ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ຕ້ອນຮັບ ທ່ານປະທານາທິບໍດີ ສສ ມຽນມາ

  

pre mynmar vl4

 

ໃນ​ວັນ​ທີ 6 ພຶດ​ສະພາ 2016, ທີ່ ​ສໍານັກງານ​ນາຍົກລັດຖະມົນຕີ, ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະ​ລັດ ປະຊາ​ທິປະ​ໄຕ ປະຊາຊົນ​ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຢາມ ພົບ​ປະ​ຂອງ​ ທ່ານ ອູ ຕິນ ຈໍ, ປະທານາທິບໍດີ ​ແຫ່ງ ສສ ມຽນມາ ​ແລະ ຄະນະ ​ພາຍຫລັງ​ ທີ່​ໄດ້​ດໍາລົງ​ຕໍາ​ແໜ່​ງ​ໃໝ່ ​ໃນໂອກາດ​ທີ່ ທ່ານໄດ້​ເດີນທາງ​ມາຢ້ຽມຢາມທາງ​ລັດຖະກິດສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນລາວ​.

 

ໂອກາດ​ນີ້, ທ່ານ ທອງ​ລຸນ ສີ​ສຸ​ລິດ ໄດ້​ສະ​ແດງ​ຄວາມຍິນ​ດີ, ​ຕ້ອນຮັບ​ຊົມ​ເຊີຍ ແລະ ຕີ​ລາຄາ​ສູງຕໍ່ການ​ຢ້ຽມຢາມທາງ​ລັດຖະກິດ ຢູ່ ສປປ ລາວ ​ຂອງທ່ານປະທານາທິບໍດີ​ແຫ່ງ ສສ ມຽນມາ ​ແລະ ຄະນະ ​​ເຊິ່ງເປັນ​ການປະກອບສ່ວນ​ສຳຄັນເຂົ້າ​ໃນ​ການ​ເສີມ​ຂະຫຍາຍສາຍ​ພົວພັນ​ມິດຕະພາບ ອັນ​ເປັນມູນ​ເຊື້ອ​​ທີ່​ຍາວ​ນານ ແລະ ການ​ຮ່ວມ​ມື​ລະຫວ່າງ ລາວ-ມຽນມາ ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ແລະ ຈະ​ເລີ​ນງອກ​ງາມ​ຍິ່ງໆ​ຂຶ້ນ. ການ​ພົບ​ປະ​ຄັ້ງ​ນີ້ ​ໄດ້​ດຳ​ເນີນ​ດ້ວຍ​ໄມຕີ​ຈິດ ມິດຕະພາບ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​​ໃຈ ເຊິ່ງກັນ ​ແລະ ກັນ ​ຢ່າງ​ເລິກ​ເຊິ່ງ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ອູ ຕິນ ຈໍ ທີ່ໄດ້ຮັບການເລືອກຕັ້ງ ໃຫ້ດໍາລົງຕໍາແໜ່ງເປັນປະທານາທິບໍດີ ຄົນໃໝ່ ຂອງ ສສ ມຽນມາ.


ທ່ານປະທານ​າທິບໍດີ​ແຫ່ງ ສສ ມຽນມາ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່ທ່ານ​ນາຍົກລັດຖະມົນຕີ ທີ່​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບການຄັດເລືອກ ໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່ແຫ່ງ ສປປ ລາວ ພ້ອມ​ທັງ​ເຊື່ອໝັ້ນວ່າ ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນມູນ​ເຊື້ອຍາວ​ນານ ​ແລະ ການ​ຮ່ວມ​ມື ລະຫວ່າງ ສອງ​ປະ​ເທດລາວ ​ແລະ ມຽນມາ ຈະນັບ​ມື້​ຂະຫຍາຍຕົວ​ຢ່າງ​ບໍ່ຢຸດ​ຢັ້ງ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484604
ມື້ນີ້120
ມື້ວານ188
ອາທິດນີ້1042
ເດືອນນີ້3909