ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຫົວຫນ້າຄະນະຜູ້ແທນ ແຫ່ງ ສປປ ລາວ ຂຶ້ນກ່າວປາໄສຕໍ່ກອງປະຊຸມພາກອະປາຍທົ່ວໄປ ຂອງສະມັດຊາໃຫ່ຍອົງການສະຫະປະຊາຊາດ ສະໄໝທີ 77

 

24UNGA 1

24UNGA 2

24UNGA 3

 

ໃນວັນທີ 24 ກັນຍາ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ຂຶ້ນກ່າວປາໄສຕໍ່ກອງປະຊຸມພາກອະພິປາຍທົ່ວໄປຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 77 ທີ່ ນະຄອນນິວຢອກ, ໂດຍທ່ານໄດ້ຍົກໃຫ້ເຫັນບັນຫາສິ່ງທ້າທາຍຕ່າງໆທີ່ປະຊາຄົມໂລກພວມປະເຊີນຫນ້າໃນປັດຈຸບັນ, ເຊິ່ງໃນນັ້ນ ຂອບການຮ່ວມມືຫຼາຍຝ່າຍ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ  ແລະ ການຮ່ວມມືເພື່ອການພັດທະນາ ພວມຖືກກົດຫນ່ວງ, ໃນຂະນະທີ່ມາດຕະການຝ່າຍດຽວ ພັດຖືກນຳໃຊ້ຢ່າງກວ້າງຂວາງ ແຕ່ບໍ່ສາມາດຊ່ວຍແກ້ໄຂບັນຫາໃດໆໄດ້ໃນຕົວຈິງ, ໃນທາງກົງກັນຂ້າມໄດ້ສ້າງຄວາມອັບປະໂຫຍດມາສູ່ທຸກຝ່າຍ ແລະ ນຳເອົາຄວາມທຸກຍາກລຳບາກມາສູ່ປະຊາຊົນຜູ້ບໍລິສຸດ.

 

ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ເພີ່ມທະວີຄວາມພະຍາຍາມໃນການແກ້ໄຂບັນຫາຕ່າງໆ ໂດຍສັນຕິວິທີ ບົນພື້ນຖານການຍຶດໝັ້ນໃນຫຼັກການຂອງກົດບັດສະຫະປະຊາຊາດ ແລະ ບົດບາດເປັນແກນກາງໃນການນຳພາຂອງອົງການ ສປຊ ຕາມທິດທາງການຮ່ວມມືຫຼາຍຝ່າຍ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເຊິ່ງຈະເປັນວິທີທາງ ທີ່ຈະຊ່ວຍຫັນປ່ຽນສະພາບການໄດ້ຢ່າງມີປະສິດທິພາບ, ມີຄວາມຍືນຍົງ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງຍຸກສະໄໝ ໂດຍສະເພາະເພື່ອແກ້ໄຂບັນຫາຂໍ້ຂັດແຍ່ງດ້ານກຳລັງອາວຸດ, ວິກິດການດ້ານສິ່ງແວດລ້ອມ, ເສດຖະກິດ ແລະ ພະລັງງານ ທີ່ພວມສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ການພັດທະນາໃນທົ່ວໂລກ.

 

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນວ່າ ໃນລະດັບພາກພື້ນ, ອາຊຽນ ຍັງສືບຕໍ່ເປັນພາກພື້ນທີ່ມີສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ໃນຕະຫຼອດໄລຍະເວລາອັນຍາວນານ ເຊິ່ງເປັນພື້ນຖານສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ສຳລັບທຸກປະເທດສະມາຊິກ ອາຊຽນ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຕໍ່ບົດບາດຄວາມເປັນແກນກາງ, ຄວາມເປັນປຶກແຜ່ນ, ກວມລວມ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ເຄົາລົບເຊ່ິງກັນ ແລະ ກັນ, ເຊິ່ງເປັນພື້ນຖານອັນຫນັກແຫນ້ນ ໃຫ້ແກ່ຂອບການຮ່ວມມືຂອງ ອາຊຽນ ທັງໝົດ.

