ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ
ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາສະຫະລັດອາເມຣິກາ
ທ່ານ ບຸນ ອິນທະບັນດິດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາລັດກູເວດ
ທ່ານ ວັນທາ ແສງເມືອງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ກູ ບາ
ໃນວັນທີ 28 ເມສາ 2022, ທີ່ ສະພາແຫ່ງຊາດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມອບສານຕາຕັ້ງ ໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ໄປປະຈໍາຢູ່ຕ່າງປະເທດ ດັ່ງນີ້: ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ; ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາສະຫະລັດອາເມຣິກາ; ທ່ານ ບຸນ ອິນທະບັນດິດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາລັດກູເວດ ແລະ ທ່ານ ວັນທາ ແສງເມືອງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ.ກູ ບາ.
ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານເອກອັກຄະລັດຖະທູດ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການທູດທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ກັບບັນດາປະເທດ ເພື່ອນມິດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.