ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນວັນຊາດລາວ ຄົບຮອບ 47 ປີ

      

             

20221128 DPM VN Amb 1

20221128 DPM VN Amb 2

20221128 DPM VN Amb 3

              

         

ໃນຕອນເຊົ້າຂອງວັນທີ 28 ພະຈິກ 2022, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 47 ປີ.

   

ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງການຕ່າງປະເທດຫວຽດນາມ ແລະ ພະນັກງານສະຖານທູດຫວຽດນາມ ປະຈໍາ ສປປ ລາວ ອວຍພອນໄຊອັນປະເສີດໃຫ້ ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດລາວທຸກຄົນ ເນື່ອງໃນວັນສໍາຄັນດັ່ງກ່າວ, ພ້ອມທັງ ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການສ້າງສາພັດທະນາປະເທດຊາດ ຂອງ ສປປ ລາວ ຕະຫຼອດໄລຍະ 47 ປີ ຜ່ານມາ.

         

ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງການຕ່າງປະເທດ ສະແດງຄວາມຂອບໃຈຕໍ່ ສະຫາຍ ຫງວຽນ ບ໋າ ຮຸ່ງ ແລະ ພະນັກງານຈາກສະຖານທູດຫວຽດນາມ ທີ່ມາອວຍພອນວັນຊາດ ແຫ່ງ ສປປ ລາວໃນຄັ້ງນີ້, ເຊິ່ງປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສໍາຄັນສໍາລັບສອງປະເທດ ຄືເປັນປີທີ່ສອງປະເທດ ຮ່ວມກັນສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ເພື່ອລະນຶກເຖິງ 2 ວັນປະຫວັດສາດສໍາຄັນຂອງສອງຊາດ ຄື ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປິ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ສອງປະເທດ ຄົບຮອບ 45 ປີ. ພ້ອມນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ກໍຄືສອງສະຖານທູດ ແລະ ບັນດາກົງສຸນໃຫຍ່ ຂອງສອງປະເທດ ທີ່ໄດ້ຮ່ວມກັນປະກອບສ່ວນສໍາຄັນໃນການເປັນເສນາທິການໃຫ້ແກ່ການນຳຂັ້ນສູງສອງປະເທດ.

          

ສອງຝ່າຍຢືນຢັນຢ່າງໜັກແໜ້ນ ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຜົນ ການຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍ່ຄືບັນດາເອກະສານຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ຢ່າງມີປະສິດທິຜົນ, ພ້ອມກັນ ກະກຽມບັນດາແຜນວຽກຕ່າງໆທີ່ຈະມີຂຶ້ນໃນທ້າຍປີ 2022 ນີ້ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ ໃນນັ້ນ ລວມເຖິງ ພິທີສະຫລຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ ທີ່ນະຄອນຫຼວງວຽງຈັນ, ກໍ່ຄືການເປັນຂົວຕໍ່ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່,​ ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບ ດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480393
ມື້ນີ້51
ມື້ວານ172
ອາທິດນີ້791
ເດືອນນີ້6624