ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນອາຊຽນ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 17

            

            

20221113 AOL2nd 1

20221113 AOL2nd 2

ກອງປະຊຸມສາກົນອາຊຽນ ຄັ້ງທີ 2

                 

20221113 EAS17th 1

20221113 EAS17th 2

ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 17

 

ວັນທີ 13 ພະຈິກ 2022 ທີ່ ນະຄອນຫຼວງພະນົມເປັນ, ກໍາປູເຈຍ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນອາຊຽນ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ການຟື້ນຟູຮອບດ້ານຫຼັງພະຍາດໂຄວິດ-19” ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 17, ຈັດຂຶ້ນໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41, ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ການເປັນປະທານຂອງ ກໍາປູເຈຍ ໂດຍມີບັນດາປະມຸກລັດ/ຫົວໜ້າລັດຖະບານອາຊຽນ, ເລຂາທິການໃຫຍ່ອາຊຽນ, ຄູ່ເຈລະຈາອາຊຽນ ແລະ ຜູ້ນໍາອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

          

ກອງປະຊຸມສາກົນອາຊຽນ ຄັ້ງທີ 2 ເປັນການສ້າງໂອກາດໃຫ້ຜູ້ນໍາອາຊຽນ, ຄູ່ເຈລະຈາອາຊຽນ ແລະ ຫົວໜ້າອົງການຈັດຕັ້ງສາກົນ ໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຮ່ວມມືເພື່ອຟື້ນຟູຢ່າງຮອບດ້ານຈາກຜົນກະທົບພະຍາດໂຄວິດ-19. ໃນນີ້, ບັນດາຜູ້ນໍາຂອງຫລາຍປະເທດ ແລະ ຜູ້ຕາງຫນ້າອົງການ ໄດ້ແລກປ່ຽນບົດຮຽນໃນການຟື້ນຟູ ເສດຖະກິດ ໃນພາກພື້ນ ກໍຄື ຂອງບັນດາປະເທດຕ່າງໆ ແລະ ໄດ້ເນັ້ນຢໍ້າການເພີ່ມທະວີການຮ່ວມມືພາກພື້ນ ແລະ ສາກົນ ໂດຍຖືເອົາບັນຫາການຟື້ນຟູຈາກຜົນກະທົບໂຄວິດ-19 ເປັນວາລະສໍາຄັນ ແນ່ໃສ່ສ້າງພາກພື້ນໃຫ້ມີຄວາມເຂັ້ມແຂງ, ກວມລວມ ແລະ ຍືນຍົງ.

 

ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 17 ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆພາຍໃຕ້ຂະແໜງການບູລິມະສິດຂອງ EAS ເຊັ່ນ: ການເງິນ, ສິ່ງແວດລ້ອມ ແລະ ພະລັງງານ, ການສຶກສາ, ສາທາລະນະສຸກ ແລະ ພະຍາດຕິດແປດ, ການຄຸ້ມຄອງໄພພິບັດ, ການເຊື່ອມຈອດ, ເສດຖະກິດ ແລະ ແລະ ການຄ້າ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຮ່ວມມືທາງທະເລ. ບັນດາຜູ້ນຳ ໄດ້ໃຫ້ຄວາມໝາຍໝັ້ນເພີ່ມທະວີຄວາມພະຍາຍາມ ໃນການຮ່ວມມື ເພື່ອສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການຟື້ນຟູເສດຖະກິດ-ສັງຄົມ ຫຼັງການແຜ່ລະບາດຂອງໂຄວິດ-19 ແລະ ສ້າງຄວາມອາດສາມາດທາງດ້ານສາທາລະນະສຸກ ເພື່ອຮັບມືກັບໂລກລະບາດໃນຕໍ່ຫນ້າ ທັງນີ້ກໍເພື່ອເປັນ ການຮັບປະກັນພັດທະນາແບບຍືນຍົງຂອງພາກພື້ນໃຫ້ຫຼາຍຂຶ້ນກວ່າເກົ່າ. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການພັດທະນາພະລັງງານແບບຍືນຍົງ ແລະ ສະອາດ, ການສົ່ງເສີມບົດບາດແມ່ຍິງໃນທຸກດ້ານຂອງສັງຄົມ ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ. ກອງປະຊຸມຍັງໄດ້ເນັ້ນຫນັກ ຄວາມສໍາຄັນຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຊຶ່ງເປັນເວທີປຶກສາຫາລືສຳລັບຜູ້ນຳ ກ່ຽວກັບ ບັນຫາຍຸດທະສາດ, ບັນຫາການເມືອງ ແລະ ເສດຖະກິດ ທີ່ມີຄວາມສົນໃຈ ແລະ ຜົນປະໂຫຍດຮ່ວມກັນ.

   

ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ນໍາພາຄະນະເຂົ້າຮ່ວມພິທີປິດ ກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ 41, ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ, ແລະ ພິທີມອບຫນ້າທີ່ປະທານອາຊຽນໃຫ້ແກ່ ອິນໂດເນເຊຍ ສໍາລັບປີ 2023.

        

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485462
ມື້ນີ້163
ມື້ວານ227
ອາທິດນີ້498
ເດືອນນີ້4767