ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ສປປ ລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

PM visit vn 1  PM visit vn 2

 

       ໂດຍ​ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ສະຫາຍ ທອງ​ລຸນ​ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ໄດ້​ເດີນທາງ​ຢ້ຽມຢາມ ສສ.ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 15-17 ພຶດສະພາ 2016 ​ເພື່ອ​ຮັດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າ​ງສອງ​ປະ​ເທດ ລາວ ​ແລະ ຫວຽດນາມ.

          ​ໃນ​ວັນ​ທີ 15 ພຶດສະພາ 2016, ທີ່ ສໍານັກງານ​ນາຍົກລັດຖະມົນຕີ ​ແຫ່ງ ສສ. ຫວຽດນາມ, ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ ທ່ານ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ​ແຫ່ງ ສສ. ຫວຽດນາມ ຢ່າງ​ອົບ​ອຸ່ນ, ສະໜິດສະໜົມ ​ແລະ ສົມ​ກຽດ. ຈາກ​ນັ້ນ​ໄດ້​ຈັດ​ການ​ພົບ​ປະ​ສອງ​ຝ່າຍ​ຂຶ້ນ ລະ​ຫວ່າງ ສະຫາຍ​ ທອງ​ລຸນ ສີ​ສຸ​ລິດ,​ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ​ແຫ່ງ ສສ. ຫວຽດນາມ. ​ໃນ​ການ​ພົບ​ປະສອງ​ຝ່າຍ ສະຫາຍ ຫງວຽນ ຊວັນ ຟຸກ ຕີລາຄາສູງຕໍ່ສະຫາຍ​ ທອງ​ລຸນ ສີ​ສຸ​ລິດ ທີ່ໄດ້ຮັບການເລືອກຕັ້ງ ​ໃຫ້​ເປັນ​ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ຂອງການນໍາ ພັກ-ລັດ ກໍຄື ປະຊາຊົນລາວ. ສະຫາຍ ​ທອງ​ລຸນ ສີ​ສຸ​ລິດ ກໍ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ ​ແລະ ຮູ້ສຶກ​ເປັນກຽດທີ່​ໄດ້​ນຳພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະບານ ແຫ່ງ ສປປ ລາວ ​ເດີນທາງ​ຢ້ຽມຢາມ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ​ເຊິ່ງ​ເປັນ​ການ​ເຄື່ອນ​ໄຫວ​ວຽກງານ​ການ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ ພາຍຫຼັງ​ໄດ້​ຮັບ​ແຕ່ງ​ຕັ້ງ​ເປັນນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​​ເພີ່ມ​ທະວີສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ລາວ-ຫວຽດນາມ ທີ່​ມີ​ມູນ​ເຊື້ອອັນ​ດີງາມ​ນັ້ນ ​ໃຫ້​ນັບ​ມື້ມີ​ຄວາມ​ແໜ້ນ​ແຟ້ນ, ຈະ​ເລີ​ນງອກ​ງາມ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆຂຶ້ນ.

          ທັງ​ສອງ​ຝ່າຍ ​ໄດ້​ຕົກລົງ​ເຫັນ​ດີ​ສືບຕໍ່ປະຕິບັດ ບັນ​ດາ​ຂໍ້​ຕົກລົງ 2 ກົມ​ການ​ເມືອງ ​ແລະ ບົດບັນທຶກ ຄັ້ງ​ທີ 38 ຂອງ​ຄະນະ​ກຳ​ມາ​ທິການ​ຮ່ວມມື ລະຫວ່າງ​ ສອງ​ລັດຖະບານ; ສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງ​ບັນດາ​ແຂວງ​ຊາຍ​ແດນ ​ເພື່ອ​ພ້ອມ​ກັນ​ສະກັດ​ກັ້ນ​​ປະກົດ​ການ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ; ຍົກ​ສູງ​ຄຸນ​ນະພາ​ບການ​ຮ່ວມ​ມືທາງ​ດ້ານ​ການ​ສຶກສາ, ວັດ​ທະນະ​ທຳ-​ສັງຄົມ, ດ້ານວຽກ​ງານ​ການ​ຕ່າງປະ​ເທດ; ​ແລະ ພິ​ເສດ​ປີ 2017 ​ສອງ​ປະ​ເທດ​ຈະ​ໄດ້​ຮ່ວມ​ກັນ​ສະ​​ເຫຼີມສະຫຼອງ 2 ວັນ​ປະຫວັດສາດ ຄື: ຄົບຮອບ 55 ປີ ​ແຫ່ງການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ-ຫວຽດນາມ ​ແລະ ວັນ​ຄົບຮອບ 40 ປີ ​ແຫ່ງ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ລາວ-ຫວຽດນາມ; ​ການ​ຮ່ວມ​ມື​ໃນ​ຂອບ​ແມ່ນ້ຳຂອງ; ການ​ຮ່ວມ​ມື​ໃນ​ພາກພື້ນ ​ແລະ ສາກົນ.​ ນອກ​ນັ້ນ, ສອງ​ຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ບັນຫາ​ສາກົນ​ທີ່​ພົ້ນ​ເດັ່ນ ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.

          ໂອກາດ​ຢ້ຽມຢາມ ສສ. ຫວຽດນາມ ຄັ້ງນີ້ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ຍັງ​ຈະໄດ້​ເຂົ້າ​ຢ້ຽມຂໍ່ານັບ ສະຫາຍ ຫງວຽນ  ຟູ້ ຈ້ອງ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ; ເຂົ້າ​ຢ້ຽມຂໍ່ານັບ ສະຫາຍ ເຈິ​ນ ດາຍ ກວາງ, ປະທານ​ປະ​ເທດ ​ແຫ່ງ ສສ. ຫວຽດນາມ; ພົບ​ປະ​ກັບ ສະຫາຍ ນາງ ຫງວຽນ ທິ ກີ​ມ ​ເງິນ, ປະທານ​ສະພາ​ແຫ່ງ​ຊາດ ສສ. ຫວຽດນາມ; ຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ ສະຫາຍ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ-ລາວ ​​ແລະ ​ໄດ້​ພົບ​ປະ​ກັບ​ບັນດາ​ສະຫາຍ ອະດີດ​ການນຳ ສສ. ຫວຽດນາມ ເຊັ່ນ: ສະຫາຍ ​ເຈືອງ ​ເຕິ​ນ ຊາງ, ອະດີດ​ປະທານ​ປະ​ເທດ; ສະຫາຍ ຫງວຽນ ​ເຕິ​ນ ຢຸ້ງ,​ ອະດີດ​ນາຍົກລັດຖະມົນຕີ ແລະ ສະຫາຍ ເລ ແທັງ ຫາຍ,​ ອະດີດ​ເລຂາ​ພັກ​ນະຄອນ​ໂຮ່ຈິ​ມິນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485712
ມື້ນີ້11
ມື້ວານ206
ອາທິດນີ້748
ເດືອນນີ້5017