ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະພາທຸລະກິດອາຊຽນ-ອາເມລິກາ ເຂົ້າຢ້ຽມຂ່ຳນັບ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.

 

 

202361 1

202361 2

202361 3

202361 4

 

ໃນຕອນເຊົ້າຂອງວັນ​ທີ 01 ມິຖຸນາ 2023 ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ຮອງນາຍົກ​ລັດ​ຖະ​ມົນຕີ​, ລັດຖະມົນຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຂ່ຳ​ນັບຂອງ ທ່ານ Michael W. Michalak, ຮອງປະທານອາວຸ​ໂສສະພາທຸລະກິດອາຊຽນ-ອາເມລິກາ, ຮັບຜິດຊອບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໂດຍມີສຳນັກງານຕັ້ງຢູ່ປະທດສິງກະໂປ ພ້ອມດ້ວຍບັນດາຜູ້ບໍລິຫານບໍລິສັດທີ່ມີຊື່ສຽງຈາກ ສ. ອາເມລິກາ ຕັ້ງຢູ່ ສປປ ລາວ ເຊັ່ນ: ບໍລິສັດ RMA ນຳເຂົ້້າລົດ Ford, ບໍລິສັດ Coca-Cola, Visa, ບໍລິສັດທາງກົດໝາຍ, ບໍລິສັດການຢາ ແລະ ອື່ນໆ ຈາກຂະແໜງການຜະລິດສິນຄ້າ, ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ, ດ້ານການບໍລິການການເງິນ, ດ້ານກົດໝາຍ ແລະ ດ້ານສາທາລະນະສຸກ.

 

ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້​ກ່າວສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບຄະນະດັ່ງກ່າວ ໂດຍໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງສະພາທຸລະກິດອາຊຽນ-ອາເມລິກາໃນໄລຍະຜ່ານມາ ໂດຍສະເພາະການພົວພັນຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໃນຂະແໜງຕ່າງໆທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຊຸກຍູ້ໃຫ້​ຄະນະສະພາທຸລະກິດອາຊຽນ-ອາເມລິກາ ເພີ່ມທະວີການພົວພັນ ແລະ ຮ່ວມມືກັບອາຊຽນເວົ້າລວມ ເວົ້າສະເພາະກໍຄື ສປປ ລາວ ທີ່ຈະຮັບກຽດໜ້າທີ່ເປັນປະທານອາຊຽນໃນປີ 2024 ໂດຍສະເພາະການຍົກລະດັບການສ້າງຂີດຄວາມສາມາດຂອງຂະແໜງການທາງດ້ານຕ່າງໆ ແນໃສ່ການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃຫ້ສູງຂຶ້ນ.

 

ໂອກາດນີ້, ທ່ານ ຮອງປະທານອາວຸ​ໂສ Michael W. Michalak ໄດ້ກ່າວແນະນຳບັນດາຜູ້ລິຫານລະດັບສູງຂອງບໍລິສັດ ສ. ອາເມລິກາ ທີ່ເຂົ້້າມາລົງທຶນຢູ່ ສປປ ລາວ ແລະ ໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ໂດຍເໜັ້ນໜັກການສ້າງຄວາມເຂັ້ມແຂງ ທາງດ້ານການພັດທະນາເສດຖະກິດດີຈີຕອນ, ການພັດທະນາພື້ນຖານໂຄງລ່າງ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. ທ່ານ ຮອງປະທານສະພາທຸລະກິດອາຊຽນ-ອາເມລິກາ ຍັງແຈ້ງໃຫ້ຊາບວ່າຄະນະສະພາທຸລະກິດອາຊຽນ-ອາເມລິກາ ຍິນດີຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການກະກຽມເປັນປະທານອາຊຽນ ປີ 2024, ພ້ອມທັງໄດ້ສະເໜີໃຫ້ລັດຖະບານ ສປປ ລາວ ສະໜັບສະໜູນບັນດາກິດຈະກຳຂອງສະພາທຸລະກິດອາຊຽນ-ອາເມລິກາ ໃຫ້ສາມາດປະກອບສ່ວນຫຼາຍຂື້ນ ໂດຍສະເພາະໃນເວທີປຶກສາຫາລື ແລະ ແລກປ່ຽນທາງພາກທຸລະກິດ ໂດຍຜ່ານກົນໄກຂອງເສົາຄໍ້າເສດຖະກິດອາຊຽນ. ພ້ອມນີ້, ທ່ານ ຍັງໄດ້ແຈ້ງຕື່ມວ່າ ຈະມີການເຊື້ອເຊີນບັນດາລັດະມົນຕີເສດຖະກິດອາຊຽນ ໄປຢ້ຽມຢາມແລກປ່ຽນກັບສະພາທຸລະກິດອາຊຽນ-ອາເມລິກາ ທີ່ ສ. ອາເມລິກາ ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024 ເພື່ອສົ່ງເສີມຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງ ອາຊຽນ ແລະ ສ. ອາເມລິກາ.

 

​ໃນຕອນທ້າຍ, ທ່ານ ຮອງປະທານສະພາທຸລະກິດອາຊຽນ-ອາເມລິກາ ໄດ້ກ່າວສະແດງຄວາມຂອບໃຈຢ່າງຈີງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໂດຍຢືນຢືນວ່າຈະສືບຕໍ່ຮັດແໜ້ນ ແລະ ສົ່ງເສີມການພົວພັນຮ່ວມມືລະຫວ່າງສະພາທຸລະກິດອາຊຽນ ແລະ ສະພາທຸລະກິດອາຊຽນ-ອາເມລິກາ ເພື່ອປະກອບສ່ວນໃນການສ້າງປະຊາຄົມອາຊຽນ ກໍຄືການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485641
ມື້ນີ້146
ມື້ວານ196
ອາທິດນີ້677
ເດືອນນີ້4946