ໃນຕອນບ່າຍຂອງວັນທີ 11 ມີນາ 2023, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ໜົງ ຫລົງ, ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 11-12 ມີນາ 2023.
ໃນໂອກາດນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຈີນ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງປະເທດ, ເຊິ່ງ ພັກ ແລະ ລັດຖະບານ ສປປ ລາວ ຕີລາຄາສູງ ຕໍ່ຜົນການຢ້ຽມຢາມທາງລັດຖະກິດຢູ່ ສປ ຈີນ ຂອງສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ໃນທ້າຍປີ 2022 ຜ່ານມາ, ເຫັນວ່າເປັນການຢ້ຽມຢາມທີ່ສໍາຄັນທີ່ສຸດ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ເຊິ່ງສອງຝ່າຍໄດ້ລົງນາມເອກະສານທີ່ມີຄວາມສໍາຄັນ ຈໍານວນ 26 ສະບັບ ລວມທັງຖະແຫຼງການຮ່ວມຂອງສອງປະເທດ. ພ້ອມນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຈີນ ທີ່ມີການປະສານສົມທົບກັນຢ່າງໃກ້ຊິດ, ພ້ອມທັງສະເໜີສອງຝ່າຍສືບຕໍ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສອງກະຊວງ ແລະ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ສະຫາຍ ລັດຖະມົນຕີການຕ່າງປະເທດ ແຫ່ງ ສປ ຈີນ ຕື່ມອີກ. ໃນຂະນະດຽວກັນ, ສະຫາຍ ໜົງ ຫລົງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ ຕີລາຄາສູງ ແລະ ສະແດງຄວາມຍີນດີໃນການປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ຈີນ-ລາວ, ລາວ-ຈີນ ໃຫ້ສວຍສົດງົດງາມ ແລະ ໝັ້ນຄົງຄະນົງແກ່ນຕະຫຼອດໄປ.