ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ນາຍົກລັດຖະມົນຕີ ແຫ່ງ ສ. ກູບາ

 

 

CubaVisitLaoDay2 1

CubaVisitLaoDay2 5

 

ໃນຕອນເຊົ້າຂອງວັນທີ 3 ຕຸລາ 2022, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ (Manuel Marrero Cruz), ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ໃນໂອກາດເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 2-4 ຕຸລາ 2022.

ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ແລະ ຄະນະ ໃນຄັ້ງນີ້, ເຊິ່ງຖືວ່າ ເປັນຄັ້ງທໍາອິດຂອງການຢ້ຽມຢາມຂັ້ນນາຍົກລັດຖະມົນຕີ ແລະ ເປັນຄັ້ງປະຫວັດສາດທີ່ມີຄວາມໝາຍສໍາຄັນ ປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານສະຫາຍອ້າຍນ້ອງ ລະຫວ່າງ ສອງປະເທດ ລາວ-ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

 

ໃນໂອກາດດຽວກັນນີ້, ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ ສະຫາຍ ທອງລຸນ ສີສຸລິດ ຊາບກ່ຽວກັບຜົນການພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໃນວັນທີ 2 ຕຸລາ ຜ່ານມາ, ເຊິ່ງສອງຝ່າຍໄດ້ແຈ້ງສະພາບພາຍໃນໃຫ້ກັນຊາບ, ໄດ້ທົບທວນຄືນການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃນໄລຍະຜ່ານມາ, ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ລວມເຖິງການແລກປ່ຽນຄໍາຄິດເຫັນ, ເຊິ່ງກັນ ແລະ ກັນ ກ່ຽວກັບສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ພ້ອມນີ້,  ສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ກໍ່ໄດ້ນໍາເອົາຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ສະຫາຍ ມີເກັນ ດີເອັດສ-ກາແນນ, ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ແຫ່ງ ສ. ກູບາ ເຖິງ ສະຫາຍ ທອງລຸນ ສີສຸລິດ ເດີນທາງຢ້ຽມຢາມ ສ. ກູບາ ໃນໂອກາດອັນເໝາະສົມ.

 

ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍຂອງສອງນາຍົກລັດຖະມົນຕີ, ພ້ອມທັງສະແດງຄວາມປິຕິຍິນດີທີ່ເຫັນເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງການ ເຖິງແມ່ນວ່າ ສອງປະເທດຈະຢູ່ຫ່າງໄກກັນກໍ່ຕາມ,​ ເຊິ່ງສະແດງອອກໃນການພົວພັນທາງດ້ານການເມືອງ ລະຫວ່າງ ສອງປະເທດສືບຕໍ່ໜັກແໜ້ນ, ສອງຝ່າຍມີຄວາມເຂົ້າອົກເຂົ້າໃຈກັນດີ, ມີທັດສະນະຄ້າຍຄືກັນຕໍ່ຫຼາຍໆບັນຫາ ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນດ້ານຕ່າງໆໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລວມທັງໃນເວທີພາກພື້ນ ແລະ ສາກົນ ນັບແຕ່ສະໄໝຕໍ່ສູ້ກູ້ຊາດຈົນເຖິງປັດຈຸບັນ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ຢືນຢັນຄືນວ່າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ເຮັດສຸດຄວາມສາມາດ ຮ່ວມກັບ ພັກ, ລັດ ແລະ ປະຊາຊົນ ກູບາ ອ້າຍນ້ອງ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງຊາດ ລາວ-ກູບາ ໃຫ້ນັບມື້ນັບຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງທີ່ເປັນຮູບປະທຳມາສູ່ປະຊາຊົນສອງຊາດ, ພິເສດ ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 50 ປີ ການສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ ໃນປີ 2024 ແລະ ຍັງໄດ້ເນັ້ນຕື່ມວ່າ ສອງຝ່າຍ ຄວນສືບຕໍ່ເພີ່ມທະວີການຮ່ວມມືກັນໃນວຽກງານ ແລະ ຂະແໜງການຕ່າງໆ ເຊັ່ນ: ການສຶກສາ, ກິລາ, ສາທາລະນະສຸກ, ລວມທັງຂະແໜງການໃໝ່ອື່ນໆ ທີ່ສອງຝ່າຍມີທ່າແຮງ; ສະຫາຍ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຂອງ ສະຫາຍ ມີເກັນ ດີເອັດສ-ກາແນນ, ພ້ອມທັງໄດ້ຝາກຄວາມຄິດຮອດຄິດເຖິງ, ຄໍາຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນປະເສີດ ຜ່ານສະຫາຍ ມານູເອັນ ມາເຣໂຣ ກຣູຊ໌ ໄປຍັງ ສະຫາຍ ມີເກັນ ດີເອັດສ-ກາແນນ, ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກຄອມມູນິດກູບາ, ປະທານປະເທດ ແຫ່ງ ສ. ກູບາ, ບັນດາສະຫາຍ ການນໍາພັກ-ລັດ ກູບາ ແລະ ປະຊາຊົນ ກູບາ ອ້າຍນ້ອງ ທຸກຖ້ວນຫນ້າ.​

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484509
ມື້ນີ້25
ມື້ວານ188
ອາທິດນີ້947
ເດືອນນີ້3814