ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາບທາມ ການສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງກະຊວງການຕ່າງປະເທດ

 

2022 6 28 Sound out Mofa3

2022 6 28 Sound out Mofa2

 

ໃນວັນທີ 28 ມິຖຸນາ 2022, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມ ເພື່ອສ້າງແຜນກໍາ ນົດພະນັກງານນຳພາ-ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ຂອງກະຊວງການຕ່າງປະເທດ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ບຸດສະດີ ທະນະເມືອງ, ກໍາມະ ການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ໂດຍມີຄະນະພັກກະຊວງ, ຮອງລັດຖະມົນຕີ, ຄະນະ ໜ່ວຍພັກ, ຄະນະຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກ ທີ່ເປັນຄະນະໜ່ວຍພັກພາຍ ໃນກະຊວງການຕ່າງປະເທດ ແລະ ພະນັກງານຈາກຄະນະຈັດຕັ້ງສູນກາງພັກ ຈຳນວນໜຶ່ງເຂົ້າຮ່ວມ.

 

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ແລະ ໄດ້ເນັ້ນໜັກເຖິງ ຄວາມໝາຍ, ຄວາມສໍາຄັນ  ແລະ ຈຸດປະສົງຂອງວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ເຊິ່ງ ເປັນວຽກງານໜຶ່ງທີ່ສໍາຄັນ ເປັນພື້ນຖານຂອງວຽກງານພະນັກງານ ເພື່ອຕອບສະໜອງກັບໜ້າທີ່ການເມືອງ ຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ, ເປັນການຫັນຍຸດທະສາດ ກ່ຽວກັບ ວຽກງານພະນັກງານໃຫ້ ເປັນອັນລະອຽດ ເພື່ອສ້າງພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບຳລຸງ, ຄາດຄະເນສັບຊ້ອນ ແລະ ຈັດວາງ ພະນັກງານຢ່າງສົມເຫດສົມຜົນ. ນອກນັ້ນ, ການສ້າງແຜນກໍານົດພະນັກງານ ແມ່ນການຄາດຄະເນເປົ້າໝາຍ ພະນັກງານ ທີ່ຈະຈັດວາງເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ແຕ່ລະຂັ້ນ, ແນໃສ່ຮັບປະກັນລັກສະນະສືບທອດ ປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ.

 

ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ແນະນໍາ ໃຫ້ຜູ້ເຂົ້າຮ່ວມຕ້ອງໄດ້ ຄົ້ນຄວ້າຢ່າງ ເລິກເຊິ່ງຕໍ່ ກັບເປົ້າໝາຍ ເລືອກເຟັ້ນທີ່ຈະກຳນົດເຂົ້າໃສ່ແຕ່ລະຕຳແໜ່ງ, ຕ້ອງຄັດເລືອກໃຫ້ໄດ້ບຸກຄົນທີ່ພົ້ນເດັ່ນ ທີ່ພຽບພ້ອມໄປດ້ວຍຄວາມຮູ້, ຄວາມສາມາດ, ຄຸນສົມບັດ ສິນທຳ ປະຕິວັດ, ຮູ້ຜັນຂະຫຍາຍແນວທາງນະໂຍບາຍ ແລະ ນິຕິກຳຕ່າງໆຂອງພັກ-ລັດ ເຂົ້າໃນການນໍາພາປະຕິບັດໜ້າທີ່ວຽກງານ, ມີພາວະຄວາມເປັນຜູ້ນຳ, ໂດຍສະເພາະ ແມ່ນການນຳພາພະນັກງານ-ລັດຖະກອນ ແລະ ມະຫາຊົນ ເຄື່ອນໄຫວວຽກງານຕ່າງໆທີ່ການຈັດຕັ້ງມອບໝາຍໃຫ້ ມີຄວາມສະດຸ້ງໄວ້ຕໍ່ບັນຫາຕ່າງໆ, ແກ້ໄຂ ບັນຫາຕ່າງໆ ຢ່າງມີປະສິດທິຜົນ, ມີຄວາມດຸໝັ່ນ, ພາກພຽນ, ປະຢັດ, ສັດຊື່, ປອດໃສ, ບໍ່ຫຼິ້ນກິນຟຸມເຟືອຍ, ບໍ່ສໍ້ລາດບັງຫຼວງ, ມີທັດສະນະມະຫາຊົນ ແລະ ເປັນເຈົ້າການໃນການ ເຕົ້າໂຮມຄວາມສາມັກຄີ, ເຮັດວຽກມີແບບແຜນ, ມີໂຄງການ, ມີການຊຸກຍູ້ຕິດຕາມ,​ ກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນ ແລະ ໃກ້ຊິດຕິດແທດ ກັບ ມະຫາຊົນຢ່າງແທ້ຈິງ.

 

ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາ ເພື່ອຈະສາມາດເລືອກໄດ້ບຸກຄົນ ຄືແນວນັ້ນ, ຕ້ອງຫຼີກລ້ຽງແນວ ຄິດອິດສາບັງບຽດ, ກຸ່ມກ້ອນ, ແນວຄິດພັກພວກ, ເພື່ອນສະໜິດມິດສະຫາຍ ເພື່ອສ້າງເຄືອຂ່າຍ ແລະ ຜົນປະໂຫຍດໃດໜຶ່ງແກ່ຕົນເອງ. ຕ້ອງກ້າສົ່ງເສີມບຸກຄົນທີ່ດີເດັ່ນ ແລະ ມີມາດຖານເງື່ອນ ໄຂຄົບຖ້ວນ ເຂົ້າໃນຕໍາແໜ່ງ ນໍາ ພາ-ຄຸ້ມຄອງ. ການສ້າງແຜນກຳນົດພະນັກງານ ຕ້ອງຮັບປະກັນລັກສະນະ ເປີດກວ້າງ, ມີຄວາມໂປ່ງໃສ, ພາວະວິໄສ, ຮອບ ດ້ານ, ຍຸຕິທຳ, ຕ້ອງຮັບປະກັນໂຄງປະກອບເພດ, ເຜົ່າ, ລັກສະນະສົມສ່ວນ ລະຫວ່າງ ພະນັກງານ ຮຸ່ນອາວຸ ໂສ, ຮຸ່ນກາງ, ຮຸ່ນໜຸ່ມ. ໃນນັ້ນ, ພະນັກງານຮຸ່ນໜຸ່ມໃຫ້ກວມ ອັດຕາສ່ວນຫຼາຍກວ່າ ເພື່ອຮັບປະກັນ ລັກສະນະ ສືບທອດຕໍ່ເນື່ອງ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485618
ມື້ນີ້123
ມື້ວານ196
ອາທິດນີ້654
ເດືອນນີ້4923