ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຫວຽດນາມ ສໍາເລັດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ 2022 ດ້ວຍຜົນສໍາເລັດອັນຈົບງາມ

   

   

  

20230111 VN PM visit Laos 6 1

20230111 VN PM visit Laos 8

20230111 VN PM visit Laos 7

20230111 VN PM visit Laos 9

  

ພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 11 ມັງກອນ 2023, ທີ່ ຫໍປະຊຸມແຫ່ງຊາດ, ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ສະ​ຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ສະ​ຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແລະ ມີບັນດາສະຫາຍການນໍາພັກ, ລັດຖະບານ, ພະນັກງານ, ທະຫານ, ຕຳຫຼວດ, ຊາວໜຸ່ມ, ນ້ອງນັກຮຽນ-ນັກສຶກສາ ທັງຫວຽດນາມ ແລະ ລາວ ຫຼາຍກວ່າ 450 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.

       

ເລີ່ມຕົ້ນພິທີໄດ້ມີການສາຍວີດີໂອປະມວນການເຄື່ອນໄຫວສໍາຄັນ ແລະ ບັນດາກິດສະກໍາສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022; ມີການສະແດງສີລະປະ ທີ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໂດຍໄດ້ຖ່າຍທອດຜ່ານບັນດາບົດເພງ ແລະ ບົດຟ້ອນມິດຕະພາບ ລາວ-ຫວຽດນາມ ຢ່າງເບີກບານມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍສຳຄັນທາງປະຫວັດສາດ ສ່ອງແສງໃຫ້ເຫັນເຖິງສາຍໄຍແຫ່ງຄວາມຜູກພັນ ຄວາມສາມັກຄີມິດຕະພາບອັນຍິ່ງໃຫຍ່ ທີ່ບໍ່ສາມາດຕັດຂາດຈາກກັນໄດ້.

       

ຈາກນັ້ນ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຮ່ວມກັນຖະແຫຼງຂ່າວ ແລະ ສະຫຼຸບການສະເຫຼີມສະຫຼອງປີສາມັກຄິມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022. ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ  ໄດ້ຍົກໃຫ້ເຫັນເຖິງ ຜົນສໍາເລັດຂອງການພົບປະສອງຝ່າຍກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ໃນຕອນເຊົ້າທີ່ຜ່ານມາ ແລະ ບັນດາຜົນສໍາເລັດຂອງກິດຈະກໍາສະເຫຼີມສະຫຼອງປີສາມັກຄິມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນປີ 2022, ເຊິ່ງມີເນື້ອໃນສໍາຄັນບາງຕອນດັ່ງນີ້:

       

ການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ດໍາເນີນໄປດ້ວຍບັນຍາກາດສະໜິດສະໜົມ, ກົງໄປກົງມາ, ຈິງໃຈ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ເຊິ່ງສອງຝ່າຍໄດ້ພ້ອມກັນທົບທວນຄືນການພົວພັນຮ່ວມມືຮອບດ້ານຂອງສອງປະເທດໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ສອງຝ່າຍໄດ້ຮ່ວມລົງນາມເອກະສານຮ່ວມກັນ 10 ສະບັບ ໃນຫຼາຍຂົງເຂດ. ພິເສດການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຂອງຄະນະຜູ້ແທນ ສສ ຫວຽດນາມ ແມ່ນມີຄວາມໝາຍສຳຄັນທີ່ສຸດ ເພາະຢູ່ໃນທ່າມກາງບັນຍາກາດການສະຫຼຸບການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022 ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ຢ່າງຟົດຟື້ນ. ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ບັນດາກິດຈະກໍາສະເຫຼີມສະຫຼອງຕ່າງໆ, ເຊິ່ງນັບແຕ່ພິທີເປີດຢ່າງເປັນທາງການໃນຕົ້ນປີ 2022 ທີ່ ນະຄອນຫຼວງຮ່າໂນ້ຍ ເປັນຕົ້ນມາ, ສອງຝ່າຍໄດ້ຮ່ວມກັນຈັດຫຼາຍກິດຈະກຳ ສະເຫລີມສະຫລອງຢ່າງເປັນຂະບວນຟົດຟື້ນ ໃນຂອບເຂດທົ່ວປະເທດ ທັງພາຍໃນ ແລະ ຕ່າງປະເທດ ກໍ່ຄືບັນດາອົງການຕາງໜ້າ ແລະ ສະຖານທູດ ຂອງສອງປະເທດ ຢູ່ຕ່າງປະເທດ. ສອງຝ່າຍ ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃນທຸກລະດັບ ເຖິງ 115 ຄະນະ, ໃນນີ້ ຄະນະເບື້ອງລາວ ໄປ ຫວຽດນາມ ມີ 51 ຄະນະ ແລະ ຄະນະເບື້ອງຫວຽດນາມ ມາລາວ ມີ 64 ຄະນະ. ສອງຝ່າຍ ໄດ້ຮ່ວມກັນຈັດຕັ້ງປະຕິບັດຫຼາຍກິດຈະກໍາ ເພື່ອສົ່ງເສີມເສດຖະກິດ, ການຄ້າ, ການລົງທຶນ, ລວມເຖິງບັນດາກິດຈະກໍາສົ່ງເສີມດ້ານວັດທະນະທໍາ-ສັງຄົມ-ການສຶກສາ ເປັນຕົ້ນ ການແລກປ່ຽນວັດທະນະທໍາ, ວາງສະແດງຮູບພາບ, ການຈັດງານບຸນມະໂຫລານຂອງສະມາຄົມມິດຕະພາບ ແລະ ອື່ນໆ, ພິເສດ ພັກ-ລັດຖະບານ ຫວຽດນາມ ໄດ້ມອບຂອງຂວັນ ເປັນໂຮງຮຽນມັດທະຍົມ ວິຊາຊີບ ຕົວແບບ ມິດຕະພາບ ລາວ-ຫວຽດນາມ ຢູ່ແຂວງຄໍາມ່ວນ ເຊິ່ງຖືເປັນໂຮງຮຽນວິຊາຊີບ ຕົວແບບທໍາອິດຢູ່ ສປປ ລາວ. ພ້ອມນີ້, ສອງຝ່າຍ ໄດ້ຮ່ວມກັນຈັດຫຼາຍກິດຈະກໍາໂຄສະນາເຜີຍແຜ່ຕາມສື່ມວນຊົນ, ມີການຕີພິມປື້ມວາລະສານ, ບົດຄວາມ, ມີການຈັດແຂ່ງຂັນຄວາມຮູ້ກ່ຽວກັບການພົວພັນລາວ-ຫວຽດນາມ, ປະກວດບົດກອນ, ບົດເພງ, ບົດຄວາມ, ເຊິ່ງໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກສັງຄົມ; ມີການໃຫ້ສໍາພາດຂອງການນໍາ ໂດຍສະເພາະແມ່ນ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ 5 ກັນຍາ 2022, ແລະ ອີກຫຼາຍໆສະຫາຍ. ສິ່ງທີ່ພົ້ນເດັ່ນ ແລະ ພິເສດທີ່ສຸດໃນການສະເຫຼີມສະຫຼອງປີສາມັກຄີດັ່ງກ່າວ, ສອງປະເທດໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງໃຫຍ່ຢູ່ສອງນະຄອນຫຼວງ ຂອງສອງປະເທດ ໃນວັນທີ 18 ກໍລະກົດ 2022 ຢ່າງເຄັ່ງຂຶມ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ໂດຍມີການເຂົ້າຮ່ວມ ຂອງ ການນໍາຂັ້ນສູງສອງປະເທດ ແລະ ມວນຊົນ, ໂອກາດດັ່ງກ່າວ ກໍ່ມີການຈັດສັບປະດາ ວັດທະນະທໍາ ຫວຽດນາມ ແລະ ລາວ ຢູ່ນະຄອນຫຼວງຂອງກັນ ແລະ ກັນ.

       

ໃນຕອນທ້າຍ,  ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຕີລາຄາສູງ ຕໍ່ການຮ່ວມກັນຈັດການສະເຫຼີມສະລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນຄັ້ງນີ້ ທີ່ປະສົບຜົນສໍາເລັດຢ່າງຈົບງາມ, ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ຈົ່ງໝັ້ນ​ຄົງ​ຄະ​ນົງ​ແກ່ນ ​ແລະ ຈະ​ເລີ​ນງອກ​ງາມ​ຍິ່ງ​ໆ​ຂຶ້ນ ​ຕະຫລອດ​ໄປ.

  

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485325
ມື້ນີ້26
ມື້ວານ227
ອາທິດນີ້361
ເດືອນນີ້4630