ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງລາວ ຕ້ອນຮັບການເຂົ້າອວຍພອນ ຂອງທູຕານຸທູດ ໃນໂອກາດວັນຊາດແຫ່ງ ສປປ ລາວ

 

 

202228 1

202228 5

202228 2

202228 3

202228 4

 

ໃນ​ຕອນ​ເຊົ້າ​​ວັນ​ທີ 28 ພະຈິກ 2022, ທີ່ ​ທຳນຽບປະທານ​ປະ​ເທດ ນະຄອນຫຼວງວຽງຈັນ, ການ​ນຳຂັ້ນສູງພັກ-ລັດ ແຫ່ງ ສປປ ລາວ ນຳໂດຍ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ພ້ອມດ້ວຍພັນລະຍາ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ທ່ານ​ ໄຊສົມພອນ ພົມວິຫານ, ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ດ້ວຍພັນລະຍາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ທ່ານ ນາງ ເຂັມມະນີ ພົນເສນາ, ຫົວຫນ້າຫ້ອງວ່າການປະທານປະເທດ ແລະ ທ່ານ ທອງສະຫວັນ ພົມວິຫານ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເປັນກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອວຍພອນຂອງທູຕານຸທູດ ແລະ ບັນດາຜູ້ຕາງຫນ້າອົງການຈັດຕັ້ງສາກົນ ປະຈຳລາວ, ເຊິ່ງ ນຳໂດຍ ທ່ານ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສປປ ລາວ, (ເຮັດໜ້າທີ່ແທນທູດອາວູໂສ) ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ (2/12/1975 ​- 2/12/2022) ແລະ ປີໃໝ່ສາກົນ ປີ 2023 ທີ່ໃກ້ຈະມາເຖິງນີ້.

 

ໃນໂອກາດດັ່ງກ່າວ, ທ່ານທູດ ຫງວຽນ ບ໋າ ຮຸ່ງ ໄດ້ຕາງໜ້າຄະນະ ທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຂຶ້ນກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ​ອັນໃຫຍ່ຫຼວງຂອງ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ທີ່ສາມາດຍາດໄດ້ຕະຫລອດ​ໄລຍະ 47 ປີຜ່ານມາ​ ​ໃນ​ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສະແດງຄວາມຊົມເຊີຍຕໍ່ ພັກ-ລັດຖະບານລາວ ທີ່ມີຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ, ເຊິ່ງໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ສາມາດ​ບັນລຸຜົນສຳ​ເລັດອັນໂດດ​ເດັ່ນໃນ​ຫລາຍ​ດ້ານ ເປັນຕົ້ນ ການ​ຮັກສາ​ຈັງຫວະ​ການ​ຂະຫຍາຍຕົວທາງດ້ານ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ, ມີສະຖຽນລະພາບທາງການເມືອງ ຄວາມຫມັ້ນຄົງ, ສັງຄົມ ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ອັນໄດ້​ຮັບປະກັນ​ໃຫ້​ປະຊາຊົນ​ລາວ ​ທຸກຊົນ​ເຜົ່າ​ສາມາດ​ມີ​ສິດ​ອັນ​ຊອບ​ທຳ ​ແລະ ​ເສລີພາບ ​ໃນ​ການ​ເຂົ້າ​ຮ່ວມພັດທະນາ​ປະ​ເທດ​ຊາດ ​ໄດ້​ຢ່າງ​ຫ້າວຫັນ. ອັນພົ້ນເດັ່ນ ໃນປີ 2021, ສປປ ລາວ ໄດ້ສຳເລັດການເປີດນຳໃຊ້ໂຄງການລົດໄຟຄວາມໄວສູງ ລາວ-ຈີນ ຈີນ-ລາວ ຢ່າງເປັນທາງການ, ເຊິ່ງຖືເປັນເຫດການປະຫວັດສາດສຳຄັນຂອງ ສປປ ລາວ ໃນໄລຍະໃຫມ່, ຈະປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນຕໍ່ຫນ້າ. ​ ປີ 2024  ກໍ່ຖືເປັນປີທີ່ມີຄວາມຫມາຍສໍາຄັນສໍາລັບ ສປປ ລາວ ໃນການເປັນປະທານຫມູນວຽນອາຊຽນ, ເຊິ່ງບັນດາປະເທດເພື່ອນມິດ ສະແດງຄວາມຍິນດີຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ເພື່ອຈັດຕັ້ງປະຕິບັດໃຫ້ສຳເລັດຕາມຈຸດປະສົງເປົ້າຫມາຍ.

