊ ກົມມະສິດ ທີ່​ໄດ້​​ໃຫ້ກຽດຕ້ອນ​ຮັບ​ຢ່າ​ງ​ອົບ​ອຸ່ນໃນ​ຄັ້ງ​ນີ້ແລະທັງໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າຈະພະ​ຍາຍາມ​ຢ່າງສຸດ​ຄວາມ​ສາ​ມາດເພື່ອຊຸກ​ຍູ້​ການພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ໃຫ້ສືບ​ຕໍ່​ໄດ້​ຮັບການເສີມຂະ​ຫຍາຍ​​ຍິ່ງ​ໆຂຶ້ນໃນ​ຕໍ່​ໜ້າ.


ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480345
ມື້ນີ້3
ມື້ວານ172
ອາທິດນີ້743
ເດືອນນີ້6576