ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ສະເຫຼີມໄຊ ກົມມະສິດ ສືບຕໍ່ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມການສືບຕໍ່ເຂົ້າຮ່ວມ ກອງປະຊຸມສະມັດຊາໃຫ່ຍ ອົງການສະຫະປະຊາຊາດ ສະໄໝ ທີ 77

 

23UNGA 1

23UNGA 2

23UNGA 5

23UNGA 3

23UNGA 6

23UNGA 4

 

ໃນວັນທີ 23 ກັນຍາ 2022  ທີ່ ນະຄອນນິວຢອກ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນຳພາຄະນະຜູ້ແທນແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77 ແລະ ກອງປະຊຸມຂອງກຸ່ມປະເທດ 77 ແລະ ສປ. ຈີນ (G77 and China Ministerial Meeting) ເພື່ອປຶກສາຫາລືກ່ຽວກັບການກຳນົດແນວທາງ ແລະ ຍຸດທະສາດ ໃນການຍາດແຍ່ງການຊ່ວຍເຫຼືອ ແລະ ປົກປ້ອງຜົນປະໂຫຍດລວມຂອງກຸ່ມປະເທດກຳລັງພັດທະນາ ໃນຂອບອົງການສະຫະປະຊາຊາດ ກໍຄືການແກ້ໄຂວິກິດການດ້ານສະບຽງອາຫານ, ພະລັງງານ, ການເງິນ ແລະ ການບັນລຸເປົ້າໝາຍານພັດທະນາແບບຍືນຍົງ (ປພຍ), ເຊິ່ງໃນໂອກາດນີ້, ສປປ ລາວ ແມ່ນໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກເພີ່ມທະວີຄວາມພະຍາຍາມໃນການແກ້ໄຂຄວາມທຸກຍາກ ແລະ ການສົ່ງເສີມການຮ່ວມມືເພື່ອບັນລຸວາລະ 2030 ເພື່ອການພັດທະນາແບບຍືນຍົງ.

 

ພ້ອມກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ພົບປະສອງຝ່າຍກັບຫົວຫນ້າຄະນະຜູ້ແທນຂອງບາງປະເທດ ຄື: ທ່ານ ຟາມ ບິ່ງ ມິງ (Pham Binh Minh), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ແລະ ຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສສ.ຫວຽດນາມ ແລະ ວັນຄົບຮອບ 45 ປີ ແຫ່ງການເຂົ້າເປັນສະມາຊິກ ອົງການສະຫະປະຊາຊາດ ຂອງ ສສ.ຫວຽດນາມ ທີ່ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສສ. ຫວຽດນາມ ທີ່ ນິວຢອກ; ທ່ານ ອັບດຸນລາ ຊາຮິດ (Abdulla Shahid), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ມານດິບ  (Maldives), ປະທານກອງປະຊຸມສະມັດຊາໃຫ່ຍອົງການ ສປຊ ສະໄໝທີ 76 ແລະ ໄດ້ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງສອງກະຊວງການຕ່າງປະເທດຂອງ ສປປ ລາວ ແລະ ມານດິບ; ທ່ານ ບລູໂນ ໂຣດຼິເກສ ພາລິວລາ (Bruno Rodrigues Parrila), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ກູບາ (Cuba); ທ່ານ ຈາວ ໂກເມສ ຄຣາວິນໂຮ (João Gomes Cravinho), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປອກຕຸຍການ (Portuguese); ທ່ານ ເດນນີສ ໂຣນາວໂດ ມົນຄາດາ ໂຄລິນເດຼສ (Denis Ronaldo Moncada Colindres), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ນີກາລາກົວ (Nicaragua) ແລະ ທ່ານ ຄາລໂລສ ຣາເຟລ ຟາເຮຍ ໂທກໂທຊາ (Carlos Rafel Faria Tortosa), ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ເວເນຊູເອລາ.

 

ນອກຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະກັບ ທ່ານ ນາງ ຣີບາບ ຟາຕິມາ (Rebab Fatima), ຮອງເລຂາທິການໃຫ່ຍ ສປຊ, ຜູ້ຕາງໜ້າຂັ້ນສູງຮັບຜິດຊອບວຽກງານຂອງກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ກຸ່ມປະເທດເກາະດອນນ້ອຍກໍາລັງພັດທະນາ, ເຊິ່ງທັງສອງຝ່າຍໄດ້ແລກປ່ຽນກ່ຽວກັບວຽກງານທີ່ສໍາຄັນທາງດ້ານການພັດທະນາ ໂດຍສະເພາະການຈັດຕັ້ງປະຕິບັດແຜນດຳເນີນງານວຽນນາ ສຳລັບປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (Vienna Programme of Action) ໃນໄລຍະທີ່ຜ່ານມາ ແລະ ສະເໜີໃຫ້ການສ້າງແຜນປະຕິບັດງານສະບັບໃໝ່ໃຫ້ມີຈຸດສຸມ,​ ຕອບສະໜອງຄວາມຕ້ອງການດ້ານການພັດທະນາຕົວຈິງຂອງບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ກໍຄືການເພີ່ມທະວີການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການຈັດຕັ້ງປະຕິບັດແຜນປະຕິບັດງານໂດຮາ ສຳລັບປະເທດດ້ອຍພັດທະນາ (DoHA Programm of Action), ລວມທັງການສະໜັບສະໜູນຄວາມພະຍາຍາມໃນການພັດທະນາໃນໄລຍະຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ອີກດ້ວຍ

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480318
ມື້ນີ້148
ມື້ວານ157
ອາທິດນີ້716
ເດືອນນີ້6549