ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ

 

ASEAN US 12 5 22 1

ASEAN US 12 5 22 4

ASEAN US 12 5 22 2

 

ASEAN US 12 5 22 3

        ໃນຕອນທ່ຽງຂອງວັນທີ 12 ພຶດສະພາ 2022 ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດ ສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນອາຊຽນ-ອາເມລິກາ ຄົບຮອບ 45 ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນຄູ່ເຈລະຈານຳກັນໃນປີ 1977.

 

        ກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 2 ວັນນັບແຕ່ວັນທີ 12 ຫາວັນທີ 13 ພຶດສະພາ 2022. ໃນກອງປະຊຸມມື້ທຳອິດນີ້, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ພ້ອມຜູ້ນຳບັນດາປະເທດສະມາຊິກອາຊຽນອື່ນ ໄດ້ພົບປະກັບປະທານສະພາຕ່ຳ ແລະ ບັນດາຜູ້ແທນສະມາຊິກສະພາ ອາເມລິກາ ແລະ ໄດ້ພົບປະກັບພາກທຸລະກິດຂອງອາເມລິກາ.

 

       ໃນການພົບປະກັບຜູ້ແທນສະມາຊິກສະພາ, ບັນດາຜູ້ນຳອາຊຽນ ໄດ້ສະແດງຄວາມຊົມເຊີຍບັນດາຜູ້ແທນສະມາຊິກສະພາ ອາເມລິກາ ທີ່ໄດ້ຊຸກຍູ້ການພົວພັນຮ່ວມມືອາຊຽນ-ອາເມລິກາ ຕະຫຼອດໄລຍະ 45 ປີຜ່ານມາ ພ້ອມທັງສະ     ເໜີໃຫ້ສືບຕໍ່ການສະໜັບສະໜູນດັ່ງກ່າວ. ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ຕີລາຄາບົດບາດອັນສຳຄັນຂອງສະມາຊິກສະພາອາເມລິກາ ໃນການຊຸກຍູ້ ແລະ ຮັບຮອງເອົາການຊ່ວຍເຫຼືອໃຫ້ແກ່ ສປປ ລາວ ໃນຫຼາຍໆດ້ານ ລວມທັງດ້ານສາທາລະນະສຸກ, ການເກັບກູ້ລະເບີດທີ່ບໍ່ທັນແຕກ ແລະ ອື່ນໆ.

 

       ສຳລັບການພົບປະກັບພາກທຸລະກິດ, ບັນດາຜູ້ນຳ ແລະ ຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ ກໍໄດ້ປຶກສາຫາລື ກ່ຽວກັບຄວາມສຳຄັນຂອງພາກທຸລະກິດອາເມລິກາ ທີ່ມີບົດບາດໃນການສົ່ງເສີມການຄ້າ, ການລົງທຶນ ແລະ ການພັດທະນາເສດຖະກິດຂອງອາຊຽນ ແລະ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບກາລະໂອກາດໃນການດຳເນີນທຸລະກິດຢູ່ອາຊຽນໃຫ້ຫຼາຍຂຶ້ນ, ຊຶ່ງປັດຈຸບັນອາເມລິກາ ເປັນຄູ່ຄ້າໃຫຍ່ອັນດັບສອງຂອງອາຊຽນ (ໃນປີ 2020 ການຄ້າສອງຝ່າຍ ລະຫວ່າງອາຊຽນ ແລະ ອາເມລິກາ ບັນລຸໄດ້ 308,3 ຕື້ໂດລາສະຫະລັດ) ແລະ ເປັນຜູ້ລົງທຶນໃຫຍ່ອັນດັບໜຶ່ງຢູ່ໃນອາຊຽນ (ລວມມູນຄ່າທັງໝົດສະເລ່ຍສູງເຖິງ 34,7 ຕື້ໂດລາສະຫະລັດໃນປີ 2020). ໃນທ່າມກາງສະພາບເສດຖະກິດຂອງພາກພື້ນ ແລະ ຂອງໂລກ ທີ່ມີທ່າອ່ຽງຖົດຖອຍ ອັນເນື່ອງມາຈາກການແຜ່​ລະ​ບາດຂອງພະຍາດໂຄວິດ-19, ບັນດາຜູ້ນຳອາຊຽນ ເຫັນວ່າການມີສ່ວນຮ່ວມຂອງພາກທຸລະກິດອາເມລິກາ ໃນການຟື້ນຟູເສດຖະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ການຜະລິດ ໂດຍຜ່ານການຮ່ວມມືໃນດ້ານການເຊື່ອມຈອດ, ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການຫັນເປັນດິຈິຕອນ, ການສົ່ງເສີມນະວັດຕະກຳ ແລະ ເຕັກໂນໂລຊີ, ການພັດທະນາຕົວເມືອງອັດສະລິຍະ ແລະ ອື່ນໆ ແມ່ນມີຄວາມສຳຄັນເປັນຢ່າງຍິ່ງ. ສປປ ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາໂຄງການຊ່ວຍເຫຼືອຂອງອາເມລິກາ ເພື່ອສົ່ງເສີມການຂະຫຍາຍຕົວແບບກວມລວມຢູ່ໃນອາຊຽນ ໂດຍຜ່ານນະວັດຕະກຳ, ການຄ້າ ແລະ ການຄ້າທາງເອເລັກໂຕຣນິກ ຫຼື ອິກໄນທ໌ (IGNITE) ແລະ ໂຄງການອື່ນໆ ທີ່ໄດ້ປະກອບສ່ວນສົ່ງເສີມການອໍານວຍຄວາມສະດວກທາງດ້ານການຄ້າ, ການຈັດຕັ້ງປະຕິບັດລະບົບປະຕູດຽວອາຊຽນ, ເສດຖະກິດດິຈິຕອນ ແລະ ການສ້າງຂີດຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີ, ວິທະຍາສາດ ແລະ ນະວັດຕະກໍາ ເຂົ້າໃນການສົ່ງເສີມການຂະຫຍາຍຕົວດ້ານເສດຖະກິດຢູ່ໃນພາກພື້ນ.

 

        ໃນຕອນແລງຂອງວັນດຽວກັນ, ບັນດາຜູ້ນຳອາຊຽນ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຈັດໂດຍປະທານາທິບໍດີ ໂຈ  ໄບເດັນ ແຫ່ງ ສະຫະລັດ ອາເມລິກາ ຢູ່ທີ່ທຳນຽບຂາວ, ຊຶ່ງບັນດາຜູ້ນຳອາຊຽນ ແລະ ອາເມລິກາ ກໍໄດ້ມີໂອກາດພົບປະສັງສັນ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບການຮ່ວມມືອາຊຽນ-ອາເມລິກາ ໃນໄລຍະຜ່ານມາ ແລະ ທິດທາງການພົວພັນໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480339
ມື້ນີ້169
ມື້ວານ157
ອາທິດນີ້737
ເດືອນນີ້6570