ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຄໍາປາໃສໃນພິທີເປີດກອງປະຊຸມທາງໄກ ເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022

 

WhatsApp Image 2022 04 21 at 25747 PM

        ວັນທີ 21 ເມສາ 2022, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໃສໃນພິທີເປີດກອງປະຊຸມທາງໄກ ເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022 ພາຍໃຕ້ຫົວຂໍ້ ໂລກໃນທ່າມກາງການລະບາດຂອງພະຍາດໂຄວິດ-19:  ຮ່ວມມືກັນເພື່ອການພັດທະນາ ແລະ ອະນາຄົດຮ່ວມກັນ. ໂດຍມີພະນະ ທ່ານ ສີ ຈິ້ນຜິງ, ປະທານປະເທດແຫ່ງ ສປ ຈີນ ພ້ອມດ້ວຍການນໍາຂັ້ນສູງຈາກບັນດາປະເທດໃນອາຊີ ແລະ ເຈົ້າໜ້າທີ່ຂັ້ນສູງຈາກອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

 

        ໃນໂອກາດນີ້ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19,​ ການຮ່ວມມືຂອງວົງຄະນາຍາດສາກົນໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ແລະ ຜົນສໍາເລັດທີ່ຍາດມາໄດ້,​ ໂດຍໄດ້ກ່າວວ່າ: “  ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຢ່າງຫລວງຫລາຍ ຕໍ່ວົງຄະນະຍາດສາກົນ ໃນທຸກລະດັບບໍ່ວ່າໃນລະດັບໂລກ, ພາກພື້ນ ແລະ ລະດັບຊາດ ເຊິ່ງໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫລວງ ຕໍ່ລະບົບສາທາລະນະສຸກ ກໍຄື ການພົວພັນໃນສັງຄົມ ຢູ່ ພາຍໃນປະເທດ ແລະ ລະຫວ່າງປະເທດ, ແລະ ຍັງໄດ້ສົ່ງຜົນກະທົບຢ່າງຫນັກຫນວ່ງ ຕໍ່ ການຟື້ນຕົວ ແລະ ຂະຫຍາຍ ຕົວຂອງເສດຖະກິດໂລກ. ຕໍ່ໜ້າສະພາບການດັ່ງກ່າວ, ວົງຄະນະຍາດສາກົນ ກໍ່ໄດ້ໃຊ້ຄວາມພະຍາຍາມຮ່ວມກັນ ຢ່າງຕັ້ງຫນ້າ ເພື່ອສະກັດກັ້ນການແຜ່ລະບາດ ແລະ ວາງມາດຕະການຮັບມືກັບພະຍາດໂຄວິດ-19 ໄດ້ຢ່າງທັນການ, ໂດຍສະເພາະແມ່ນການຮ່ວມມືກັນ ໃນການຄົ້ນຄວ້າວິທະຍາສາດການແພດ ເພື່ອຜະລິດວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19, ການປັບຕົວເຂົ້າກັບ ການດໍາລົງຊິວິດປົກກະຕິ ແບບໃຫມ່.”

 

        ພ້ອມນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ, ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງວົງຄະນະຍາດສາກົນ ແລະ ປະເທດເພື່ອນມິດທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ  ໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍສະເພາະແມ່ນ ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນດ້ານເຕັກນິກການແພດ, ວັກຊີນ, ຢາປົວໂຄວິດ-19 ກໍຄື ອຸປະກອນການແພດຕ່າງໆ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ ສປປ ລາວ ສາມາດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຢ່າງມີປະສິດທິຜົນ.  

 

        ພະນະທ່ານ ພັນຄຳ ວິພາວັນ ຍັງໄດ້ມີຄຳເຫັນໃສ່ 3 ຈຸດຄື:

