ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປູກຕົ້ນຊາກຸຣະ ເພີ່ມຕື່ມ 150 ຕົ້ນ ທີ່ ເມືອງວຽງໄຊ, ແຂວງຫົວພັນ

 

WhatsApp Image 2023 01 24 at 173107

WhatsApp Image 2023 01 24 at 173125

WhatsApp Image 2023 01 24 at 173117

WhatsApp Image 2023 01 24 at 173126

 

ພິທີປູກຕົ້ນຊະກຸຣະ ໄດ້ຖືກຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ມັງກອນ 2023, ທີ່ ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ເມືອງວຽງໄຊ, ແຂວງຫົວພັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ທ່ານ ວັນໄຊ ແພງຊຸມມາ, ເຈົ້າແຂວງແຂວງຫົວພັນ, ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ແລະ ມີແຂກກິດຕິມະສັກຄື ທ່ານ ພັນຄໍາ ວິພາວັນ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຮສ. ປອ. ພຸດ ສິມມະລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງຝ່າຍ ສປປ ລາວ ແລະ ຝ່າຍຍີ່ປຸ່ນ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນພິທີ, ທ່ານ ວັນໄຊ ແພງຊຸມມາ, ເຈົ້າແຂວງແຂວງຫົວພັນ ໄດ້ກ່າວເປີດພິທີຢ່າງເປັນທາງການ, ພ້ອມນັ້ນກໍມີການຂຶ້ນມີຄໍາເຫັນຕໍ່ພິທີ, ເຊິ່ງຕາງໜ້າລັດຖະບານ ສປປ ລາວ ໂດຍແມ່ນ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ຍີ່ປຸ່ນ ໂດຍແມ່ນ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ. ຈາກນັ້ນ, ກໍໄດ້ມີການຮັບຊົມການສາທິດວິທີການປູກຕົ້ນຊາກຸຣະ ຈາກຊ່ຽວຊານຍີ່ປຸ່ນ ແລະ ມີການປູກຕົ້ນຊາກຸຣະ ເພື່ອເປັນທີ່ລະນຶກ ຂອງບັນດາການນໍາ ທີ່ເຂົ້າຮ່ວມພິທີດັ່ງກ່າວ.

 

ການປູກຕົ້ນຊາກຸຣະ ເພີ່ມຕື່ມ ຈໍານວນ 150 ຕົ້ນ ໃນມື້ນີ້ ແມ່ນນອນຢູ່ໃນແຜນປະຕິບັດງານ ລາວ-ຍີ່ປຸ່ນ ທີ່ສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ປະກາດຮັບຮອງເອົາ ໃນເດືອນເມສາ 2021 ຜ່ານມາ. ໂຄງການປູກຕົ້ນຊາກຸຣະ ຢູ່ ສປປ ລາວ ແມ່ນໂຄງການທີ່ເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມທີີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ, ເຊິ່ງເບື້ອງຕົ້ນໄດ້ມີແຜນປູກເພີ່ມຕື່ມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (05 ມີນາ 1955) ຄົບຮອບ 65 ປີ ໃນປີ 2020 ຜ່ານມາ, ແຕ່ໄດ້ຖືກເລື່ອນອອກໄປ ຍ້ອນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

 

ການປູກຕົ້ນຊາກຸຣະ ໃນມື້ນີ້ເກີດຂຶ້ນໄດ້ ຍ້ອນການຮ່ວມແຮງຮ່ວມໃຈ ແລະ ການປະສານງານຢ່າງໃກ້ຊິດ ລະຫວ່າງ ພາກສ່ວນກ່ຽວ ຂ້ອງຂອງສອງຝ່າຍ ຍີ່ປຸ່ນ ແລະ ສປປ ລາວ ທັງພາກສ່ວນລັດຖະບານ ແລະ ປະຊາຊົນ, ໂດຍສະເພາະ ມູນນິທິກອງທຶນການສຶກສາ ຢາມາດະ ໂອຊາມິດຊຶ (YAMADA Osamitsu) ທີ່ໄດ້ສືບສານເຈຕະນາລົມຂອງສອງລັດຖະບານ ຍີ່ປຸ່ນ ແລະ ສປປ ລາວ ໂດຍການນໍາເອົາຕົ້ນຊາກຸຣະມາປູກເພີ່ມ ຕື່ມ, ລວມທັງການຊ່ວຍສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະ 30 ປີ, ອົງການຄົນພິການອາຊີ ເພື່ອການພັດທະນາ (ADDP) ທີ່ໄດ້ທຸ່ມເຫື່ອເທແຮງໃນການບໍາລຸງຮັກສາ ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ແລະ ພາກສ່ວນອື່ນໆ.

 

ດອກຊາກຸຣະ ແມ່ນດອກໄມ້ປະຈໍາຊາດຂອງຍີ່ປຸ່ນທີ່ມີຄວາມສວຍສົດງົດງາມ ແລະ ເປັນທີ່ຮັກມັກຂອງຊາວຍີ່ປຸ່ນ ແລະ ຊາວລາວ ເໝືອນດັ່ງດອກຈໍາປາຂອງລາວທີ່ເປັນດອກໄມ້ປະຈໍາຊາດ, ດັ່ງນັ້ນການປູກຕົ້ນຊາກຸຣະ ເພີ່ມຕື່ມ ຢູ່ ສວນຊາກູຣະມິດຕະພາບ ລາວ-ຍີ່ປຸ່ນ ໃນຄັ້ງນີ້ ຈະຍິ່ງເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການຍົກສູງຍິ່ງຂຶ້ນ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ກໍຄືຈະເປັນການແລກປ່ຽນດ້ານວັດທະນະທໍາ ລະຫວ່າງ ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ, ເຊິ່ງ ຢູ່ ເມືອງວຽງໄຊ ມີຕົ້ນດອກຊາກຸຣະ, ຢູ່ ສວນສັດກຽວໂຕ ມີຊ້າງລາວ. ພ້ອມດຽວກັນນັ້ນ, ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ຈະປະກອບສ່ວນໃນການສົ່ງເສີມການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຫົວພັນ ໃນຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485519
ມື້ນີ້24
ມື້ວານ196
ອາທິດນີ້555
ເດືອນນີ້4824