ໃນຕອນເຊົ້າຂອງວັນທີ 04 ພຶດສະພາ 2022 ຢູ່ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ ປະຈໍາປີ 2021 ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີ ບັນດາສະຫາຍຄະນະບໍລິຫານງານພັກ-ຄະ ນະນຳກະຊວງການຕ່າງປະເທດ, ຄະນະໜ່ວຍພັກ, ສະມາຊິກພັກ ເຂົ້າຮ່ວມທັງໝົດ 100 ສະຫາຍ.
ໃນພິທີ ສະຫາຍ ໄມທອງ ທຳມະວົງສາ, ກຳມະການພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການຕ່າງ ປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ແລະ ທິດທາງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໂດຍໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງຂອງບັນດາໜ່ວຍພັກ ໃນການຈັດຕັ້ງປະຕິບັດແຜນການສ້າງໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມະຕິ, ຄຳສັ່ງ ແລະ ກົດລະບຽບພັກ ໄດ້ເປັນຢ່າງດີ ໂດຍສະເພາະແມ່ນ ຄໍາສັ່ງເລກທີ 01/ກມ ສພ, ລົງວັນທີ 03 ມັງກອນ 2018, ຄໍາສັ່ງຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26/4/2018 ແລະ ແຈ້ງການແນະນໍາສະບັບເລກທີ 0573 /ຄພ.ຕປທ, ລົງວັນທີ 30 ກໍລະກົດ 2018 ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ເພື່ອອອກແຮງ ແລະ ປະຕິບັດສ້າງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ອັນໄດ້ເຮັດໃຫ້ສະມາຊິກພັກ ມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ຍົກສູງສະຕິ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ມີຄວາມເປັນເອກະພາບຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເປັນເຈົ້າການປົກປ້ອງແນວທາງ ແລະ ອຸດົມການຂອງພັກ. ພ້ອມກັນນັ້ນ ກໍຍັງໄດ້ຍົກໃຫ້ເຫັນບາງຂໍ້ຄົງຄ້າງທີ່ບັນດາໜ່ວຍພັກ ຈະຕ້ອງໄດ້ເອົາໃຈໃສ່ ເພື່ອແນໃສ່ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເພີ່ມທະວີການສຶກສາ ແລະ ຄົ້ນຄ້ວາ ບັນດາມະຕິ, ຄໍາສັ່ງ ຂອງຄະນະພັກຂັ້ນເທິງ ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ຖືກຕ້ອງກັບແນວທາງນະໂຍບາຍຂອງພັກ.
ໃນພິທີດັ່ງກ່າວ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກກະຊວງການຕ່າງປະເທດ ເລກທີ 212/ຄພ.ຕປທ, ລົງວັນທີ 24 ມີນາ 2022 ວ່າດ້ວຍ ການຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ເຊີ່ງມີບັນດາໜ່ວຍພັກທີ່ຖືກຮັບຮອງທັງໝົດ 34 ໜ່ວຍພັກ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈາກທັງໝົດ 57 ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງການຕ່າງປະເທດ. ໃນນັ້ນ, ມີໜ່ວຍພັກທີ່ສາມາດປ້ອງກັນນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ V ສະໄໝ ມີ 2 ໜ່ວຍພັກ, ປ້ອງກັນໄດ້ IV ສະໄໝ ມີ 5 ໜ່ວຍພັກ, ປ້ອງກັນໄດ້ III ສະໄໝ ມີ 13 ໜ່ວຍພັກ ແລະ ໜ່ວຍພັກທີ່ສາມາດຍາດໄດ້ນາມມະຍົດໃໝ່ ມີ 14 ໜ່ວຍພັກ.
ເປັນກຽດໃນພິທີ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ຂຶ້ນມອບໃບຢັ້ງຢືນໃຫ້ແກ່ບັນດາໜ່ວຍພັກທີ່ສາມາດຍາດໄດ້ນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ແລະ ໄດ້ໃຫ້ຄຳໂອວາດ ເພື່ອຊີ້ນໍາໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ແກ່ບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມເອົາໃຈໃສ່ ຂອງບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານໃນບັນດາໜ່ວຍພັກທີ່ຂຶ້ນກັບອົງ ຄະນະພັກກະຊວງການຕ່າງປະເທດ ທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ ແລະ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນດ້ວຍຜົນສຳເລັດ ເຊີ່ງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານປັບປຸງກໍ່ສ້າງຮາກຖານພັກໄດ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກ ແລະ ສະມາຊິກພັກ-ພະນັກງານທຸກຄົນ. ວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງຮັບປະກັນ 5 ຫຼັກການ ທີ່ກົມການເມືອງສູນກາງພັກວາງອອກ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ບັນດາໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນສູ້ຊົນສືບຕໍ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ດີ ແລະ ຫຼາຍກວ່າເກົ່າ ທັງດ້ານປະລິມານ ແລະ ຄຸນນະພາບໃນຕໍ່ໜ້າ.