ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນແຫ່ງ ສປປ ລາວ ສືບຕໍ່ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ ທີ 77

 

UNGA77 1

UNGA77 4

UNGA77 2

UNGA77 3

ໃນວັນທີ 21 ກັນຍາ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ,​ ໄດ້ສືບຕໍ່ນໍາພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77 ແລະ ກອງປະຊຸມປິ່ນອ້ອມລະດັບສູງຕ່າງໆ ທີ່ ນະຄອນນິວຢອກ, ສະຫະລັດອາເມລິກາ. ໃນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ຕາງໜ້າໃຫ້ຫົວໜ້າຄະນະຜູ້ແທນລາວ ກ່າວຄໍາເຫັນຕໍ່ກອງປະຊຸມລະດັບລັດຖະມົນຕີຂອງຂະບວນການບໍ່ຮ່ວມກຸ່ມ (Ministerial Meeting of Non-Aligned Movement) ຊຶ່ງໃນນັ້ນໄດ້ຢ້ຳຄືນການຍົກສູງ ແລະ ການປົກປ້ອງຫຼັກການພື້ນຖານຂອງຂະບວນການບໍ່ຮ່ວມກຸ່ມໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາ ໂດຍຜ່ານຂອບຫຼາຍຝ່າຍພາຍໃຕ້ອົງການ ສປຊ ກໍຄືການຮັດແໜ້ນຄວາມສາມັກຄີ ແລະ ຄວາມພະຍາຍາມຮ່ວມກັນໃນການແກ້ໄຂຜົນກະທົບຈາກວິກິດການຕ່າງໆໃນປັດຈຸບັນ ພ້ອມທັງໄດ້ຍົກໃຫ້ເຫັນວ່າ ການດຳເນີນມາດຕະການຝ່າຍດຽວ ບໍ່ສາມາດແກ້ໄຂບັນຫາສິ່ງທ້າທາຍຂອງໂລກໄດ້.​

 

ໃນມື້ດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງຈາກຫຼາຍປະເທດເພື່ອນມິດ ເຊັ່ນ: ທ່ານ ເອກກາດ ຣິ້ງເກີວິດ (Edgars Rinkevics), ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ລັດເວີຍ, ທ່ານ ໄຟຊານ ເມກແດດ (Faisal Mekdad), ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ອາຣັບ ຊີຣີ, ແລະ ທ່ານ ນາງ ເຣດໂນ ມາຊຸຍດີ (Retno Marsudi), ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ. ຕະຫຼອດໄລຍະການພົບປະດັ່ງກ່າວ ທັງສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໃຫ້ກັນ ແລະ ກັນຊາບ, ລວມທັງໄດ້ມີການແລກປ່ຽນທັດສະນະກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ກໍຄືການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະໃນເວທີຂອງອົງການສະຫະປະຊາຊາດ.

 

ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກໍຍັງໄດ້ມີໂອກາດພົບປະກັບທ່ານ ນາງ ແຄັດເທີີຣິນ ຣັດໂຊລ໌ (Ms. Catherine Russel), ຜູ້ອໍານວຍການໃຫ່ຍ ອົງການສະຫະປະຊາຊາດ ເພື່ອກອງທຶນເດັກ (UNICEF), ໂດຍທັງສອງຝ່າຍໄດ້ທົບທວນຄືນກ່ຽວກັບສະພາບການຮ່ວມມືຕະຫຼອດໄລຍະຫ້າທົດສະວັດຜ່ານມາ ເຊິ່ງອົງການ UNICEF ຖືເປັນອົງການເຄືອຂ່າຍ ສປຊ ທໍາອິດທີ່ເຂົ້າມາຕັ້ງຫ້ອງການຢູ່ລາວ.ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈຕໍ່ອົງການ UNICEF ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍຜ່ານການຈັດຕັ້ງປະຕິບັດແຜນງານການຮ່ວມມືລະຫວ່າງ ສປປ ລາວ-UNICEF ໃນແຕ່ລະໄລຍະ ທີ່ສຸມໃສ່ບູລິມະສິດການພັດທະນາຂອງ ສປປ ລາວ ເວົ້້າລວມ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງກັບເດັກນ້ອຍ ແລະ ແມ່ຍິງ ຢູ່ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480415
ມື້ນີ້73
ມື້ວານ172
ອາທິດນີ້813
ເດືອນນີ້6646