ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ແລະ ສປ ຈີນ ຮ່ວມກັນຈັດກິດຈະກໍາ ສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 55 ປີ

 

lao chinaw d55 1 lao chinaw d55 2

lao chinaw d55 3

 

 

ເພື່ອເຮັດໃຫ້ການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 55 ປີ (ວັນທີ 25 ເມສາ 1961- ວັນທີ 25 ເມສາ 2016) ໃນປີນີ້ ໃຫ້ເປັນຂະບວນຟົດຟື້ນ, ມີຄວາມໝາຍຄວາມສໍາຄັນ ແລະ ມີເນື້ອໃນຄົບຖ້ວນ, ໃນຕອນຄໍ່າຂອງວັນທີ 12 ພຶດສະພາ 2016, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ, ທີ່ ນະຄອນຫລວງວຽງຈັນ ໄດ້ຮ່ວມກັນຈັດງານລ້ຽງອາຫານຄໍ່າ ເພື່ອສະເຫລີມສະຫລອງວັນສໍາຄັນດັ່ງກ່າວ.

ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມ ແລະ ມີຄໍາເຫັນໃນງານດັ່ງກ່າວ ໂດຍທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານ ສປ ຈີນ ໂດຍທ່ານ ກວນ ຫົວປິງ, ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໂດຍມີ ພະນະທ່ານ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ພະນະທ່ານ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ເຈົ້າຄອງນະຄອນຫລວງວຽງຈັນ ທັງເປັນປະທານສະມາຄົມມິດຕະພາບລາວ-ຈີນ ເຂົ້າຮ່ວມໃນຖານະແຂກກິຕິມະສັກ. ນອກຈາກນັ້ນ, ຍັງມີບັນດາການນໍາ, ອາດິດການນໍາ ແລະ ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງຂອງ ສອງຝ່າຍ ລາວ ແລະ ຈີນ ລວມທັງຊາວຈີນຕ່າງດ້າວ, ຕາງໜ້າຫົວໜ່ວຍວິສາຫະກີດ ສປ ຈີນ ທີ່ດໍາລົງຊີວິດ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ ເຂົ້າຮ່ວມ ລວມທັງຫມົດຫລາຍກວ່າ 300 ຄົນ.

ລາວ ແລະ ຈີນ ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນດ້ວຍສາຍພູ ແລະ ແມ່ນ້ຳລຳເຊ, ປະຊາຊົນສອງຊາດມີສາຍພົວພັນມິດຕະພາບອັນເປັນມູນເຊື້ອ ໄປມາຫາສູ່ກັນມາແຕ່ບູ ຮານນະການ. ສອງປະເທດໄດ້ເຊັນສັນຍາສ້າງຕັ້ງສາຍພັວພັນທາງການທູດນໍາກັນຢ່າງເປັນທາງການ ໃນວັນທີ 25 ເມສາ 1961.

ຕະຫຼອດໄລຍະ 55 ປີ ທີ່ຜ່ານມາ, ດ້ວຍຄວາມຖະນຸຖະໜອມ ແລະ ເອົາໃຈໃສ່ຢ່າງໃກ້ຊິດ ຂອງການນໍາຂອງສອງປະເທດ ໂດຍເລີ່ມຈາກປະທານ ໄກສອນ ພົມວິຫານ ຂອງລາວ ແລະ ປະທານ ເມົາ ເຈີຕຸງ ຂອງຈີນ ແລະ ການນໍາສືບທອດລຸ້ນຕໍ່ໆມາ, ມິດຕະພາບ ແລະ ການຮ່ວມມືລາວ-ຈີນ ໄດ້ຮັບການປັບປຸງເສີມຂະຫຍາຍຕົວ ແລະ ແຕກດອກອອກຜົນ ໃນແຕ່ລະໄລຍະຈົນຮອດປະຈຸບັນ.

ໃນໂອກາດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງປະທານ ຈຽງ ເຈີມິນ ໃນເດືອນ ພະຈິກ ປີ 2000, ສອງຝ່າຍໄດ້ຕົກລົງເຫັນດີ ແລະ ອອກຖະແຫລງການຮ່ວມລາວ-ຈີນ ວ່າດ້ວຍ ການພົົວພັນແບບ ເພື່ອນບ້ານທີ່ເປັນມິດ, ໄວ້ເນື້ອເຊື່ອໃຈກັນ, ໝັ້ນຄົງຍາວນານ, ຮ່ວມມືຮອບດ້ານແລະ ໃນໂອກາດການຢ້ຽມຢາມ ສປ ຈີນ ຂອງ ທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໃນເດືອນ ກັນຍາ 2009 ຜ່ານມາ, ປະທານ ຈູມມາລີໄຊຍະສອນ ​​​ແລະປະທານຫູ​ ຈິນ ຖາວ ​ໄດ້ຕົກລົງເປັນເອກະພາບກັນຍົກລະດັບການພົວພັນຂຶ້ນເປັນການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ” ອັນໄດ້ກາຍເປັນພຶ້ນຖານອັນໃໝ່ ​ທີ່ໜັກແໜ້ນໃນການຂະຫຍາຍສາຍພົວພັນຕາມທິດ “4 ດີ” ຄື: ​ເປັນເພື່ຶອນບ້ານໄກ້ຄຽງທີ່ດີເປັນເພື່ອນມິດທີ່ດີເປັນສະຫາຍທີ່ດີ ​ແລະເປັນຄູ່ຮ່ວມມືທີ່ດີ.