  • ວົງຄະນະຍາດສາກົນຄວນສືບຕໍ່ເພີ່ມທະວີ ການຮ່ວມມືດ້ານວິທະຍາສາດການແພດໃຫ້ກວ້າງຂວາງກວ່າເກົ່າ ເພື່ອຊອກຄົ້ນໃຫ້ໄດ້ສິ່ງທີ່ດີເລີດຂອງວິທະຍາສາດການແພດ ແນໃສ່ສະກັດກັ້ນ ແລະ ລົບລ້າງພະຍາດໂຄວິດ-19 ໃຫ້ໄດ້ຢ່າງສິ້ນເຊີງ. ການຮ່ວມມືດ້ານວິທະຍາສາດການແພດ ຕ້ອງມີຂຶ້ນບົນພື້ນຖານຄວາມຈິງໃຈ ແລະ ຫລີກລ້ຽງການເອົາບັນຫາການເມືອງມາເປັນປັດໃຈແຊກແຊງ.
  • ສຸມໃສ່ການຮ່ວມມືກັນ ໃນການແກ້ໄຂຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກພະຍາດໂຄວິດ-19 ໃຫ້ໄດ້, ຈຶ່ງມີຄວາມຈໍາເປັນໃນການຟື້ນຟູກົນໄກການເຊື່ອມຈອດ-ເຊື່ອມໂຍງທີ່ຖືກຢຸດສະງັກ ເຊັ່ນ: ການວາງມາດຕະການຜ່ອນຜັນການໄປມາຫາສູ່ເຊິ່ງກັນ ແລະ ກັນ ໂດຍຮັບປະກັນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ໄດ້, ຮັບປະກັນໃຫ້ຕ່ອງໂສ້ການຄ້າສາມາດດໍາເນີນໄປໂດຍປົກກະຕິ, ຟື້ນຟູການສົ່ງເສີມການລົງທຶນ ແລະ ປັບລະບົບການດໍາເນີນທຸລະກິດໄປສູ່ເສດຖະກິດດີຈີຕອນໃຫ້ໄດ້.
  • ເພີ່ມທະວີການສົ່ງເສີມ ແລະ ຮ່ວມມືກັນໃນຂອບການຮ່ວມມືລະດັບພາກພື້ນ ແລະ ສາກົນ ທີ່ມີແລ້ວ ເພື່ອຟື້ນຟູເສດຖະກິດພາຍຫລັງໂຄວິດ-19. ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ເປັນສ່ວນໜຶ່ງ ແລະ ໄດ້ປະ ກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງປະຕິບັດຂອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”. ໜຶ່ງໃນຜົນສຳເລັດຂອງການຈັດຕັ້ງປະຕິບັດຂໍ້ລິເລີ່ມນີ້ ກໍ່ແມ່ນການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ໃນວັນທີ 3 ທັນວາ 2021. ການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ກໍ່ຄືແລວເສດຖະກິດ ລາວ-ຈີນ ຈະປະກອບສ່ວນອັນສໍາຄັນເຂົ້າໃນການຂະ ຫຍາຍການຮ່ວມມືໃນລະດັບພາກພື້ນ ແລະ ອະນຸພາກພື້ນກໍ່ຄືປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບຂອງພະ ຍາດໂຄວິດ-19 ໃນໄລຍະຍາວ. ອັນນີ້ຈະເປັນການຕອບສະໜອງ ໃຫ້ແກ່ການບັນລຸເປົ້າຫມາຍ ການສ້າງຕັ້ງກົນໄກການເຊື່ອມຕໍ່ ແລະ ເຊື່ອມໂຍງພາກພື້ນ ໃຫ້ເປັນຮູບປະທໍາ ກໍ່ຄື ການນໍາເອົາຜົນປະໂຫຍດຕົວຈິງມາສູ່ພາກພື້ນນີ້.

 

       ເວທີປຶກສາຫາລື ໂບອາວ ເພື່ອອາຊີ (Boao Forum For Asia) ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນກຸມພາ 2001, ມີສະຖານທີ່ຈັດກອງປະຊຸມແບບຖາວອນຢູ່ເມືອງໂບອາວ, ແຂວງຫາຍໜານ, ສປ ຈີນ ເຊິ່ງເປັນເວທີປຶກສາຫາລືທີ່ສຳຄັນ, ສ້າງໂອກາດໃຫ້ແກ່ພາກລັດ, ເອກະຊົນ  ແລະ  ຊ່ຽວຊານ ໄດ້ປຶກສາຫາລືກັນກ່ຽວກັບບັນຫາເສດຖະກິດ, ສັງຄົມ, ສະພາບແວດລ້ອມ ແລະ ບັນຫາອື່ນໆ. ແຕ່ລະປີມີປະມຸກລັດ, ຫົວຫນ້າລັດຖະບານ, ເຈົ້າໜ້າທີ່ຂັ້ນສູງຈາກອົງການຈັດຕັ້ງສາກົນ, ຊ່ຽວຊານ ແລະ ນັກທຸລະກິດຈາກປະເທດກ່ຽວຂ້ອງ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ສຳລັບ ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນເວທີປຶກສາຫາລືດັ່ງກ່າວ ແລະ ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມເປັນປົກກະຕິ ທັງກອງປະຊຸມແບບເຊິ່ງໜ້າ ແລະ ກອງປະຊຸມທາງໄກ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480392
ມື້ນີ້50
ມື້ວານ172
ອາທິດນີ້790
ເດືອນນີ້6623