ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 25 ແລະ ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 31.

 

2022 11 10 ACCMeeting

 

ໃນວັນທີ 10 ພະຈິກ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະ ຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 25 ໂດຍການເປັນປະທານຂອງກໍາປູເຈຍ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າວຽກງານຂອງບັນດາຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ຜົນການຈັດ ຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ເຊິ່ງມາຮອດປັດຈຸບັນສາມາດຈັດຕັ້ງປະຕິ ບັດໄດ້ 285 ກິດຈະກໍາ ຈາກຈໍານວນທັງໝົດ 290 ກິດຈະກໍາ ຫຼື ປະຕິບັດໄດ້ 98%. ພ້ອມກັນນີ້, ກອງປະຊຸມ ກໍໄດ້ຊຸກຍູ້ໃຫ້ຂະແໜງການຕ່າງໆ ຂອງເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ສືບຕໍ່ຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ.

 

ຫລັງຈາກນັ້ນ, ທ່ານ, ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 31 ໂດຍການເປັນປະທານຂອງກໍາປູເຈຍ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບູລິມະສິດພາຍໃຕ້ການເປັນປະທານອາຊຽນຂອງກໍາປູເຈຍ ໂດຍສະເພາະແມ່ນ ຖະແຫຼງການຜູ້ນໍາອາຊຽນ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຖະແຫຼງການວິໄສທັດຜູ້ນໍາອາຊຽນ ວ່າດ້ວຍອາຊຽນແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ, ແລະ ການຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ເຊິ່ງປັດຈຸບັນຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໄດ້ສໍາເລັດການຮ່າງອົງປະກອບຫຼັກຂອງວິໄສທັດດັ່ງກ່າວ ແລະ ຈະສືບຕໍ່ປຶກສາຫາລື ລວມທັງການສ້າງເອກະສານກ່ຽວຂ້ອງໃຫ້ສໍາເລັດໃນປີ 2025. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ເປັນຕົ້ນແມ່ນການຟື້ນຟູຈາກຜົນກະທົບຂອງພະຍາດໂຄວິດ-19 ໂດຍຜ່ານການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານອາຊຽນ ແລະ ໄດ້ຊຸກຍູ້ໃຫ້ຂະແໜງສາທາລະນະສຸກອາຊຽນ ເລັ່ງລັດການປຶກສາຫາລືຂໍ້ຕົກລົງກ່ຽວກັບການສ້າງຕັ້ງສູນອາຊຽນ ເພື່ອແກ້ໄຂເຫດສຸກເສີນດ້ານສາທາລະນະສຸກ ແລະ ພະຍາດລະບາດ ໃຫ້ສໍາເລັດໂດຍໄວ ເພື່ອໃຫ້ສູນດັ່ງກ່າວສາມາດປະຕິບັດງານໄດ້. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຊາບບັນດາບົດລາຍງານທີ່ກ່ຽວຂ້ອງ ເພື່ອນໍາສະເໜີໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ພິຈາລະນາຮັບຮອງ ແລະ ຮັບຊາບ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485686
ມື້ນີ້191
ມື້ວານ196
ອາທິດນີ້722
ເດືອນນີ້4991