ຫລັງຈາກນັ້ນ, ການນໍາຂອງສອງປະເທດ ກໍ່ໄດ້ສືບຕໍ່ຊຸກຍູ້ການແລກປ່ຽນການຢ້ຽມຢາມ ຊື່ງກັນ ແລະ ກັນ ນັບແຕ່ລະດັບສູນກາງລົງຮອດທ້ອງຖິ່ນ ອັນໄດ້ອໍານວຍຄວາມສະດວກ ແລະ ຊຸກຍູ້ໃຫ້ການຮ່ວມມື ໃນທຸກໆດ້ານໄດ້ຮັບການພັດທະນາ ຂະຫຍາຍຕົວຢ່າງໄວວາ, ເລີກເຊິ່ງ ແລະ ມີປະສິດທິຜົນ ຊື່ງສະແດງອອກໃນຫລາຍດ້ານເຊັ່ນ: ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ມູນຄ່າການຄ້າຂອງສອງປະເທດໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ຮອດປີ 2014 ສາມາດບັນລຸເຖິງ 3,6 ຕື້ ໂດລາສະຫະລັດ; ດ້ານການລົງທຶນ, ມາຮອດປີ 2015 ມູນຄ່າການລົງທຶນ ຂອງວິສາຫະກິດຈີນຢູ່ລາວບັນລຸ 6 ຕື້ ກວ່າໂດລາສະຫະລັດ, ລວມມີ 760 ກວ່າ ໂຄງການ ຊື່ງຢືນຢູ່ອັນດັບ 1 ການລົງທຶນ ຂອງຕ່າງປະເທດ ຢູ່ ສປປ ລາວ; ຕົວເລກການທ່ອງທ່ຽວ ກໍ່ໄດ້ເພີ່ມຂື້ນໃນແຕ່ລະປິ. ລັດຖະບານຈີນ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ດ້ວຍຫຼາຍຮູບແບບ ເປັນຕົ້ນ ການຊ່ວຍເຫຼືອລ້າ ແລະ ເງິນກູ້ປະເພດຕ່າງໆລວມເປັນມູນຄ່າທັງໝົດປະຈຸບັນມີເກືອບ 30​ ຕື້ຢວນ ຫລື ປະມານ 5 ຕື້ໂດລາສະຫະລັດ. ມາຮອດປະຈຸບັນ ໂຄງການສໍາຄັນຫຼາຍສິບໂຄງການໄດ້ເກີດຂຶ້ນຈາກການຮ່ວມມື ແລະ ຊ່ວຍເຫຼືອຈາກ ສປ ຈີນ ເປັນຕົ້ນ: ຂົວຂ້າມນໍ້າຂອງຢູ່ຫ້ວຍຊາຍ, ຂົວນໍ້າຂອງຢູ່ເມືອງປາກແບ່ງ, ສະໜາມບິນຫຼວງພະບາງ, ສະໜາມກິລາຫລັກ 16, ສູນປະຊຸມແຫ່ງຊາດ, ອາຄານສູນກາງພັກ, ລະບົບຊົນລະປະທານ, ເຂື່ອນໄຟຟ້າຫຼາຍເຂື່ອນ, ເສັ້ນທາງຫຼາຍສາຍ ແລະ ອື່ນໆ. ໂຄງການທີ່ພົ້ນເດັ່ນທີ່ສຸດ ທີ່ມີລັກສະນະຍຸດທະສາດ ແລະ ປະຫວັດສາດ ແຫ່ງການພົວພັນຮ່ວມມືສອງຝ່າຍລາວ-ຈີນ ແມ່ນໂຄງການສ້າງທາງລົດໄຟ ລາວ-ຈີນ ແລະ ໂຄງການດາວທຽມລາວດວງທໍາອິດ. ນອກຈາກນັ້ນ, ລັດຖະບານຈີນ ຍັງໄດ້ຊ່ວຍເຫລືອທຶນການສຶກສາ ແລະ ຝຶກອົບຮົມ ພະນັກງານລາວ ຫຼາຍພັນຄົນ.

ໝາກຜົນທີ່ໄດ້ຮັບຈາກການຮ່ວມມື ລະຫວ່າງ ສປປ ລາວ ກັບ ສປ ຈີນ ໄດ້ປະກອບສ່ວນຢ່າງສໍາຄັນ ເຂົ້າໃນພາລະກິດສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງລາວ ແລະ ໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ ສອງປະເທດ ລາວ-ຈີນ ຢ່າງຫຼວງຫຼາຍ, ທັງໄດ້ປະກອບສ່ວນເຂົ້າໃນການຮັກສາ ແລະ ເສີມສ້າງ ແລະ ປົກປັກຮັກສາສັັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພຶ້ນ ແລະ ສາກົນ.

ເພື່ອເຮັດໃຫ້ການສະເຫລີມສະຫລອງວັນສໍາຄັນດັ່ງກ່າວ ມີຄວາມຄຶກຄື້ນ ແລະ ມີເນື້ອໃນຄົບຖ້ວນ ສອງຝ່າຍຍັງຈະສືບຕໍ່ຈັດກິດຈະກໍາຕ່າງໆ ທັງຢູ່ ສປປ ລາວ ແລະ ສປ ຈີນ ຂື້ນຕະຫລອດປີ 2016 ນີ້.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485797
ມື້ນີ້96
ມື້ວານ206
ອາທິດນີ້833
ເດືອນນີ້5102