ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ຄູ່ຮ່ວມເຈລະຈາອາຊຽນ

 

 

LaoCo Chair

 

2022 8 4 ASEAN55 11

2022 8 4 ASEAN55 33

2022 8 4 ASEAN55 22

AZEAN UZ

AZEAN AUZ

AZEAN Ruzzia

 

ໃນວັນທີ 4 ສິງຫາ 2022 ທີ່ ພະນົມເປັນ, ກໍາປູເຈຍ, ທ່ານ ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງປະກອບດ້ວຍ: ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ອາເມລິກາ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຍີ່ປຸ່ນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ເກົາຫຼີ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ນິວຊີແລນ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສະຫະພາບ ເອີຣົບ (ອີຢູ), ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ລັດເຊຍ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອັງກິດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນບວກສາມ ຄັ້ງທີ 23 ຕາມລໍາດັບ.

 

ໃນນາມ ສປປ ລາວ ເປັນປະເທດປະສານງານການພົວພັນອາຊຽນ-ອົດສະຕຣາລີ, ທ່ານ ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ ໄດ້ເປັນປະທານຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ ຮ່ວມກັບ ທ່ານ ນາງ ເພັນນີ ວອງ (Penny Wong), ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ. ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຂອງ ອົດສະຕຣາລີ ເພື່ອຊ່ວຍເຫລືອອາຊຽນ ມູນຄ່າ 154 ລ້ານໂດລາ ອົດສະຕຣາລີ, ຊຶ່ງລວມມີ: ຂໍ້ລິເລີ່ມອົດສະຕຣາລີ ເພື່ອອະນາຄົດຂອງອາຊຽນ ມູນຄ່າ 124 ລ້ານ​ໂດ​ລາ ອົດ​ສະ​ຕ​ຣາ​ລີ, ​ທຶນ​ການ​ສຶກ​ສາຈຳນວນ 100 ທຶນ ເພື່ອ​ສົ່ງ​ເສີ​ມ​ການ​ສ້າງ​ຜູ້​ນຳ​ອາ​ຊຽນ​ໃນ 4 ​ຂົງ​ເຂດ​ບູ​ລິ​ມະ​ສິດ ​ພາຍ​ໃຕ້ແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ, ​ແລະ ​​ຂໍ້​ລິ​ເລີ່ມ​ກ່ຽວ​ກັບການ​ສົ່ງເສີມຄວາມສາມາດ ແລະ ການ​ຫັນ​ເປັນ​ດີ​ຈີຕອນໃນ​ອະ​ນາ​ຄົດ. ກອງປະຊຸມ ຍັງໄດ້ຮັບຮອງເອົາເອກະສານຊ້ອນທ້າຍຂອງແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ 2020-2024 ເພື່ອຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ ທີ່ຖືກຍົກລະດັບໃນທ້າຍປີ 2021.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​​ຕີຕ່າງ​ປະ​ເທດ ອາ​ຊຽນ-ຈີນ ໄດ້ຮັບຮອງເອົາເອກະສານຊ້ອນທ້າຍຂອງແຜນປະຕິບັດງານ ອາຊຽນ-ຈີນ (2021-2025) ເພື່ອຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຈີນ ທີ່ຖືກຍົກລະດັບໃນທ້າຍປີ 2021. ກອງປະຊຸມ ໄດ້ຮັບຊາບຂໍ້ສະເໜີຂອງຈີນ ເພື່ອອອກຖະແຫຼງການ ອາຊຽນ-ຈີນ ວ່າດ້ວຍການສົ່ງເສີມການພັດທະນາຮ່ວມກັນ ແລະ ຖະແຫຼງການຮ່ວມ ອາຊຽນ-ຈີນ ວ່າດ້ວຍ ການຮ່ວມມືດ້ານຄວາມໝັ້ນຄົງທາງສະບຽງອາຫານ, ຊຶ່ງມີແຜນຮັບຮອງເອົາຢູ່ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 25​ ໃນເດືອນພະຈິກ 2022 ນີ້. ໃນໂອກາດນີ້, ກອງປະຊຸມ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຖະແຫຼງການ ວ່າດ້ວຍ ການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ (DOC), ລວມທັງການເຈລະຈາຮ່າງກົດແຫ່ງການປະພຶດໃນທະເລຈີນໃຕ້ ແລະ ໄດ້ເແລກປ່ຽນຄວາມຄິດເຫັນຕໍ່ບາງບັນຫາພົ້ນເດັ່ນຢູ່ໃນພາກພື້ນ ແລະ ສາກົນ.

