ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ຕ້ອນຮັບລັດຖະມົນຕີຕ່າງປະເທດຍີ່ປຸ່ນ

 

m japane greeting PM 1m japane greeting PM 2

 

ໃນຕອນເຊົ້າຂອງ​ວັນ​ທີ 5 ພຶດສະພາ 2016, ທີ່​ ຫ້ອງ​ວ່າການ​ລັດຖະບານ, ທ່ານ ທອງ​ລຸນ ສີສຸ​ລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງທ່ານ ຟູ​ມິ​ໂອະ ກິ​ຊິ​ດະ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ພ້ອມ​ດ້ວຍ​ຄະນະ ​​ ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສ ປປ ລາວ​ ແຕ່​ວັນ​ທີ 4 -5 ພຶດສະພາ ນີ້.

ໃນ​ໂອກາດ​ນດັ່ງກ່າວ, ທ່ານ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີຕ້ອນຮັບ ​ແລະ ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ​ຂອງ ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ ພ້ອມ​ດ້ວຍ​ຄະນະ ​ເຊິ່ງ​ເປັນ​ການ​ປະກອບສ່ວນສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ສົ່ງ​ເສີມ​ການ​ພົວພັນຮ່ວມ​ມື​ ລະຫວ່າງ ສອງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ຊາດ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ຊ່ວຍ​ເຫລືອ, ສະໜັບສະໜູນ​ດ້ານ​ຕ່າງໆ​ຂອງ​ຍີ່ປຸ່ນ ​ແກ່ ສປປ ລາວ ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພ້ອມ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນ​ຕີ ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຜ່ານ​ທ່ານລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ ​ໄປ​ຍັງທ່ານ ຊິນ​ໂຊະ ອາ​ເບະ, ນາຍົກລັດຖະມົນຕີຍີ່ປຸ່ນ ທີ່​ໄດ້​ສົ່ງ​ສານ​ຊົມ​ເຊີຍໃນ​​ໂອກາດ​ທີ່​ທ່ານ​ ໄດ້​ຖືກ​​ແຕ່ງ​ຕັ້ງ​ໃຫ້​ດໍາລົງ​ຕໍາ​ແໜ່​ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຂອບໃຈມາຍັງລັດຖະບານຍີ່ປຸ່ນ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ລວມທັງການສະໜັບສະໜູນຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ນີ້ ແລະ ຫວັງວ່າຍີ່ປຸ່ນ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນຕໍ່ໜ້າ. ພ້ອມທັງຝາກຄຳຢ້ຽມຢາມຖາມຂ່າວອັນສະໜິດສະໜົມເຖິງ ທ່ານ ຊິນໂຊະ ອາເບະ, ນາຍົກລັດຖະມົນຕີຢີ່ປຸ່ນ ແລະ ມີຄວາມຍິນດີ ທີ່ຈະໄດ້ຮັບຄະນະຜູ້ແທນຂັ້ນສູງຢີ່ປຸ່ນ ທີ່ຈະເດີນທາງມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ຈະເປັນເຈົ້າພາບ ໃນເດືອນກັນຍາ ທີ່ຈະມາເຖິງນີ້.

ພ້ອມນີ້, ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ ທອງ​ລຸນ ສີສຸ​ລິດ ທີ່​ໄດ້​ສະຫລະ​ເວລາ​ໃຫ້ການ​ຕ້ອນຮັບອັນ​ອົບ​ອຸ່ນ​. ພ້ອມ​ທັງ​​ແຈ້ງ​ຈຸດປະສົງ​​ ໃຫ້​ຊາບໃນ​ການ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ໃນ​ຄັ້ງ​ນີ້. ​ໃນ​ວັນ​ດຽວ​ກັນ ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ ພ້ອມ​ດ້ວຍ​ຄະນະ ຍັງ​ໄດ້​ເຂົ້າ​ວາງ​ພວງມະລາ​ທີ່ອານຸສາ​ວະລີ ນັກຮົບ​ນິລະນາມ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484549
ມື້ນີ້65
ມື້ວານ188
ອາທິດນີ້987
ເດືອນນີ້3854