ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝ ທີ 77

 

UNGA 1

UNGA 5

UNGA 1

UNGA 2

UNGA 6

UNGA 7

ໃນວັນທີ 20 ກັນຍາ 2022 ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ນະຄອນນິວຢອກ, ສະຫະລັດອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 77 ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ຈາບາ ໂກໂຣຊິ (CSABA KŐRÖSI), ປະທານສະມັດຊາໃຫຍ່ ສປຊ ສະໄໝ ທີ 77  ພາຍໃຕ້ຫົວຂໍ້ “ບາດລ້ຽວສໍາຄັນແຫ່ງຍຸກສະໄໝ: ວິທີທາງແບບຫັນປ່ຽນໃໝ່ໃນການແກ້ໄຂບັນດາສິ່ງທ້າທາຍທີ່ເກາະກ່ຽວກັນ” (A watershed moment: transformative solutions to interlocking challenges) ໂດຍມີຜູ້ແທນລະດັບປະມຸກລັດ, ຫົວໜ້າລັດຖະບານຫຼາຍກວ່າ 150 ທ່ານ, ລະດັບຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດລົງມາ 40 ກວ່າທ່ານ ຈາກປະເທດສະມາຊິກ ສປຊ ທັງໝົດ 193 ປະເທດ ເຂົ້າຮ່ວມ ແລະ ຈະໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ ເພື່ອສະແດງທັດສະນະ ແລະ ວິໄສທັດຂອງແຕ່ລະປະເທດຕໍ່ກັບບັນຫາສໍາຄັນຕ່າງໆຂອງໂລກ ເຊັ່ນ: ບັນຫາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ການລຶບລ້າງຄວາມທຸກຍາກ, ການເລັ່ງລັດຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານໂລກ; ການຮ່ວມມືເພື່ອສະກັດກັ້ນ ແລະ ຮັບມືກັບຜົນກະທົບຂອງພະຍາດໂຄວິດ-19 ແລະ ຟື້ນຟູເສດຖະກິດພາຍຫຼັງການລະບາດຂອງພະຍາດດັ່ງກ່າວ; ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທາງທຳມະຊາດ; ຂໍ້ຂັດແຍ່ງທາງດ້ານການຄ້າ ແລະ ການທະຫານ ແລະ ບັນຫາອື່ນໆ.

 

ໃນໂອກາດນີ້, ທ່ານ ອັນໂຕນີໂອ ກູເຕເຣສ (António Guterres), ເລຂາທິການໃຫຍ່ ອົງການ ສປຊ ໄດ້ລາຍງານຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນບັນຫາຕ່າງໆທີ່ປະຊາຄົມໂລກ ພວມສືບຕໍ່ປະເຊີນໜ້າໃນປັດຈຸບັນ, ເຊິ່ງບັນດາປະເທດສະມາຊິກຈໍາເປັນຕ້ອງໄດ້ເພີ່ມທະວີຄວາມພະຍາຍາມໃນການຊອກຫຼາຍວິທີທາງໃນການແກ້ໄຂບັນຫາຢ່າງສັນຕິວິທີ ພ້ອມທັງໄດ້ເນັ້ນຄວາມສໍາຄັນໃນການນຳໃຊ້ຮູບແບບການປຶກສາຫາລື, ການເຈລະຈາ ແລະ ການນໍາໃຊ້ການທູດ ເພື່ອສ້າງໃຫ້ໂລກມີສັນຕິພາບ ແລະ ສະຖຽນລະພາບ ກໍຄືການຫັນປ່ຽນແນວທາງໃນການແກ້ໄຂບັນຫາ ເພື່ອຄວາມຈະເລີນຮຸ່ງເຮືອງຂອງມະນຸດຊາດ ແລະ ໂລກຂອງພວກເຮົາ. ພ້ອມກັນນັ້ນ, ປະທານສະມັດຊາໃຫຍ່ ສະໄໝທີ 77 ໄດ້ເນັ້ນຍ້ຳເຖິງຄວາມຈຳເປັນໃນການຊອກຫາວິທີທາງແກ້ໄຂບັນຫາສິ່ງທ້າທາຍສາກົນ ດ້ວຍຄວາມສາມັກຄີ, ມີຄວາມຍືນຍົງ ແລະ ດ້ວຍວິທະຍາສາດ ເພາະໂລກຂອງເຮົາໃນປັດຈຸບັນ ກຳລັງຕົກຢູ່ໃນສະພາບການຊ້ຳເຮື້ອ ທີ່ຕ້ອງການຄວາມຊ່ວຍເຫຼືອສຸກເສີນທາງດ້ານມະນຸດສະທຳ ເນື່ອງຈາກບັນຫາການປ່ຽນແປງດິນຟ້າອາກາດ, ພະຍາດໂຄວິດ-19 ແລະ ຂໍ້ຂັດແຍ່ງຕ່າງໆ ທີ່ສົ່ງຜົນກະທົບເຮັດໃຫ້ເກີດມີໄພອຶດຫິວໃນທົ່ວໂລກ ຢູ່ໃນລະດັບທີ່ຮ້າຍແຮງ.

