ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ພົບປະທາງໄກ ກັບສະຫາຍເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສ.ກູບາ

 

LaoCubaTalk1

LaoCubaTalk2

 

ໃນຕອນຄໍ່າຂອງວັນທີ 30 ມີ​ຖຸນາ 2022, ເວລາ 19:00 ໂມງ ຂອງ ສປປລາວ ແລະ ເວລາ 8:00 ໂມງ ເຊົ້າຂອງກູບາ,​ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບວີດີໂອທາງໄກ ກັບ ສະຫາຍ ມີ​ເກັນ ດຽດ ກາ​ເນນ​, ເລຂາທິການທີ​ໜຶ່ງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ, ປະທານ​ປະ​ເທດ​ແຫ່ງ ສ.ກູບາ.

 

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບ​ປະ​ຜ່ານວີ​ດິໂອທາງໄກ​ ກັບ ສະຫາຍ ມີ​ເກັນ ດຽດ ກາ​ເນນ​, ເລຂາທິການທີ​ໜຶ່ງ ຄະນະລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ບາ ເຊຶ່ງເປັນການພົບປະຄັ້ງທໍາອິດຂອງ ສະຫາຍ ທອງລຸນ ສີສຸລິດ ໃນຖານະເປັນເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ປປ ລາວ ແລະ ສະຫາຍ ມີເກັນ ດຽດ ກາເນນ  ທີ່ໄດ້ດໍາລົງຕໍາແໜ່ງເລຂາທິການທີໜຶ່ງ, ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ສ.ກູບາ. ຝ່າຍລາວໄດ້ແຈ້ງສະພາບການທີ່ພົ້ນເດັ່ນຢູ່ ສປປ ລາວ ໃນໄລຍະຜ່ານມາ, ໂດຍສະເພາະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປປ ລາວ. ​ຊົມ​ເຊີຍ ແລະ ຕີລາຄາສູງ​ຕໍ່​​ຜົນສຳ​ເລັດ​ອັນໃຫຍ່ຫຼວງທີ່ປະຊາຊົນກູ​ບາອ້າຍນ້ອງ ​ພາຍໃຕ້ການນໍາພາ​ອັນ​ເດັດ​ດ່ຽວ​ໜຽວ​ແໜ້ນຂອງພັກກອມມູນິດກູບາ ຍາດມາໄດ້ຕະຫຼອດໄລຍະ 60 ປີ ຜ່ານມາ, ໂດຍສະເພາະແມ່ນຜົນ​ສຳ​ເລັດ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ​ຄັນ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ​​ ແລະ ປົກ​ປັກ​ຮັກສາໝາກຜົນ​​ຂອງການ​ປະຕິວັດ ໃນທ່າມກາງການປິດລ້ອມ ທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ຂອງຈັກກະພັດ​ແລະ ອິດ​ທິ​ກຳ​ລັງ​ປໍ​ລະ​ປັກ ເປັນເວລາຫົກທົດສະວັດ. ຕີ​ລາຄາ​ສູງ​ຕໍ່ຄວາມ​ສາ​ມັກ​ຄີ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່​ເປັນ​ມູນ​ເຊື້ອອັນດີງາມມາແຕ່ດົນນານ ລະ​ຫວ່າງ ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດລາວ-ກູ​ບາ, ຊຶ່ງໄດ້ຮັບການເສີມຂະຫຍາຍ​ໃຫ້ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງໆຂື້ນ, ປະກອບສ່ວນສຳ​ຄັນເຂົ້າໃນພາລະກິດ ປະ​ຕິ​ວັດ​ຢູ່​ສອງ​ປະ​ເທດ ລາວ ແລ​ະ ກູ​ບາ ກໍ​ຄື​ພາ​ລະ​ກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອ​ອັນ​ໃຫ່​ຍຫຼວ​ງ​ລ້ຳ​ຄ່າແກ່ ພັກ ​ແລະ ປະ​ຊາ​ຊົນລາວ ບັນ​ດາ​ເຜົ່າ ທັງໃນໄລຍະຕໍ່ສູ້ກູ້ຊາດ ກໍຄືໃນໄລຍະສ້າງສາພັດທະນາ ສປປ ລາວ. ພ້ອມນັ້ນ,​ກໍ່ຢືນຢັນ​ຄືນ​ແນວທາງ​ນະ​ໂຍບາຍ​ອັນ​ສະ​ເໝີ​ຕົ້ນ​ສະ​   ເໝີ​ປາຍ​ຂອງ ​ສ​ປປ ລາວ ໃນ​ການສະໜັບສະໜູນ ສ.ກູ​ບາ ​ຕ້ານ​ການ​ກະທຳ​ທຸກ​ຮູບ​​ແບບທີ່​ບໍ່​ເປັນ​ທຳ ​ໂດຍ​ສະ​ເພາະ​ແມ່ນ ການ​ປິດ​ລ້ອມ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ເງິນ​ຕໍ່​ກູ​ບາ.​

