ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີຕ່າງປະເທດ ຍີ່ປຸ່ນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

 

m japan visit l1 m japan visit l2

m japan visit l3 m japan visit l4

 

ເພື່ອເປັນການສົ່ງເສີມສາຍພົວພັນຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ທ່ານ ຟູມິໂອະ ກິຊິດະ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຍີ່ປຸ່ນ, ພ້ອມດ້ວຍຄະນະ ​ໄດ້​​ເດີນທາງ​ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ​ໃນ​ລະຫວ່າງວັນທີ 4-5 ພຶດສະພາ 2016.

 

ໃນ​​ວັນ​ທີ 4 ​ພຶດສະພາ 2016, ທີ່ ກະຊວງ​ການ​ຕ່າງປະ​ເທດ, ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍຢ່າງ​ເປັນ​ທາງ​ການ ລະຫວ່າງ ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ​ແລະ ທ່ານ ຟູມິໂອະ ກິຊິດະ, ລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດຍີ່ປຸ່ນ. ໃນການພົບປະຄັ້ງນີ້, ທັງສອງຝ່າຍ ໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຢີ່ປຸ່ນ ທີ່ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເຊິ່ງໃນນັ້ນໄດ້ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມ ໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ໃນປີ 2015 ທີ່ຜ່ານມາ, ການຍົກລະດັບສາຍພົວພັນເປັນຄູ່ຮ່ວມມືຍຸດທະສາດ, ພ້ອມທັງຈະສືບຕໍ່ປຶກສາຫາລື ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ວັດທະນະທຳ ລະຫວ່າງ ສອງຝ່າຍ. ໃນໂອກາດດັ່ງກ່າວທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມເສຍໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ຕໍ່ເຫດການແຜ່ນດິນໄຫວ ຢູ່ທາງພາກຕາເວັນຕົກສ່ຽງໄຕ້ ຂອງຍີ່ປຸ່ນ, ເຊິ່ງໄດ້ສ້າງຄວາມເສຍຫາຍອັນໜັກໜ່ວງໃຫ້ແກ່ຊີວິດ, ຊັບສິນ ແລະ ພື້ນຖານໂຄງລ່າງໃນບໍລິເວນດັ່ງກ່າວ. ໃນການພົບປະ, ຝ່າຍຍີ່ປຸ່ນ ໄດ້ຢືນຢັນຈະສືບຕໍ່ການຊ່ວຍເຫຼືອທາງການເພື່ອການພັດທະນາ ແລະ ຍິນດີໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2016. ພ້ອມດຽວກັນ, ສອງຝ່າຍຍິນດີໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ການພົບປະສອງຝ່າຍໄດ້ດຳເນີນໄປດ້ວຍໄມຕີຈິດມິດຕະພາບ ແລະ ໄດ້ປຶກສາຫາລືບັນຫາຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແນໃສ່ເພື່ອຮັດແໜ້ນການພົວພັນ ແລະ ການຮ່ວມມືສອງຝ່າຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ໄດ້ສະຫລຸບຕີລາຄາຄືນ ກ່ຽວກັບ ການຮ່ວມມືໃນໄລຍະຜ່ານມາ ພ້ອມທັງກຳນົດທິດທາງ ແລະ ແຜນການຮ່ວມມືໃນຕໍ່ໜ້າ. ຫລັງຈາກນັ້ນ, ສອງຝ່າຍ ໄດ້ຮ່ວມກັນລົງນາມເອກະສານແລກປ່ຽນ ຈຳນວນ 2 ໂຄງການຄື: ໂຄງການພັດທະນາປັບປຸງຂົວຢູ່ເສັ້ນທາງຫຼວງແຫ່ງຊາດ ເລກທີ 9 ແລະ ໂຄງການພັດທະນາຊັບພະຍາກອນມະນຸດ, ເຊິ່ງໂຄງການດັ່ງກ່າວ ຈະປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484475
ມື້ນີ້179
ມື້ວານ273
ອາທິດນີ້913
ເດືອນນີ້3780