 

ສປປ ລາວ ສືບຕໍ່ມີຄວາມໝາຍໝັ້ນອັນແຮງກ້າ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍການພັດທະນາຂອງສາກົນ ເຊິ່ງ ລວມທັງ ແຜນປະຕິບັດງານສໍາລັບປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ຂອບການຮ່ວມມືເພື່ອການພັດທະນາຂອງ ອົງການ ສປຊ, ພ້ອມທັງສະໜັບສະໜູນມາດຕະການແກ້ໄຂບັນຫາ ແລະ ຂໍ້ຂັດແຍ່ງດ້ວຍສັນຕິວິທີ ບົນພື້ນຖານກົດບັດ ສະຫະປະຊາຊາດ ແລະ ກົດໝາຍສາກົນ ແລະ ການຮ່ວມມືເພື່ອການພັດທະນາ ທີ່ມີເປົ້າຫມາຍຮ່ວມກັນ ແລະ ເພື່ອຜົນປະໂຫຍດລວມຂອງທຸກໆປະເທດ ຕ້ອງສືບຕໍ່ຢຶດຖືເປັນແກນກາງຂອງການພົວພັນສາກົນ. ເພື່ອສາມາດປະຕິບັດຢ່າງເປັນຈິງໄດ້, ພວກເຮົາຕ້ອງນຳໃຊ້ວິທີທາງເພື່ອແກ້ໄຂບັນຫາ ໂດຍສຸມໃສ່ພຶດຕິກຳຕົວຈິງ ແລະ ບໍ່ສວຍໃຊ້ເພື່ອຫັນປ່ຽນເປັນບັນຫາການເມືອງ.

 

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄຳໝາຍໝັ້ນຕໍ່ສະມັດຊາໃຫຍ່ ສປຊ ວ່າ ສປປ ລາວ ຈະສືບຕໍ່ຮ່ວມມືກັບບັນດາປະເທດຕ່າງໆໃນໂລກ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ສາກົນ ເພື່ອສ້າງເງື່ອນໄຂອັນເອື້ອອໍານວຍໃຫ້ແກ່ການພັດທະນາ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແນໃສ່ເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນໃນທົ່ວໂລກ. ໃນຕອນທ້າຍ ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກອົງການ ສປຊ ທີ່ໄດ້ສະໜັບສະໜູນ ສປປ ລາວ ໃນການລົງສະໝັກເປັນສະມາຊິກສະພາເສດຖະກິດ-ສັງຄົມ ຂອງສະຫະປະຊາຊາດ ສໍາລັບສົກປີ 2023-2025 ພ້ອມທັງສະແດງຄວາມກຽມພ້ອມ ໃນການຈະປະຕິບັດໜ້າທີ່ຢ່າງຫ້າວຫັນ ແລະ ປະກອບສ່ວນຢ່າງເໝາະສົມ.

 

​ໃນໂອກາດ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 77 ນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ເຂົ້າຮ່ວມ ກອງປະຊຸມປິ່ນອ້ອມທີ່ສຳຄັນຕ່າງໆຢ່າງຫ້າວຫັນ ແລະ ມີຜົນສຳເລັດເປັນຢ່າງດີ ພ້ອມທັງໄດ້ພົບປະກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນອີກຈຳນວນໜຶ່ງ ຊຶ່ງປະກອບສ່ວນສຳຄັນ ໃນການເສີມຂະຫຍາຍການພົວພັນຮ່ວມມືສາກົນ ທັງເປັນການຍົກສູງຖານະບົດບາດຂອງ ສປປ ລາວ ໃນເວທີ ສາກົນ

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480336
ມື້ນີ້166
ມື້ວານ157
ອາທິດນີ້734
ເດືອນນີ້6567