ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫລີມສະຫລອງ ວັນຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ແລະ 55 ປີ ແຫ່ງການສ້າງຕັ້ງອາຊຽນ

 

 2022 8 8 ASEAN55 4

2022 8 8 ASEAN55 6

2022 8 8 ASEAN55 13

 

ຕອນເຊົ້າຂອງ ວັນທີ 8 ສິງຫາ 2022, ທ່ານ ສະເຫຼີມໄຊ ກົມມະສິດ,​ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມສະຫຼອງ ວັນຄົບຮອບ 25 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997) ແລະ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967- 8 ສິງຫາ 2022), ທີ່ ກະຊວງການຕ່າງປະເທດ ໂດຍມີບັນດາລັດຖະມົນຕີທີ່ຮັບຜິດຊອບສາມເສົາຄໍ້າປະຊາຊົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດຂອງບັນດາປະເທດສະມາຊິກອາຊຽນປະຈໍາ ສປປ ລາວ, ຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຄວາມໝາຍອັນສໍາຄັນຂອງອາຊຽນ ກໍຄືຜົນສໍາເລັດດ້ານຕ່າງໆທີ່ອາຊຽນຍາດມາໄດ້ຕະຫລອດໄລຍະ 55 ປີຜ່ານມາ, ໂດຍສະເພາະການຮ່ວມມື ຕາມວິຖີທາງຂອງອາຊຽນ ທີ່ໄດ້ຮັບຜົນສໍາເລັດເປັນກ້າວໆມາຈົນກາຍເປັນປະຊາຄົມອາຊຽນໃນປະຈຸບັນ ແລະ ເປີດກວ້າງການຮ່ວມມືກັບພາຍນອກ ໂດຍອາຊຽນເປັນແກນກາງ, ຊຶ່ງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນກໍຄືໃນໂລກ. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຍົກ ໃຫ້ເຫັນການປະກອບສ່ວນຂອງ ສປປ ລາວ ໃນວຽກງານອາຊຽນ ຕະຫລອດ 25 ປີ ຜ່ານມາ ແລະ ຢືນຢັນ ຄວາມຫມາຍຫມັ້ນຂອງ ສປປ ລາວ ທີ່ຈະສືບຕໍ່ຮ່ວມມືກັບປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືພາຍນອກ ຂອງອາຊຽນ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງໃນຕໍ່ຫນ້າ, ລວມທັງເພື່ອກະກຽມການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484735
ມື້ນີ້46
ມື້ວານ205
ອາທິດນີ້1173
ເດືອນນີ້4040