 

ສະຫາຍ ມີ​ເກັນ ດຽດ ກາ​ເນນ​ ໄດ້ແຈ້ງໃຫ້ຊາບສະພາບ​ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ VIII ຂອງພັກກອມ​ມູ​ນິດ​ກູ​ບາ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່ບັນດາຜົນສຳ​ເລັດ​ຂອງສປປ ລາວ ທີ່​ຍາດ​ມາ​ໄດ້ ໃນ​ພາລະກິດປົກປັກຮັກສາ ແລະ ​ສ້າງສາ​ພັດທະນາ​ປະ​ເທ​ດຊາດ ພາຍ​ໃຕ້​ການ​ນຳພາ​ອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກ ປປ ລາວ, ອັນ​ໄດ້​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ; ບົ​ດບາດ ແລະ ​​ອິດ​ທິພົນ ຂອງ ພັກ ແລະ ລັດຖະບານ ສປປ ລາວ​ ນັບ​ມື້​ສູງ​ເ​​ດັ່ນຂື້ນ​ໃນ​ເວ​ທີພາກ​ພື້ນ ແລະ ​ສາກົ​ນ. ພ້ອມທັງເຊື່ອໝັ້ນວ່າ ຄະນະບໍລິຫານງານສູນກາງພັກ ທີ່ມີ ສະຫາຍ ທອງລຸນ ສີສຸລິດ ເປັນຜູ້ນໍາພານັ້ນ ຈະສາມາດສືບຕໍ່ປະສົບຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄດ້ກໍານົດໄວ້​. ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວອ້າຍ​ນ້ອງ ທີ່​ໃຫ້ການຊ່ວຍ​ເຫຼືອ ​ແລະ ​ສະໜັບສະໜູນ​ການ​ປະຕິວັດ​ກູ​ບາ ຕະຫຼອດ​ໄລຍະ​ຜ່ານ​ມາ.

 

ໃນການພົບປະຄັ້ງນີ້ ການນໍາສູງສຸດຂອງສອງພັກ, ສອງ​ລັດ ລາວ-ກູ​ບາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບ ທິດທາງໃນການເສີມຂະຫຍາຍສາຍພົວພັນຮ່ວມມືໃນຕໍ່ໜ້າແລ້ວ ພ້ອມທັງໄດ້ແລກປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນຫາພາກ​ພື້ນ ​ແລະ ​ສາກົນ​ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. ໃນໂອກາດດັ່ງກ່າວ, ບັນດາຂະແໜງ ການກ່ຽວຂ້ອງອ້ອມຂ້າງສູນກາງ, ພ້ອມດ້ວຍເອກອັກຄະລັດຖະທູດຂອງທັງສອງຝ່າຍ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480219
ມື້ນີ້49
ມື້ວານ157
ອາທິດນີ້617
ເດືອນນີ້6450