 

ໃນມື້ດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ເຂົ້າຮ່ວມກ່າວຄໍາເຫັນໃນກອງປະຊຸມລະດັບສູງຂອງກຸ່ມເພື່ອນມິດເພື່ອສະໜັບສະໜູນຂໍ້ລິເລີ່ມດ້ານການພັດທະນາ ທີ່ ທ່ານ ສີ ຈິ້ນຜິງ (Xi Jinping), ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດໃນປີຜ່ານມາ (Group of Friends of Global Development Initiative: GDI) ໂດຍການເປັນປະທານຂອງ ທ່ານ ຫວັງ ອີ (Wang Yi), ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ; ພ້ອມນັ້ນຍັງໄດ້ພົບປະສອງຝ່າຍກັບ ທ່ານ ເຈຮູນ ບາຍຣາມອບ (Jeyhun Bayramov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ອາແຊກໄປຈານ (Azerbaijan) ແລະ ທ່ານ ນິໂກລາ ເຊລາໂກວິກ (Nikola Selakovic), ລັດຖະມົນຕີກະຊວງການຕ່າງປະເທດແຫ່ງສາທາລະນະລັດ ແຊກບີ (Serbia) ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືສອງຝ່າຍ ກໍຄືບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

 

ທ່ານ ສະເຫຼີມໄຊ ກົມມະສິດ ມີກຳນົດຈະຂຶ້ນກ່າວປາໄສໃນກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ສປຊ ໃນຕອນເຊົ້າຂອງວັນທີ 24 ກັນຍາ 2022. ໃນໄລຍະເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວຍັງຈະໄດ້ເຂົ້າຮ່ວມ ແລະ ກ່າວປາໄສໃນກອງປະຊຸມລະດັບສູງປິ່ນອ້ອມຕ່າງໆ ເຊັ່ນ: ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນແບບບໍ່ເປັນທາງການ, ກອງປະຊຸມລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ, ກອງປະຊຸມລັດຖະມົນຕີກຸ່ມ 77 ແລະ ຈີນ, ກອງປະຊຸມລັດຖະມົນຕີກຸ່ມປະເທດດ້ອຍພັດທະນາ (LDC) ແລະ ກອງປະຊຸມລັດຖະມົນຕີກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ອື່ນໆ. ນອກຈາກນີ້, ຫົວໜ້າຄະນະຜູ້ແທນລາວ ຍັງມີກໍານົດຈະພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນຂອງບາງປະເທດ ແລະ ອົງການຈັດຕັ້ງສາກົນຈຳນວນໜຶ່ງ.

 

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483927
ມື້ນີ້51
ມື້ວານ183
ອາທິດນີ້365
ເດືອນນີ້3232