 

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ສ.ອາເມລິກາ ໄດ້ເຫັນດີສືບຕໍ່ເຮັດວຽກຮ່ວມກັນ ເພື່ອກ້າວໄປສູ່ການຍົກລະດັບການພົວພັນຮ່ວມມື ອາຊຽນ-ສ.ອາເມລິກາ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນໂອກາດກອງປະຊຸມສຸດຍອດ ອາຊຽນ-ສ.ອາເມລິກາ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນເດືອນພະຈິກ 2022. ພ້ອມນີ້, ກອງປະຊຸມ ໄດ້ຊຸກຍູ້ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດ ອາຊຽນ-ສ.ອາເມລິກາ ສະໄໝພິເສດ ທີ່ໄດ້ຈັດຂຶ້ນໃນວັນທີ 12-13 ພຶດສະພາ 2022 ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ. 

 

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຍີ່ປຸ່ນ ໄດ້ເຫັນດີໃຫ້ເຮັດວຽກຮ່ວມກັນເພື່ອກະກຽມໃຫ້ແກ່ການຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງຄົບຮອບ 50 ປີແຫ່ງການພົວພັນ ອາຊຽນ-ຍີ່ປຸ່ນ ທີ່ຈະຈັດຂຶ້ນໃນເດືອນທັນວາ 2023 ທີ່ ໂຕກຽວ, ຍີ່ປຸ່ນ ລວມທັງການສ້າງກິດຈະກໍາຕ່າງໆ ເພື່ອຈັດຕັ້ງຜັນຂະຫຍາຍປີແຫ່ງມິດຕະພາບ ແລະ ການຮ່ວມມື ອາຊຽນ-ຍີ່່ປຸ່ນ 2023.

 

ກອງ​ປະ​ຊຸມ​ລັດ​ຖະ​ມົນ​​ຕີຕ່າງ​ປະ​ເທດ ອາຊຽນ-ສ.ເກົາຫຼີ ໄດ້ຊຸກຍູ້ໃຫ້ເລັ່ງລັດການລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການສ້າງຕັ້ງສູນນະວັດຕະກໍາດ້ານອຸດສາຫະກຳ ແລະ ການສ້າງຕັ້ງສູນຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສໍາເລັດໂດຍໄວ ເພື່ອປະກອບສ່ວນສົ່ງເສີມການຮ່ວມມືໃນຂົງເຂດດັ່ງກ່າວໃຫ້ຫຼາຍຂຶ້ນ.

 

ກອງ​ປະ​ຊຸມ​ລັດ​ຖະ​ມົນ​​ຕີຕ່າງ​ປະ​ເທດ ອາຊຽນ-ອິນເດຍ ໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍຜົນຂອງ ກອງປະຊຸມລັດຖະມົນຕີ ອາຊຽນ-ອິນເດຍ ສະໄໝພິເສດ ຈັດຂຶ້ນໃນວັນທີ 16 ມິຖຸນາ 2022 ທີ່ ນິວເດັນລີ ເພື່ອສະເຫຼີມສະຫຼອງການພົວພັນ ອາຊຽນ-ອິນເດຍ ຄົບຮອບ 30 ປີ ແນໃສ່ຮັດແໜ້ນການຮ່ວມມືຂຶ້ນສູ່ລະດັບໃໝ່ ໂດຍສະເພາະແມ່ນເພື່ອກ້າວໄປສູ່ການຍົກລະດັບການພົວພັນ ອາຊຽນ-ອິນເດຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ. ນອກນັ້ນ, ກອງປະຊຸມ ກໍໄດ້ຢໍ້າຄືນຄວາມສໍາຄັນຂອງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືດ້ານການເຊື່ອມຈອດຕ່າງໆ ໂດຍສະເພາະໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ-ໄທ ແລະ ການຂະຫຍາຍທາງດ່ວນດັ່ງກ່າວເຊື່ອມຕໍ່ມາຍັງ ສປປ ລາວ, ກໍາປູເຈຍ ແລະ ຫວຽດນາມ ໃຫ້ສໍາເລັດໃນເວລາອັນຄວນ.

 

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ນິວຊີແລນ ໄດ້ຊຸກຍູ້ໃຫ້ສອງຝ່າຍເລັ່ງລັດການເຈລະຈາເພື່ອຍົກລະດັບສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕຣາລີ-ນີວຊີແລນ ໃຫ້ສໍາເລັດໂດຍໄວ. ນອກນັ້ນ, ນິວຊີແລນ ໄດ້ໃຫ້ຄວາມໝາຍໝັ້ນທີ່ຈະສືບຕໍ່ສະໜັບສະໜູນການສ້າງຂີດຄວາມສາມາດໃຫ້ອາຊຽນ ໃນການຈັດຕັ້ງປະຕິບັດສັນຍາການຄ້າເສລີ ອາຊຽນ-ອົດສະຕຣາລີ-ນິວຊີແລນ ລວມທັງການສ້າງຂີດຄວາມສາມາດໃຫ້ແກ່ນັກເຈລະຈາວຽກງານການຄ້າຂອງອາຊຽນ.