 

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປລາວ ໄດ້ກ່າວ ສະແດງຄວາມຂອບໃຈຕໍ່ທ່ານທູດ ຫງວຽນ ບ໋າ ຮຸ່ງ ທີ່ໄດ້ຕາງໜ້າຄະນະ ທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ມີຄຳເຫັນ ແລະຄຳອວຍພອນອັນຈົບງາມ. ປະທານປະເທດຍັງໄດ້ມີຄຳເຫັນວ່າຕະຫຼອດໄລຍະ 47 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການ ສາມາດຍາດໄດ້ຜົນສຳເລັດເປັນກ້າວໆມາໃນຫຼາຍດ້ານ, ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງນັບມື້ດີຂຶ້ນ, ເຊິ່ງທັງຫມົດນີ້ ເປັນການສ້າງເງື່ອນໄຂທີ່ດີຫຼາຍດ້ານທີ່ຈະເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້. ໝາກຜົນທັງຫມົດນັ້ນ ຈະບໍ່ສາມາດເກີດຂຶ້ນໄດ້ ຖ້າຫາກປາດສະຈາກການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດຂອງ ສປປ ລາວ ກໍ່ຄື ວົງຄະນາຍາດສາກົນ. ພັກ-ລັດຖະບານ ແລະ ປະຊາຊົນລາວ ຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ  ກໍ່ຄື ບັນດາອົງການຈັດຕັ້ງສາກົນ ຕະຫຼອດໄລຍະທີ່ຜ່ານມາ ບົນພື້ນຖານຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ກໍ່ຄື ຕ່າງຝ່າຍຕ່າງມີຜົນປະໂຫຍດນຳກັນ.

 

ລັດຖະບານ ສປປ ລາວ ສືບຕໍ່ຍຶດໝັ້ນນະໂຍບາຍການຕ່າງປະເທດ ສັນຕິພາບ,  ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ອັນເປັນພື້ນຖານຂອງການເສີມຂະຫຍາຍການພົວພັນຮ່ວມມືທີ່ດີກັບຕ່າງປະເທດ ກໍ່ຄືການປະກອບສ່ວນປະຕິບັດພັນທະຂອງຕົນໃນເວທີພາກພື້ນ ແລະ ສາກົນ, ເຂົ້າຮ່ວມຢ່າງຫ້າວຫັນໃນຂະບວນການສົ່ງເສີມ ແລະ ປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງຂອງສາກົນ ແລະ ການຮ່ວມມືເພື່ອການພັດທະນາໃນສະພາບທີ່ທົ່ວໂລກ ກຳລັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ທັງບັນຫາໄພພິບັດທາງທຳມະຊາດ, ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຕະຫຼອດຮອດ ຄວາມຂັດແຍ້ງທາງພູມສາດການເມືອງ ກໍ່ຄື ວິກິດການດ້ານເສດຖະກິດ ແລະ ພະລັງງານ. ການຮ່ວມມືສາກົນທີ່ເປັນປຶກແຜ່ນ, ຄວາມເຊື່ອໝັ້ນ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ ກາຍເປັນສິ່ງທີ່ຂາດບໍ່ໄດ້, ເຊິ່ງມັນສາມາດຊ່ວຍໃຫ້ແກ້ໄຂບັນຫານໍາກັນດ້ວຍສັນຕິວິທີ, ສ້າງເງື່ອນໄຂໃຫ້ພວກເຮົາ ສາມາດຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍນາໆປະການ ທີ່ໂລກກຳລັງປະເຊີນໜ້າຢູ່ໃນປັດຈຸບັນນີ້, ສປປ ລາວ ພ້ອມທີ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສົ່ງເສີມສັນຕິພາບ ແລະ ການຮ່ວມມືໃນພາກພື້ນ ແລະ ສາກົນ.

 

ໃນຕອນທ້າຍ, ທ່ານປະທານປະເທດ ກໍໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈຢ່າງຈິງໃຈ ມາຍັງທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຜ່ານບັນດາທ່ານ ໄປຍັງປະມຸກລັດ ຫົວໜ້າລັດຖະບານ ຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າແກ່ ສປປ ລາວ ຕະຫລອດໄລຍະທີ່ຜ່ານມາ, ໂດຍສະເພາະ ແມ່ນການຊ່ວຍເຫຼືອຢ່າງທັນການເພື່ອຮັບມືກັບພະຍາດໂຄວິດ-19 ໃນໄລຍະເວລາທີ່ມີການແຜ່ລະບາດຢູ່ ສປປ ລາວ, ທັງຫມົດນີ້ ໄດ້ສະແດງໃຫ້ເຫັນເຖິງນໍ້າໃຈໄມຕີຈິດມິດຕະພາບ ແລະ ການພົວພັນຮ່ວມມືອັນດີນຳກັນ ລະຫວ່າງ ສປປ ລາວ ກັບ ທຸກປະເທດເພື່ອນມິດໃນໂລກ, ພັກ-ລັດຖະບານລາວ ຈະສືບຕໍ່ຮ່ວມມືກັບວົງຄະນາຍາດສາກົນໃນການສະກັດກັ້ນ ແລະ ແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ນີ້ຕໍ່ໄປ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485748
ມື້ນີ້47
ມື້ວານ206
ອາທິດນີ້784
ເດືອນນີ້5053