ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນຂັ້ນສູງຂອງລາວ ສືບຕໍ່ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື EAS ແລະ ARF

 

ARF 3

EAZ 1

ARF 1

 LaoKorea 1

LaoKorea 3

 

ໃນວັນທີ 5 ສິງຫາ 2022, ທ່ານ ສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດພາຍໃຕ້ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 12 (EAS) ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 29 (ARF), ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ.

 

ກອງປະຊຸມລັດຖະມົນຕີຕ່າງປະເທດພາຍໃຕ້ຂອບກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 12 ໄດ້ຢໍ້າຄືນຄວາມສໍາຄັນຂອງກົນໄກກອງປະຊຸມສຸດຍອດອາຊີຕາເວັນອອກ ໃນຖານະເປັນເວທີຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ສົ່ງເສີມການຮ່ວມມືໃນຂົງເຂດຍຸດທະສາດທາງດ້ານການເມືອງ ແລະ ເສດຖະກິດ ທີ່ມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ ໂດຍແນໃສ່ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນພາກພື້ນ ກໍຄື ໃນໂລກ.

 

ໃນໂອກາດນີ້, ກອງປະຊຸມກໍໄດ້ທົບທວນຄືນ ແລະ ຊົມເຊີຍຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານໄລຍະ 2018-2022 ໃນຂົງເຂດຕ່າງໆເຊັ່ນ: ສິ່ງແວດລ້ອມ ແລະ ພະລັງງານ, ການສຶກສາ, ການເງິນ, ວຽກງານສາທາລະນະສຸກ ແລະ ພະຍາດລະບາດ, ການຄຸ້ມຄອງໄພພິບັດ, ການເຊື່ອມຈອດ, ເສດຖະກິດ ແລະ ການຄ້າ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຮ່ວມມືທາງທະເລ ແລະ ອື່ນໆ. ພ້ອມນີ້, ກອງປະຊຸມ ຍັງໄດ້ຢືນຢັນຄວາມຫມາຍຫມັ້ນ ເພື່ອຮັດ ແໜ້ນ ແລະ ເສີມຂະຫຍາຍການຮ່ວມມືໃນຂົງເຂດເຫຼົ່ານີ້, ລວມທັງຊຸກຍູ້ການຮ່ວມມືໃນຂົງເຂດໃໝ່ ເພື່ອຮັບມືກັບພະຍາດໂຄວິດ-19 ກໍຄື ພະຍາດລະບາດທີ່ຈະເກີດຂື້ນໃຫມ່, ແລະ ຟື້ນຟູເສດຖະກິດຫຼັງໂຄວິດ-19 ເປັນຕົ້ນແມ່ນການຮັບປະກັນຄວາມໂລ່ງລ່ຽນຂອງຕ່ອງໂສ້ການຜະລິດ, ຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ, ການພັດທະນາແບບຍືນຍົງ, ການຫຼຸດຜ່ອນຄວາມທຸກຍາກ, ການທ່ອງທ່ຽວ, ຄວາມປອດໄພ ແລະ ຄວາມໝັ້ນຄົງທາງທະເລ ແລະ ອື່ນໆ.

 

ສໍາລັບກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 29, ບັນດາລັດຖະມົນຕີໄດ້ທົບທວນຄືນການຮ່ວມມືໃນໄລຍະ ຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມຄືບຫນ້າ ໃນການຈັດຕັ້ງປະຕິບັດຖະແຫຼງການວິໄສທັດເວທີພາກພື້ນອາຊຽນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາກິດຈະກໍາສົ່ງເສີມການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ການທູດປ້ອງກັນເຫດ.

 

ຕໍ່ສະພາບການພາກພື້ນທີ່ພວມຜັນແປ ຄວບຄູ່ກັບສິ່ງທ້າທາຍໃນພາກພື້ນອາຊີ-ປາຊີຟິກ, ກອງປະຊຸມ ໄດ້ຢໍ້າຄືນບົດບາດຂອງອາຊຽນທີ່ເປັນກໍາລັງຂັບເຄື່ອນສໍາຄັນຂອງເວທີພາກພື້ນອາຊຽນ ໃນການຮັບມືກັບບັນດາສິ່ງທ້າທາຍ ແລະ ໄດ້ຊຸກຍູ້ປະເທດເຂົ້າຮ່ວມເວທີພາກພື້ນອາຊຽນ ສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາການທູດປ້ອງກັນເຫດ ກໍຄື ການສົ່ງເສີມການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ທີ່ສອດຄ່ອງກັບບັນດາຫຼັກການຂອງກົນໄກເວທີພາກພື້ນອາຊຽນ, ແລະ ຮັດແໜ້ນການຮ່ວມມືໃນການຕ້ານພະຍາດໂຄວິດ-19 ແລະ ການຟື້ນຟູຫຼັງໂຄວິດ-19.

 

ກອງປະຊຸມ ໄດ້ຮັບຮອງເອົາ 3 ເອກະສານສໍາຄັນ ຄື: ກິດຈະກໍາການຮ່ວມມືຂອງເວທີພາກພື້ນອາຊຽນ ສໍາລັບສົກປີ 2022-2023, ໃນນັ້ນ ສປປ ລາວ, ສປ ຈີນ ແລະ ການາດາ ໄດ້ສືບຕໍ່ເປັນປະທານຮ່ວມກອງປະຊຸມກາງສະໄໝເວທີພາກພື້ນອາຊຽນ ກ່ຽວກັບການບັນເທົາທຸກໄພພິບັດ ສໍາລັບປີ 2023; ຖະແຫຼງການເວທີພາກພື້ນອາຊຽນ ກ່ຽວກັບການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ຜ່ານບັນດາມາດຕະການການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດປ້ອງກັນເຫດ; ແລະ ຖະແຫຼງການເວທີພາກພື້ນອາຊຽນ ກ່ຽວກັບການຢໍ້າຄືນຄວາມໝາຍໝັ້ນເພື່ອຮັກສາອາຊີຕາເວັນອອກສ່ຽງໃຕ້ ເປັນເຂດປອດອາວຸດນິວເຄລຍ.

 

ໃນວັນດຽວກັນ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ ປາກ ຈິນ (Park Jin),ລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫຼີ, ເຊິ່ງສອງຝ່າຍໄດ້ ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃນຂະແໜງການຕ່າງໆ, ການສົ່ງເສີມການທ່ອງທ່ຽວ ພາຍຫລັງເປີດປະເທດ ແລະ ການໄປມາຫາສູ່ແລກປ່ຽນ ການຢ້ຽມຢາມ ພາຍຫລັງສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ໄດ້ຜ່ອນຄາຍລົງ, ໂດຍສະເພາະການປຶກສາຫາລືກ່ຽວກັບການແກ້ໄຂບັນຫາເສດຖະກິດ ແລະ ການເງິນ ໃນປັດຈຸບັນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19, ບັນຫາດ້ານພະລັງງານ ລວມໄປເຖິງການປຶກສາຫາ ລືສະພາບການພາກພື້ນ ແລະ ສາກົນ ທີ່ພວມພະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງ ແລະ ອື່ນໆ.

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480406
ມື້ນີ້64
ມື້ວານ172
ອາທິດນີ້804
ເດືອນນີ້6637