 

ກອງ​ປະ​ຊຸມ​ລັດ​ຖະ​ມົນ​​ຕີຕ່າງ​ປະ​ເທດ ອາຊຽນ-ອີຢູ ໄດ້ສະແດງຄວາມຍິນດີຕໍ່ການພົວພັນຮ່ວມມື ອາຊຽນ-ອີຢູ ຄົບຮອບ 45 ປີ ພ້ອມທັງເຫັນດີໃຫ້ເລັ່ງລັດການກະກຽມ ເພື່ອຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ອີຢູ ຄົບຮອບ 45 ປີ, ຊຶ່ງມີແຜນຈັດຂຶ້ນໃນເດືອນທັນວາ 2022 ທີ່ ບຣຸກແຊນ, ປະເທດແບນຊິກ.

 

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ການາດາ ໄດ້ເຫັນດີຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ການາດາ ຄົບຮອບ 45 ປີ ໃນທ້າຍປີ 2022 ເພື່ອທົບທວນການຮ່ວມມືໃນໄລຍະຜ່ານມາ ພ້ອມທັງວາງທິດທາງ ເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ ແລະ ເພື່ອຍົກລະດັບການພົວພັນ ອາຊຽນ-ການາດາ ຂຶ້ນສູ່ລະດັບໃໝ່.

 

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ລັດເຊຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ເພື່ອສະເຫຼີມສະຫຼອງການຮ່ວມມື ອາຊຽນ-ລັດເຊຍ ຄົບຮອບ 30 ປີ ໃນເດືອນ ຕຸລາ 2021 ທີ່ຜ່ານມາ ພ້ອມທັງຊຸກຍູ້ໃຫ້ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມດັ່ງກ່າວ ກໍຄືບັນດາກິດຈະກໍາຮ່ວມມືໃນແຜນປະຕິບັດງານໃຫ້ມີປະສິດທິຜົນຫຼາຍຂຶ້ນຕື່ມ ລວມທັງການຈັດຕັ້ງຜັນຂະຫຍາຍປີແຫ່ງການຮ່ວມມື ອາຊຽນ-ລັດເຊຍ ດ້ານວິທະຍາສາດ ແລະ ເຕັກນິກ ໃນປີ 2022 ນີິ້.

 

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອັງກິດ ເປັນກອງປະຊຸມຄັ້ງທຳອິດ ພາຍຫຼັງທີ່ອັງກິດໄດ້ຖືກຮັບຮອງເປັນຄູ່ເຈລະຈາຂອງອາຊຽນ ໃນປີ 2021​. ກອງປະຊຸມ ໄດ້ຮັບຮອງເອົາແຜນປະຕິບັດງານການຮ່ວມມື ອາຊຽນ-ອັງກິດ ໄລຍະ 2022-2026 ເພື່ອເປັນພື້ນຖານໃນການສົ່ງເສີມການຮ່ວມມືໃນຕໍ່ໜ້າ. ​ອັງ​ກິດ ໄດ້ໃຫ້ການຊ່ວຍເຫຼືອອາຊຽນໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການປະກອບສ່ວນ 1 ລ້ານປອນ ເຂົ້າໃນ​ກອງ​ທຶນອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ​ແລະ 4.8 ລ້ານປອນໃຫ້ແກ່ ກໍາປູ​ເຈຍ, ສປປ ລາວ, ມຽນມາ ​ແລະ ຫວຽດນາມ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

 

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນບວກສາມ (ສປ.ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 23 ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືໃນຂອບອາຊຽນບວກສາມ ໃນໄລຍະ 25 ປີ ທີ່ຜ່ານມາ ພ້ອມທັງຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບອາຊຽນບວກສາມ ໃນການເປັນເວທີການຮ່ວມມືທີ່ສໍາຄັນຂອງພາກພື້ນ ຊຶ່ງໄດ້ມີບົດບາດສໍາຄັນໃນການຮັບມືກັບສິ່ງທ້າທາຍຕ່າງໆເຊັ່ນ: ພະຍາດລະບາດ, ວິກິດການທາງການເງິນ, ຄວາມຂາດແຄນດ້ານສະບຽງອາຫານ ແລະ ອື່ນໆ. ກອງປະຊຸມ ໄດ້ຮັບຮອງເອົາແຜນວຽກການຮ່ວມມື ສໍາລັບໄລຍະ 2023-2027 ເພື່ອເສີມຂະຫຍາຍການຮ່ວມມືໃຫ້ນັບມື້ນັບເຂັ້ມແຂງຍິ່ງຂຶ້ນ.

 

ໃນວັນດຽວກັນ ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ລັດຖະມົນຕີຕ່າງປະເທດອົດສະຕຣາລີ ແລະ ລັດຖະມົນຕີຕ່າງປະເທດຣັດເຊຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485362
ມື້ນີ້63
ມື້ວານ227
ອາທິດນີ້398
ເດືອນນີ້4667