ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ຈັດພິທີເຜີຍແຜ່ເອກະສານເນື່ອງໃນໂອກາດວັນສໍາຄັນຂອງຊາດ, ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ກໍານົດທິດທາງແຜນການ ສໍາລັບປີ 2023

 

  

MOFA 2022 1

ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ປະທານກອງປະຊຸມ

  

 

MOFA 2022 3

ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ຂຶ້ນລາຍງານບົດສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2022

ແລະ ທິດທາງແຜນການຈຸດສຸມສຳລັບປີ 2023 

   

MOFA 2022 4

MOFA 2022 2

  

  

ໃນວັນທີ 13 ມັງກອນ 2023, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ(ສູນ ICTC), ກະຊວງການຕ່າງປະເທດ ໄດ້ຈັດພິທີເຜີຍແຜ່ເອກະສານເນື່ອງໃນໂອກາດວັນສໍາຄັນຂອງຊາດ, ສະຫຼຸບຜົນງານການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ກໍານົດທິດທາງແຜນການ ສໍາລັບປີ 2023,  ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນຳກະຊວງ, ບັນດາອະດີດພະນັກງານອາວຸໂສບໍານານ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນພິທີດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ກຽດເຜີຍແຜ່ເອກະສານເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດຂອງ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງສອງວັນດັ່ງກ່າວ ທີ່ສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງ ອາດກ້າຫານແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຢ່າງພິລະອາດຫານຕ້ານຈັກກະພັດຜູ້ຮຸກຮານແລະ ການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີປະຊາທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ, ເຮັດໃຫ້ປະຊາຄົມໂລກ ໄດ້ຮັບຮູ້ ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.ພ້ອມດຽວກັນນັ້ນ, ກໍໄດ້ເລົ່າເຖິງປະຫວັດຄວາມເປັນມາ ໃນການເຄື່ອນໃນໄຫວແຕ່ລະໄລຍະ ຂອງປະທານ ໄກສອນ ພົມວິຫານ, ໂດຍສະເພາະແມ່ນ ມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜ່ຽວແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດເປັນຜູ້ນຳຂອງພັກ-ລັດ ທີ່ມີຄວາມສາມາດສະຫຼາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ ເປັນຜູ້ນຳທີ່ບໍລິສຸດປອດໃສ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ.ສະນັ້ນ, ຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຕ້ອງໄດ້ຮຽນຮູ້ເອົາວິລະກຳຄຸນງາມຄວາມດີຂອງເພີ່ນ ແລະ ເຈດຈຳນົງແນວທາງນັ້ນໜູນໃຊ້ເຂົ້າໃນໜ້າທີ່ການເມືອງຂອງຕົນໃນການເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກ-ພະນັກງານຜູ້ດີເດັ່ນ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ ແລະ ສາມາດນຳພາໝູ່ຄະນະ ປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ.

 

ໃນໂອກາດດຽວກັນນີ້, ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ໄດ້ຂຶ້ນລາຍງານບົດສະຫຼຸບຕີລາຄາໝາກຜົນຂອງການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2022 ແລະ ທິດທາງແຜນການຈຸດສຸມສຳລັບປີ 2023, ໂດຍໄດ້ຍົກໃຫ້ເຫັນເຖິງສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ສືບຕໍ່ຜັນແປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນແມ່ນຄວາມຂັດແຍ່ງລະຫວ່າງປະເທດມະຫາອໍານາດ, ການແຂ່ງຂັນທາງດ້ານການທະຫານ, ບັນຫາເສດຖະກິດ, ການເງິນ, ພະລັງງານ, ສະບຽງອາຫານ, ຜົນກະທົບທີ່ເກີດຂຶ້ນຈາກໄພພິບັດທາງທໍາມະຊາດ ແລະ ພະຍາດລະບາດຕ່າງໆ, ແຕ່ເຖິງຢ່າງໃດກໍ່ຕາມ ໂດຍລວມແລ້ວ ທ່າອ່ຽງໃຫຍ່ແຫ່ງຍຸກສະໄໝ ຍັງແມ່ນ ສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ. ຕໍ່ສະພາບການດັ່ງກ່າວ, ກະຊວງການຕ່າງປະເທດ ໄດ້ສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແລະ ຢູ່ໃນທ່າບຸກ, ໂດຍຍຶດໝັ້ນໃນ​ແນວທາງການຕ່າງປະເທດ “ສັນຕິພາບ, ​ເອກະລາດ, ມິດຕະພາບ ​ແລະ ການ​ຮ່ວມ​ມື” ແລະ ປະຕິບັດຕາມຄໍາຂວັນ ຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພ້ອມທັງເພີ່ມທະວີປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວຕ່າງປະເທດ ໃຫ້ປະກົດຜົນເປັນຮູບປະທຳ ພາຍໃຕ້ການເອົາໃຈໃສ່ຊີ້ນໍາ-ນໍາພາ ໂດຍກົງ, ຮອບດ້ານ ຂອງການນໍາພັກ-ລັດ, ​ເຮັດ​ໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນໄລຍະ 1 ປີຜ່ານມາ ສືບຕໍ່ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນ ທັງ​ຂອບການພົວພັນຮ່ວມມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອັນພົ້ນເດັ່ນແມ່ນມີການນໍາຂັ້ນສູງຫຼາຍປະເທດເດີນທາງມາຢ້ຽມຢາມ ສປປ ລາວ, ພ້ອມກັນນັ້ນການນໍາຂັ້ນສູງລາວ ກໍເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສາກົນຢູ່ຕ່າງປະເທດຫຼາຍຄັ້ງ; ສໍາເລັດການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2022; ສໍາເລັດການສ້າງວາລະສານເອເລັກໂຕຼນິກ “ການຕ່າງປະເທດ” ແລະ ອື່ນໆ. ການພົວພັນສາກົນຂອງ ສປປ ລາວ ສືບຕໍ່ຂະຫຍາຍກວ້າງອອກ, ສືບຕໍ່ນໍາໃຊ້ກາລະໂອກາດ ເພື່ອຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອ ແລະ ປົກປ້ອງສິດຜົນປະໂຫຍດແຫ່ງຊາດຂອງລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ, ເຊິ່ງຮອດປີ 2022 ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 148 ປະເທດ, ຫຼ້າສຸດແມ່ນກັບ ສາທາລະນະລັດ ບູຣູນດີ ແລະ ໄດ້ເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາລີ ຄືນໃໝ່. ພ້ອມດຽວກັນນັ້ນ, ບັນດາສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຕ່າງປະເທດ ກໍໄດ້ປະກອບສ່ວນເຄື່ອນໄຫວວຽກງານການທູດການເມືອງ, ການທູດເສດຖະກິດ ແລະ ການທູດວັດທະນະທໍາ ຢ່າງຕັ້ງໜ້າ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບຕ່າງປະເທດ, ສາມາດປົກປ້ອງສິດຜົນປະໂຫຍດຂອງຊາດ ໃນລະດັບອັນແນ່ນອນ ແລະ ທັງເປັນການຍາດແຍ່ງເອົາການຊ່ວຍເຫຼືອຈາກສາກົນ, ດຶງດູດການລົງທຶນ, ການທ່ອງທ່ຽວ ແລະ ການພົວພັນດ້ານເສດຖະກິດ ມາສູ່ປະເທດຊາດ.

 

ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງພາກພື້ນ ແລະ ສາກົນ ແລະ ໄດ້ທົບທວນຄືນຜົນການເຄື່ອນໄຫວວຽກງານການຕ່າງປະເທດໃນໄລຍະ 1 ປີຜ່ານມາ, ໂດຍໄດ້ສະແດງຄວາມເປັນເອກະພາບຕໍ່ບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານການຕ່າງປະເທດ ປະຈຳປີ 2022 ແລະ ທິດທາງວຽກງານຈຸດສຸມຂອງ ປີ 2023, ເຊິ່ງເຫັນວ່າ ໃນປີຜ່ານມາ ສປປ ລາວ ແມ່ນຕົກຢູ່ໃນໄລຍະຫຍຸ້ງຍາກພໍສົມຄວນ ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ລວມເຖິງສະພາບການພາກພື້ນ ແລະ ສາກົນ ກໍ່ຜັນແປຢ່າງສັບສົນ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ພໍສົມຄວນ, ແຕ່ດ້ວຍຄວາມຕັດສິນໃຈ, ຄວາມເສຍສະຫຼະ, ບຸກບືນ, ຍົກສູງຄວາມຮັບຜິດຊອບ ຂອງຄະນະພັກ-ຄະນະນໍາກະຊວງ ລວມເຖິງບັນດາພະນັກງານ-ລັດຖະກອນ ທັງພາຍໃນ ແລະ ປະຈໍາຢູ່ບັນດາສໍານັກງານການທູດຢູ່ຕ່າງປະເທດ, ຈຶ່ງເຮັດໃຫ້ກະຊວງການຕ່າງປະເທດ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງສາມາດເສີມສ້າງຖານະບົດບາດຂອງ ສປປ ລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ ໃຫ້ເປັນທີ່ຮູ້ຈັກ ແລະ ສູງເດັ່ນຂຶ້ນຢ່າງຕໍ່ເນື່ອງ, ພ້ອມທັງໄດ້ຮຽກຮ້ອງໃຫ້ ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກຄົນ ຂອງກະຊວງການຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດທີ່ຍາດມາໄດ້, ສືບຕໍ່ເພີ່ມທະວີວຽກງານການເມືອງ-ແນວຄິດ; ຍົກສູງຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານການເມືອງ ແລະ ໜ້າທີ່ວຽກງານວິຊາສະເພາະ ລວມທັງການເອົາໃຈໃສ່ເຄື່ອນໄຫວວຽກງານການທູດເສດຖະກິດ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານການທູດຮັບໃຊ້ເສດຖະກິດ ໄລຍະປີ 2021-2025; ສືບຕໍ່ກະກຽມໃຫ້ແກ່ການເດີນທາງຢ້ຽມຢາມຕ່າງປະເທດ ແລະ ຕ້ອນຮັບແຂກຕ່າງປະເທດ ຂອງການນໍາພັກ-ລັດ ແລະ ເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນຕ່າງໆ; ກະກຽມເປັນເຈົ້າພາບຈັດກອງປະຊຸມສາກົນຕ່າງໆ ໃນປີ 2023 ເປັນຕົ້ນ ກອງປະຊຸມຄະນະກໍາມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV DTA JCC) ຄັ້ງທີ 13, ກອງປະຊຸມສຸດຍອດ ແມ່ນໍ້າຂອງ  ຄັ້ງທີ 4, ກອງປະຊຸມສຸດຍອດ ແອັກແມັກ ຄັ້ງທີ 10, ລວມເຖິງການກຽມຄວາມພ້ອມດ້ານ​ຕ່າງໆ ເພື່ອເປັນປະທານອາຊຽນໃນປີ 2024 ແລະ ອື່ນໆ; ເພີ່ມທະວີຄວາມເອົາໃຈໃສ່ໃນການຂຶ້ນແຜນງົບປະມານເຄື່ອນໄຫວວຽກງານໃຫ້ມີບູລິມະສິດ, ນໍາໃຊ້ຖືກຕ້ອງຕາມຈຸດປະສົງ, ມີຄວາມສອດຄ່ອງ ແລະ ເໝາະສົມຕາມທິດປະຢັດມັດທະຍັດ; ເອົາໃຈໃສ່ການປະຕິບັດໜ້າທີ່ວຽກງານຢ່າງເປັນເຈົ້າການ ເພີ່ມຄວາມຮັບຜິດຊອບຕໍ່ການປະຕິບັດໜ້າທີ່  ລວມທັງການຊຸກຍູ້ການແນະນໍາ ແລະ ສອນວຽກກັບທີ່ໃຫ້ແກ່ພະນັກງານ ເພື່ອສາມາດເຄື່ອນໄຫວວຽກງານໄດ້ຖືກຕ້ອງ, ທັນຕາມສະພາບການ ແລະ ມີຄວາມຮັບປະກັນ; ສົ່ງເສີມວຽກນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ ແລະ ອື່ນໆ. ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງກົມການເມືອງສູນກາງພັກ, ລັດຖະບານ ແລະ ການສະໜັບສະໜູນຈາກພາກສ່ວນກ່ຽວຂ້ອງຕ່າງໆ, ສົມທົບກັບຄວາມສາມັກຄີ, ຄວາມຈູບຈ້າວຫ້າວຫັນ ຂອງພະນັກງານ-ລັດຖະກອນ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ-ຄະນະນໍາກະຊວງ, ໃນປີ 2023 ນີ້  ກະຊວງການຕ່າງປະເທດ ຈະສາມາດຍາດໄດ້ຜົນສໍາເລັດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484742
ມື້ນີ້53
ມື້ວານ205
ອາທິດນີ້1180
ເດືອນນີ້4047